Homeຂ່າວພາຍ​ໃນໄທຖະຫຼົ່ມຫວຽດນາມຢ່າງໜັກໃນນັດຊິງຊະນະເລີດບານເຕະ U-19 ເຮັດໃຫ້ໄດ້ແຊ້ມມາຄອງ

ໄທຖະຫຼົ່ມຫວຽດນາມຢ່າງໜັກໃນນັດຊິງຊະນະເລີດບານເຕະ U-19 ເຮັດໃຫ້ໄດ້ແຊ້ມມາຄອງ

Published on

ໃນການແຂ່ງຂັນບານເຕະລຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ນັດຊິງຊະນະເລີດ  AFF U-19 Championship 2015 ຫຼື  ບານເຕະ ຊິງແຊ້ມອາຊຽນຮຸ້ນອາຍຸບໍ່ເກີນ 19 ປີ ໃນມື້ນີ້ທີມຊາດໄທລົງສະໜາມພົບກັບທີມຊາດຫວຽດນາມ ເຊີ່ງຈະລົງແຂ່ງຂັນໃນເວລາ 19:00 ໂມງ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16, ທ່າມກາງສຽງເຊຍຂອງແຟນບານຊາວຫວຽດນາມທີ່ດັງໃນສະໜາມການແຂ່ງຂັນ, ໃນເຄີ່ງເວລາທຳອິດແຂ່ງັຂນກັນໄປແບບດຸເດືອດແຕ່ກອນຈະໝົດເວລາໃນນາທີທີ່ 44 ກໍ່ເກີດມີປະຕູຂື້ນຈາກລູກຍິງຂອງ ວໍລະຊິດ ເຮັດໃຫ້ ທີມຊາດໄທຂື້ນນຳກ່ອນ 1-0 ປະຕູ

ພໍມາຮອດເຄີ່ງເວລາທີ 2 ເລີ່ມເກມມາຮອດນາທີ 56 ທີມຊາດໄທໄດ້ປະຕູເພີ່ມຈາກ ສຸກສັນ ຂື້ນນຳເປັນ 2-0 ປະຕູ, ຕໍ່ມາໃນນາທີທີ່ 68 ໄທມາໄດ້ປະຕູເພີ່ມອີກຈາກ ຣິດທິເດດ ເປັນ 3-0 ປະຕູທີ່ທີມຊາດໄທຂື້ນນຳທີມຊາດຫວຽດນາມໃນຕອນນີ້ ແລະ ເບີ່ງຄືວ່າຈະຈົບລົງເທົ່ານີ້ແຕ່ໃນນາທີ່ 83 ວໍລະຊິດຄົນເດີມມາຍິງປະຕູເພີ່ມເຮັດໃຫ້ຂື້ນນຳເປັນ 4-0​ ກ່ອນທີ່ຈະຈົບເກມທີມຊາດໄທກໍ່ຢ້ຳໄຊຊະນະໂດຍການຍິງໃນນາທີທີ່ 87 ຈາກອານົນ ແລະ ໃນນາທີທີ່ 90​ (ຊ່ວງທົດເວລາບາດເຈັບ) ອານນົນຄົນເກົ່າຍິງເພີ່ມ ເຮັດໃຫ້ທີມຊາດໄທຊະນະທີມຊາດຫວຽດນາມແບບຂາດລອຍ 6-0 ປະຕູ, ຄວ້າແຊ້ມບານເຕະຊິງແຊ້ມອາຊຽນຮຸ້ນບໍ່ເກີນອາຍຸ 19 ປີໄປຄອງ, ອັນດັັບທີ 2 ທີມຊາດຫວຽດນາມ, ອັນດັບທີ 3 ທີມຊາດລາວ, ອັນດັບທີ 4 ທີມຊາດມາເລເຊຍ

U-19-Thailand-National-Football-Team2-800x445

11960109_1471030589891333_1994582827417579053_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...