spot_img
Homeຂ່າວຕ່າງປະເທດຜູ້ບໍລິໂພກຈີນຕະລຶງ! ຊື້ເຂົ້າປອດສານພິດມາກິນ ກັບຕ້ອງໄດ້ກິນເຂົ້າປອມເຮັດຈາກເຈ້ຍ

ຜູ້ບໍລິໂພກຈີນຕະລຶງ! ຊື້ເຂົ້າປອດສານພິດມາກິນ ກັບຕ້ອງໄດ້ກິນເຂົ້າປອມເຮັດຈາກເຈ້ຍ

Published on

dfegr

ສຳ​ນັກ​ຂ່າວ​ຊ່ຽງ​ໄຮ້​ອິດຕ໌​ລາຍ​ງານ​ວ່າ ຍິງ​ສາວ​ຊາວ​ຈີນ​ຄົນ​ໜຶ່ງ​ໃນ​ມົນ​ທົນ​ກວາງ​ຕຸ້ງ​ທີ່​ກຳ​ລັງ​ກິນ​ເຂົ້າ​ຢ່າງ​ມີຄວາມສຸກ ​ແຕ່​ເລີ່ມ​ຮູ້ສຶກ​ແປກໆ​ວ່າ​ເປັນຫຍັງ​ເຂົ້າ​ທີ່​ນາງ​ກິນ​ນັ້ນ​ຂ້ອນ​ຂ້າງ​ແຂງ​ ແລະ​ ຫຍໍ້າຍາກ ເມື່ອ​ຄາຍ​ອອກ​ມາ​ເຖິງ​ກັບ​ຕະ​ລຶງ​ເມື່ອ​ພົບ​ວ່າ​ສິ່ງ​ທີ່​ນາງ​ຫຍ້ຳ​ຢູ່​ບໍ່ແມ່ນ​ເຂົ້າ ແຕ່​ເປັນ​ເຈ້ຍ​ແຜ່ນ​ນ້ອຍ​ທີ່​ມ້ວນ​ໄວ້​ໃຫ້​ມີ​ລັກສະນະ​ຄ້າຍ​ກັບ​ເມັດ​ເຂົ້າ!!

ຈາກ​ລາຍ​ງານ​ຂອງ​ສຳ​ນັກ​ຂ່າວ​ແອບ​ເປີນ ເດ​ລີ່​ລະ​ບຸ​ວ່າ ນາງ​ຊື້​ເຂົ້າ​ປອມ​ນີ້​ມາ​ຈາກ​ພໍ່​ຄ້າ​ທີ່​ຂາຍ​ຢູ່​ຕາມແຄມທາງ​ຄົນ​ໜຶ່ງ ຊຶ່ງ​ອ້າງ​ວ່າ​ເຂົ້າ​ຊະນິດ​ນີ້​ປູກ​ໃນ​ພື້ນ​ທີ່​ຊົນນະບົດ​ແບບ​ປອດ​ສານ​ພິດ

ທັງ​ນີ້ ເມື່ອ​ປີ​ກ່ອນ​ມີ​ຂ່າວ​ໃນ​ລັກສະນະ​ດຽວ​ກັນ​ກ່ຽວກັບ​ການເຮັດ​ເຂົ້າ​ປອມ​ຈາກ​ພາດສ໌​ຕິກ​ຈຳ​ໜ່າຍ​ຢ່າງ​ແພ່​ຫລາຍ​ໃນ​ຕະ​ຫລາດ​ປະເທດ​ຈີນ​ແລະ​ແຖບ​ເອ​ເຊຍ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...