spot_img
Homeລົດຍົນ-ຍານພາຫະນະແຕ່ງລົດ ອາດຈະມີຜົນກະທົບຄິດໃຫ້ດີກ່ອນທີ່ຈະເຮັດ

ແຕ່ງລົດ ອາດຈະມີຜົນກະທົບຄິດໃຫ້ດີກ່ອນທີ່ຈະເຮັດ

Published on

http://s5.boxzaracing.com/news/03/mo/

ເລື່ອງ​ຂອງການ​ແຕ່ງ​ລົດໃນ​ປັດຈຸບັນ​ນີ້​ຖື​ວ່າ​ຕ່າງ​ມີ​ຜູ້​ທີ່​ໃຫ້​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຫລາຍ ຊຶ່ງ​ການ​ແຕ່ງ​ລົດ​ກໍ​ຈະ​ມີ​ການ​ຕົກ​ແຕ່ງ​ຫລາຍ​ຮູບ​ແບບ ບໍ່​ວ່າ​ການ​ຕົກ​ແຕ່ງ​ເພື່ອ​ຄວາມ​ສວຍງາມ​ຂອງ​ລົດ ຫລື ຈະ​ເປັນ​ການ​ຕົກ​ແຕ່ງ​ເພື່ອ​ເພີ່ມ​ຄວາມ​ແຮງ​ຂອງ​ເຄື່ອງ​ຈັກ ແຕ່​ກ່ອນ​ທີ່​​​ຄິດ​ຈະ​ທຳການ​ແຕ່ງ​ລົດນັ້ນ​ຄວນ​ຄິດ​ໃຫ້​ດີ​ວ່າ​ອາດຈະ​ມີ​ຜົນ​ກະທົບ​ຕ່າງໆ​ຕາມ​ມາ ຊຶ່ງ​ໃນ​ມື້​ນີ້​ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ​ຫາກ​ມີ​ການ​ແຕ່ງ​ລົດ​ນັ້ນ​ຈະ​ມີ​ຜົນ​ຫຍັງ​ຕາມ​ມາ​ແດ່

http://s5.boxzaracing.com/news/03/mo/

ລໍ້​ແມັກ

ການ​ປ່ຽນ​ລໍ້​ແມັກນັ້ນ​ຖື​ວ່າ​ສິ່ງ​ທີ່​ຫລາຍໆ​ທ່ານ​ໃນ​ສະໄໝ​ນີ້​ມັກ​ ​ຊຶ່ງການ​ເລືອກ​ລໍ້​ແມັກຄວນ​ທີ່​ຈະໃຫ້ເໝາະກັບ​ຕົວ​ລົດ ບໍ່​ຢ່າງ​ນັ້ນ​ອາດຈະ​ເກີດ​ບັນຫາ​ຕາມ​ມາ​ພາຍ​ຫລັງ ຊຶ່ງ​ການ​ເລືອກ​ໃຊ້​ລໍ້​ແມັກ​ທີ່​ກວ້າງ​ເກີນ​ໄປ​ຈົນ​ເຮັດໃຫ້​ເໝາະ​ສົມ​ກັບ​ຂະໜາດ​ຂອງ​ຢາງ ຫລື​ແມ່ນ​ແຕ່​ການ​ໃຊ້​ລໍ້​ເຫລັກ​ທີ່​ບາງ​ເກີນ​ໄປ ອາດຈະ​ສົ່ງ​ຜົນ​ໃນ​ເລື່ອງ​ຂອງ​ການ​ຂັບ​ຂີ່ ເພາະ​ຈະ​ເຮັດໃຫ້​ຂອບຢາງ​ກະ​ທົບ​ກັບ​ພື້ນ​ຖະໜົນ ອາດຈະ​ເຮັດໃຫ້ຢາງ​ເສື່ອມ​ສະພາບ​ໄວ​ກວ່າ​ປົກກະຕິຊຶ່ງ​ສ່ຽງ​ຕໍ່​ການ​ເກີດ​ອຸປະຕິເຫດ​ຢາງ​ລະ​ເບີດ​ໃນ​ຂະນະ​ຂັບ​ຂີ່​ໄດ້

