Homeຂ່າວພາຍ​ໃນຄະນະກຳມະການຄຸ້ມຄອງຫຼັກຊັບ ຄົ້ນຄວ້າກະກຽມ ແລະ ຜ່ານບັນຫາສຳຄັນກ່ຽວກັບຫຼັກຊັບ

ຄະນະກຳມະການຄຸ້ມຄອງຫຼັກຊັບ ຄົ້ນຄວ້າກະກຽມ ແລະ ຜ່ານບັນຫາສຳຄັນກ່ຽວກັບຫຼັກຊັບ

Published on

ຄະນະກຳມະການຄຸ້ມຄອງຫຼັກຊັບ ຄົ້ນຄວ້າກະກຽມ ແລະ ຜ່ານບັນຫາສຳຄັນກ່ຽວກັບຫຼັກຊັບ

ກອງ​ປະຊຸມ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ​ຄັ້ັ້ັງ​ທີ III ໄດ້​ສຳເລັດ​ລົງ​ດ້ວຍ​ໝາກຜົນ​ອັນ​ຈົບງາມ ໃນ​ຕອນ​ທ່ຽງ​ຂອງ​ວັນ​ທີ 13 ກັນຍາ​ຜ່ານ​ມາ​ນີ້ ທີ່​ຫ້ອງ​ປະຊຸມ​ໃຫຍ່​ທະນາຄານ​ແຫ່ງ ​ສປປ ລາວ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ພ້ອມ​ນີ້​ກໍ​ມີ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຕາມ​ຈຳນວນ ເຊິ່ງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່​ເປີດ​ຂຶ້ນ​ພາຍຫຼັງ​ທີ່​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ແລະ ຕະຫຼາດ​ຫຼັກ​ຊັບ​ໄດ້​ມີ​ການ​ປັບປຸງ​ໂຄງ​ຮ່າງ​ການຈັດຕັ້ງ​ຄືນໃໝ່ ໄດ້​ປ່ຽນ​ຊື່​ເປັນ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ (​ຄຄຊ).

ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ທ່ານ​ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ​ໄດ້​ເນັ້ນ​ວ່າ: ເພື່ອ​ເຮັດ​ໃຫ້​ການເຄື່ອນໄຫວ​ວຽກ​ງານ​ຄຸ້ມ​ຄອງ​ຫຼັກ​ຊັບ ແລະ ຕະຫຼາດ​ຫຼັກ​ຊັບ​ມີ​ຄວາມ​ຮັດກຸມ ແລະ ໜັກ​ແໜ້ນ​ກວ່າ​ເກົ່າ ນັບ​ແຕ່​ຕົ້ນ​ປີ 2013 ຜ່ານ​ມາ ພວກ​ເຮົາ​ໄດ້​ເອົາໃຈໃສ່​ສ້າງ ແລະ ປັບປຸງ​ບັນດາ​ລະບຽບ​ການ​ຕ່າງໆ​ບົນ​ພື້ນຖານ ຄວາມ​ສອດຄ່ອງ​ກັບ​ກົດໝາຍ​ວ່າ​ດ້ວຍ​ຫຼັກ​ຊັບ​ຢ່າງ​ຕັ້ງໜ້າ ຄຽງ​ຄູ່​ໄປ​ກັບ​ການ​ສຸມ​ໃສ່​ກະກຽມ​ບໍລິສັດ ອອກ​ຈຳໜ່າຍ​ຮຸ້ນ ແລະ ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ ຊຶ່ງ​ກໍ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ໃນ​ລະດັບ​ໜຶ່ງ.

ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ສະພາບ​ການ​ກະກຽມ​ບໍລິສັດ​ເປົ້າ​ໝາຍ​ອອກ​ຈຳໜ່າຍ​ຮຸ້ນ​ທັງ​ຢູ່​ໃນ ​ສປປ ລາວ ແລະ ຕ່າງປະເທດ ເວົ້າ​ສະເພາະ​ແມ່ນ​ທະນາຄານ​ການ​ຄ້າ​ຕ່າງປະເທດ​ລາວ​ມະຫາຊົນ ແລະ ບໍລິສັດ ຄ່າຍ​ຢວນ​ບໍ່​ແຮ່ ຈຳກັດ ແລະ ສະພາບ​ການ​ກະກຽມ​ນຳ​ໃຊ້​ມາດຕະຖານ​ສາກົນ​ດ້ານ​ການ​ລາຍ​ງານ​ການ​ເງິນ ສຳລັບ​ບໍລິສັດ​ຈົດ​ທະບຽນ (IFRS) ຊຶ່ງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ພ້ອມ​ທັງ​ຮັບ​ຟັງ​ສະພາບ​ຂອງ​ບໍລິສັດ​ຫຼັກ​ຊັບ ທີ່​ຕິດ​ພັນ​ກັບ​ການ​ສ້າງຕັ້ງ​ບໍລິສັດ​ຫຼັກ​ຊັບ​ໃໝ່ ແລະ ການ​ປະຕິບັດ​ມາດ​ຕະການ​ຕໍ່​ບາງ​ບໍລິສັດ​ຫຼັກ​ຊັບ ຄຽງ​ຄູ່​ກັນ​ນັ້ນ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ປັບປຸງ​ໂຄງ​ປະກອບ ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ (​ຄຄຊ) ແລະ ການຈັດຕັ້ງ​ຂອງ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ (​ສຄຄຊ) ພິຈາລະນາ​ລະບຽບ​ການ​ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ​ຈຳນວນ​ໜຶ່ງ ແລະ ຮັບຮອງ​ເອົາ​ລະບຽບ​ວ່າ​ດ້ວຍ​ການ​ໂອນ​ຮຸ້ນ​ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ ແລະ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ນຳ​ໃຊ້​ລະຫັດ​ຫຼັກ​ຊັບ​ສາກົນ ແລະ ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຕະຫຼາດ​ທຶນ ຮອດ​ປີ 2020.

ທີມາhttp://www.vientianemai.net/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...