spot_img
Homeຂ່າວພາຍ​ໃນກວດການະຄອນຫຼວງ ຈະທວງຄືນເງິນທີ່ຖືກໂກງໄປ

ກວດການະຄອນຫຼວງ ຈະທວງຄືນເງິນທີ່ຖືກໂກງໄປ

Published on

korap

ພະແນກກວດການະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນ, ໜ່ວຍງານຂອງຕົນພວມດຳເນີນການເລັ່ງທວງ ເງິນຫລາຍຕື້ກີບນຳພະນັກງານລັດຖະກອນ ທີ່ໄດ້ສວຍໃຊ້ໜ້າທີ່ຕຳແໜ່ງອຳນາດ ລັກລອບເອົາໄປແບບບໍ່ຊອບທຳຫລາຍກໍລະນີ ໃນຫລາຍປີຜ່ານມາ ແລະ ພົ້ນເດັ່ນແມ່ນ ມີພະນັກງານຈຳນວນໜຶ່ງໄດ້ຂາຍດິນລັດ ໃນເນື້ອທີ່ຫລາຍກວ່າ 12 ເຮັກຕາ, ມີຜົນເສຍຫາຍຫລາຍກວ່າ 3 ຕື້ກີບ, ໃນນີ້ສາມາດເກັບກູ້ຄືນໄດ້ພຽງ 971 ລ້ານກວ່າກີບ, ສ່ວນທີ່ເຫລືອແມ່ນຍັງຢູ່ໃນຂັ້ນຕອນ ດຳເນີນຕາມລະບຽບກົດໝາຍ ແລະ ເກັບກູ້ຜົນເສຍຫາຍດັ່ງກ່າວ ມາໃຫ້ໄດ້ໂດຍໄວ, ນີ້ແມ່ປາກົດການສໍ້ລາດບັງຫລວງ ທີ່ພວມເກີດຂຶ້ນຢ່າງແຜ່ຫລາຍ.

ຄະນະດັ່ງກ່າວຍັງໃຫ້ຮູ້ວ່າ: ເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາ, ນະຄອນ ຫລວງໄດ້ເອົາໃຈໃສ່ຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງຕົນຢ່າງເປັນປະຈຳ, ໂດຍສະເພາະແມ່ນໄດ້ກວດກາແຜນລາຍຮັບ -ລາຍຈ່າຍ, ການປະຕິບັດແຜນງານ ແລະ ໂຄງການສຳຄັນຕ່າງໆເຊັ່ນ: ງານສະເຫລີມສະຫລອງນະຄອນຫລວງຄົບຮອບ 450ປີ, ໂຄງການກໍ່ສ້າງສະໜາມກິລາແຫ່ງຊາດ, ການກໍ່ສ້າງເສັ້ນທາງ 450 ປີ, ໂຄງການປັບປຸງສະໜາມຫລວງ, ກົມມະລຽນພະທາດຫລວງ, ເສັ້ນທາງ 4 ເລນໜ້າພະທາດຫລວງ, ສ້າງສວນໄຊເສດຖາ,  ສວນໜອງສະພັງເລນ, ອານຸສາວະລີເຈົ້າອານຸວົງ, ໂຄງການຕ້ານຕາຝັ່ງເຈື່ອນ, ເສັ້ນທາງດົງໂດກ-ໂພນຕ້ອງ-ໂພນພະເນົາ, ໂຄງການສ້າງທາງໜອງບົວທອງ-ໜອງບຶກ ແລະ ອື່ນໆ, ເຊິ່ງເຫັນວ່າໂຄງການຈຳນວນໜຶ່ງແມ່ນມີຄຸນນະພາບ ແລະ ສຳເລັດຕາມກຳນົດເຊັ່ນ: ໂຄງການກໍ່ສ້າງເສັ້ນທາງ 450 ປີ ແລະ ເສັ້ນທາງໜອງບົວທອງ-ໜອງບຶກ, ຊຶ່ງເປັນໂຄງການປະຕິບັດຕາມນະໂຍບາຍ ຫັນຊັບສີນເປັນທຶນ.

ຄຽງຄູ່ກັບການກວດກາຕົວຈິງແລ້ວ, ພະແນກດັ່ງກ່າວຍັງໄດ້ເອົາໃຈໃສ່ ໃນການເຜີຍແຜ່ບັນດາກົດໝາຍ, ຄຳສັ່ງແນະນຳກ່ຽວກັບການຕ້ານການສໍ້ລາດບັງຫລວງ, ຕ້ານການຟູມເຟືອຍຕ່າງໆໃຫ້ພະນັກງານ ລັດຖະກອນ ແລະ ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງ ເປັນປົກກະຕິແລະ ກວ້າງຂວາງ, ເພື່ອເຫັນໄດ້ຜົນຮ້າຍ ແລະ  ຄວາມອັນຕະລາຍຂອງການສໍ້ລາດບັງຫລວງ, ການສວຍໃຊ້ໜ້າທີ່ຕຳແໜ່ງ, ໃຊ້ອຳນາດເກີນຂອບເຂດ, ການຮັບສີນບົນ, ການປອມແປງເອກະສານ, ການຄິດໄລ່ມາດຖານເຕັກນິກ ກໍ່ສ້າງບໍ່ຖືກຕາມຕົວຈິງ ແລະ ອື່ນໆ. ເພື່ອໃຫ້ເປັນໄປຕາມຫລັກການທີ່ວ່າ: ຖືເອົາການສະກັດກັ້ນເປັນຕົ້ນຕໍ ແລະ ເອົາການຕ້ານເປັນສຳຄັນ ເພື່ອບໍ່ໃຫ້ມີໂຄງການນອກແຜນ ແລະບັນຫາຫຍໍ້ທໍ້ອື່ນໆເກີດຂຶ້ນ.

ບັນຫາດັ່ງກ່າວແມ່ນທ່ານ ບຸນທອງ ພົມມະຈັນ ຄະນະພັກປະທານຄະນະກວດກາພັກ, ຫົວໜ້າພະແນກກວດກາລັດນະຄອນຫລວງ, ລາຍງານຢູ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນ ທີ່ໄດ້ສຳເລັດລົງເມື່ອບໍ່ດົນມານີ້.

ຂ່າວຈາກ: 7892

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...