http://s5.boxzaracing.com/news/03/mo/

ເບາະ​ນັ່ງ

ການ​ປ່ຽນ​ເບາະ​ນັ່ງຫລາຍໆ​ທ່ານ​ອາດຈະ​ມີ​ການ​ປ່ຽນ​ເພື່ອ​ໃຫ້​ພໍ​ດີ​ກັບ​ຮ່າງກາຍ​ຫລື​ໃຫ້​ໃຫຍ່​ຂຶ້ນ​ເພື່ອ​ໃຫ້​ເກີດ​ຄວາມ​ສະບາຍ​ໃນ​ການ​ຂັບ​ຂີ່ ຊຶ່ງການ​ປ່ຽນ​ເບາະນັ້ນ​ຫາກ​ບໍ່​ມີ​ການ​ຕິດ​ຕັ້ງ​ທີ່​ດີ ບໍ່​ຫມັ້ນຄົງ​ແຂງ​ແຮງ ແລະ​ບໍ່​ຢູ່ໃນ​ລະ​ດັບ​ທີ່​ຖືກ​ຕ້ອງ​ນັ້ນ​ອາດຈະ​ສົ່ງ​ຜົນ​ໃນ​ເລື່ອງ​ຂອງ​ການ​ບັງຄັບ​ພວງ​ມາ​ໄລ ແລະ​ການ​ເບິ່ງເຫັນ​ອາດຈະ​ສົ່ງ​ຜົນ​ໃຫ້​ເກີດ​ອຸປະຕິເຫດ​ໄດ້​ເຊັ່ນ​ກັນ ແລະ ​ອີກ​ສິ່ງ​ໜື່ງ​ທີ່​ຄວນ​ລະ​ມັດ​ລະ​ວັງ​ເປັນ​ຢ່າງ​ຫລາຍ​ໃນ​ເລື່ອງ​ຂອງ​ການ​ປ່ຽນ​ເບາະ​ນັ່ງທີ່​ເປັນເບາະ​ຂອງ​ປອມ ເພາະ​ເບາະ​ພວກ​ນີ້​ຈະ​ຖືກ​ຜະລິດ​ແບບ​ບໍ່​ມີ​ການ​ຄວບ​ຄຸມ​ມາດ​ຕະຖານ ຫາກ​ທ່ານ​ໃດ​ທີ່​ຄິດ​ຈະ​ປ່ຽນ​ເບາະ​ຄວນ​ເລືອກ​ໃຊ້​ທີ່​ເປັນ​ເບາະ​ແທ້​ເທົ່າ​ນັ້ນ

http://s5.boxzaracing.com/news/03/mo/

ພວງ​ມາ​ໄລ

ການ​ປ່ຽນ​ພວງ​ມາ​ໄລ​ຖື​ວ່າ​ເປັນ​ສິ່ງ​ທີ່​ພົບ​ເຫັນ​ກັນ​ໄດ້​​ເຊັ່ນ​ກັນ ຊຶ່ງ​ການ​ປ່ຽນ​ພວງ​ມາ​ໄລ​ທີ່​ມາ​ໃຊ້​ທີ່​ມີ​ຂະໜາດ​ນ້ອຍ​ເກີນ​ໄປ ນັ້ນ​ຈະ​ມີ​ຜົນ​ຕໍ່ຂະໜາດ​ຂອງ​ວົງ​ລ້ຽວ ແລະ​ ການ​ບັງຄັບ​ຄວບ​ຄຸມ​ທິດ​ທາງ ແລະ​ໃນ​ກໍລະນີ​ທີ່​ພວງ​ມາ​ໄລ​ຂອງ​ເກົ່າມີລະບົບ​ຖົງ​ລົມ​ນິລະ​ໄພເມື່ອ​ປ່ຽນ​ອອກ​ໄປ​ແລ້ວ​ອາດຈະ​ສົ່ງ​ຜົນ​ຕໍ່​ລະບົບ​ຖົງ​ລົມ​ນິລະໄພ​ໄດ້​ເຊັ່ນ​ກັນ

http://s5.boxzaracing.com/news/03/mo/

ສີ​ສັນຍາ​ນ​ໄຟ​ໜ້າ – ຫລັງ​ລົດ

ການ​ປ່ຽນ ສີ​ສັນຍາ​ນໄຟ​ໜ້າ – ຫລັງ​ລົດ ນັ້ນ​ຖື​ວ່າ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ​ເນື່ອງ​ຈາກ ກົດຫມາຍ​ໄດ້​ກຳນົດ​ໄວ້​ວ່າ ແສງ​ຂອງ​ສັນຍາ​ນ​ໄຟ​ໜ້າ​ມີ 2 ສີ ຄື​ເຫລືອງ​ອ່ອນ​ຫລື​ສີ​ຂາວ ຫ້າມ​ທຳການ​ດັດ​ແປງ​ໄປ​ເປັນ​ສີ​ອື່ນ ຫລື​ ເຮັດໃຫ້​ມີ​ແສງ​ສະຫວ່າງ​ຫລາຍ​ເກີນ​ໄປ​ແລະ​ເຫັນ​ແສງ​ບໍ່​ຊັດເຈນ ຊຶ່ງ​ແສງ​ສະຫວ່າງ​ຕ້ອງ​ໃຫ້​ເຫັນ​ໄດ້​ຊັດເຈນ​ໃນ​ໄລ​ຍະ 100 ແມັດ ສ່ວນ​ທາງ​ດ້ານ​ໄຟ​ເບ​ຣກ​ກໍ​ຕ້ອງ​ມີ​ສີ​ແດງ ໄຟ​ລ້ຽວ​ຕ້ອງ​ເປັນ​ໄຟ​ກະ​ພິບ​ສີ​ເຫລືອງ​ ​ແລະ ​ສີ​ແດງ​ເທົ່າ​ນັ້ນ ເຮັດໃຫ້​ການ​ປ່ຽນ​ສີ​ສັນຍາ​ນ​ໄຟ ນັ້ນ​ສົ່ງ​ຜົນ​ໃຫ້​ຜິດ​ກົດຫມາຍ

http://s5.boxzaracing.com/news/03/mo/

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...