Homeຂ່າວພາຍ​ໃນໃນທີ່ສຸດກໍ່ເປັນໄປຕາມຄວາມຫວັງລາວໄດ້ທີ 3 ບານເຕະ U-19

ໃນທີ່ສຸດກໍ່ເປັນໄປຕາມຄວາມຫວັງລາວໄດ້ທີ 3 ບານເຕະ U-19

Published on

ໃນການແຂ່ງຂັນບານເຕະລຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ນັດຊີງອັນດັບ 3  AFF U-19 Championship 2015 ໃນມື້ນີ້ທີມຊາດລາວລົງສະໜາມພົບກັບທີມຊາດມາເລເຊຍ ເຊີ່ງຈະລົງແຂ່ງຂັນໃນເວລາ 16:00 ໂມງ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16, ຈົບລົງແບບສວຍງາມຕາມຄວາມຄາດຫວັງຂອງແຟນບານຊາວລາວເຮົາໃນເກມການແຂ່ງຂັນເຄີ່ງເວລາທຳອິດຍັງບໍ່ສາມາດຍິງປະຕູກັນໄດ້ຈົນຈົບເຄີ່ງເວລາທຳອິດ, ພໍມາເຖິງເຄີ່ງເວລາທີ 2 ກໍ່ຖືວ່າລາວເຮົາມີໂອກາດຫຼາຍຄັ້ງ ແລະ ໃນທ່າມກາງຄວາມໃກ້ຈະສີ້ນຫວັງຂອງແຟນບານຊາວລາວເຮົາກໍ່ມີສຽງໂຮຂື້ນກ່ອນໝົດເວລາ 5 ນາທີສຸດທ້າຍທີມຊາດລາວເຮົາສາມາດຍິງປະຕູໄດ້ໃນນາທີທີ່ 85 ຂື້ນນຳ 1-0 ປະຕູ ເບີ່ງຄືວ່າຈະຈົບພຽງເທົ່ານີ້ແຕ່ວ່າທີມຊາດມາເລຍເຊຍ ມາຕີສະເໜີໃນນາທີທີ່ 90 ເປັນ 1-1 ປະຕູ ເຮັດໃຫ້ຕ້ອງຕໍ່ເວລາພິເສດຕື່ມ ແລະ ທີມຊາດລາວກໍ່ບໍ່ເຮັດໃຫ້ຜິດຫວັງແຂ່ງຂັນ 120 ນາທີ ທີມຊາດລາວເອົາຊະນະທີມຊາດມາເລເຊຍໄປໄດ້ 3-2 ປະຕູ ລວມປະຕູທັງໝົດ 4-3 ປະຕູ ເຮັດໃຫ້ທີມຊາດລາວຄວ້າອັນດັບທີ 3 ແລະ ທີຊາດມາເລເຊຍ ອັນດັບທີ 4 ຂອງການແຂ່ງຂັນບານເຕະ ຊິງແຊ້ມອາຊຽນຮຸ້ນອາຍຸບໍ່ເກີນ 19 ປີທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບ

10384760_1471010616559997_2578153391462347240_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...