Homeຂ່າວພາຍ​ໃນຕວກກີໂຫດຖະຫຼົ່ມໂຮນລັງຍາດເອົາອັນດັບ 3 ໃນກຸ່ມ A

ຕວກກີໂຫດຖະຫຼົ່ມໂຮນລັງຍາດເອົາອັນດັບ 3 ໃນກຸ່ມ A

Published on

ຕວກກີ ຟອມໂຫດເປີດບ້ານໄລ່ຖົ່ມ ໂຮນລັງ ໄປແບບຂາດລອຍ ຍາດເອົາອັນດັບ 3 ຂອງຂອງກຸ່ມມາໄດ້ A ມາໄດ້ໃນການແຂ່ງຂັນບານເຕະ ຢູໂຣ 2016 ຮອບຄັດເລືອກ ຄືນວັນອາທິດທີ່ຜ່ານມາ

ເລີ່ມເກມມາພຽງະ 8 ນາທີ ຕວກກີ ເຈົ້າບ້ານອອກນຳກ່ອນຢ່າງໄວວາ 1-0 ປະຕູ ຈາກລູກໂຕ້ກັັບຂອງ ອາດ້າ ຕູຣານ ສົ່ງບານທະລຸຈາກກາງສະໜາມໃຫ້ ໂອກູຊານ ອອຊຢາຄຸບ ຫຼຸດດ່ຽວເຂົ້າໄປໃນເຂດໂທດແລ້ວຊິດຂ້າມໂຕ ແຍສເປີ ຊິວເລສເຊນ ເຂົ້າປະຕູຢ່າງເກີນຄວາມຄາດໝາຍ

ຕໍ່ມາໃນນາທີ 26 ຕວກກີນຳຫ່າງເປັນ 2-0 ຈາກຈັງຫວະທີ່ ດາລີ ບລິນດ໌ ພາດເຮັັດໃຫ້ ຕູຣານ ຍາດເອົາບານໄປໄດ້ກ່ອນທີ່ຈະໃຊຄວາມແຂງແກ່ນບຽດຜູ້ຫຼີ້ນຂອງໂຮນລັງລາກເຂົ້າເຂດໂທດທາງຊ້າຍໄປຊັດທີ່ມູມແຄບ ຊິວເລສເຊນ ຮັບບໍ່ຢູ່ແລະຈົບເຄີ່ງເວລາທຳອິດຈົບດ້ວຍ 2-0 ປະຕູ

ຕໍ່ມາເຄີ່ງເວລາທີ 2 ນາທີທີ່ 85 ຕວກກີ ນຳຫ່າງຂື້ນເປັນ 3-0 ຈາກຈັງຫວະທີ່ ຄາເນ ເອີດິນ ບຽດຍາດເອົາບານຈົນເຮັດໃຫ້ ຟານ ເດີ ວິວ ລົ້ມລົງພແຕ່ຜູ້ຕັດສິນບໍ່ວ່າຫຍັງ ກ່ອນທີ່ຈະສວຍໂອກາດພາບານໄປສົ່ງໃຫ້ ຍິນມາຊ ໄດ້ຍິງຖືກຕົວຜູ້ຫຼີ້ນຂອງໂຮນລັງບານປ່ຽນທາງເຮັດໃຫ້ບານເຂົ້າປະຕູໄປ
ຫຼັງຈາກນັ້ນບໍ່ມີປະຕູເພີ່ມຈົບເກມ ຕວກກີເປີດບ້ານຖະຫຼົ່ມໂຮນລັງໄປໄດ້ 3-0 ຜະຕູ ເກັບເພີ່ມເປັນ 12 ຄະແນນ ແຊງຂື້ນມາທີ 3 ຍັງມີລຸ້ນເຂົ້າໄປສູ່ຮອບເພລ-ອອບ

12794

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...