ຈົບແບບໝົດສະພາບສຳລັບການແຂ່ງຂັນບານເຕະບານໂລກຮອບຄັດເລືອກໂຊນອາຊີເປັນການພົບກັນລະຫວ່າງທີມຊາດລາວພົບທີມຊາດ ສ.ເກົາຫຼີ ໃນວັນທີ 3 ກັນຍາ 2015 ທີ່ປະເທດ ສ.ເກົາຫຼີ ເວລາ 18:00 ໂມງທີ່ຜ່ານມາ ເຊີ່ງຈົບເກມ 90 ນາທີ ທີມຊາດລາວບໍ່ສາມາດຍິງປະຕູທີມຊາດ ສ.ເກົາຫຼີໄດ້ເລີຍຈັກລູກ ເຮັດໃຫ້ເສຍແບບຂາດລອຍ 0-8 ປະຕູ ແຕ່ສຳລັບການແຂ່ງຂັນໃນຄັ້ງນີ້ແມ່ນສາມາດເຮັດໃຫ້ນັກເຕະເກັບກ່ຽວປະສົບການອີກລະດັບໜື່ງໃນວົງການບານເຕະເພື່ອນຳມາພັດທະນາຕໍ່ໄປ