Homeຂ່າວພາຍ​ໃນຕະຫຼາດກາເຟຕົກຕ່ຳເຮັດໃຫ້ລາຍຮັບຈາກການສົ່ງອອກກາເຟຂອງລາວຫຼຸດລົງ

ຕະຫຼາດກາເຟຕົກຕ່ຳເຮັດໃຫ້ລາຍຮັບຈາກການສົ່ງອອກກາເຟຂອງລາວຫຼຸດລົງ

Published on

ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ກາ​ເຟຂອງລາວຫຼຸດ​ລົງ​ຢ່າງ​ຕໍ່​ເນື່ືອງ​ໂດ​ຍທີ່​ມີ​ສາ​ເຫດ​ມາ​ຈາກ​ກາ​ເຟ​ໃນ​ຕະຫຼາດ​ໂລກ​ຕົກ​ຕ່ຳ​ຫຼາຍ​ກວ່າ 45%, ​ໃນ​ຂະນະ​ທີ່​ຜົນ​ຜະລິດ​ກາ​ເຟຂອງລາວ​ເພີ່ມ​ຂຶ້ນ​ເປັນ 98,000 ກວ່າ​ໂຕນ

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ລາຍ​ງານ​ວ່າ ກະ​ສິກອນ​ທີ່​ປູກ​ກາ​ເຟ​ໃນລາວ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ການ​ທີ່​ລາຄາ​ກາ​ເຟ​ໃນ​ຕະຫຼາດ​ໂລກ​ຕົກຕ່ຳລົງ​ຢ່າງ​ຕໍ່​ເນື່ອງ​ນັບ​ຈາກ​ປີ 2005 ​ເປັນ​ຕົ້ນ​ມາ ເີ່ຊງປະກົດ​ວ່າ​ລາຄາ​ກາ​ເຟ​ໄດ້​ຕົກຕ່ຳລົງ​ຫຼາຍ​ກວ່າ 45%, ໃນ​ເວລາ​ນີ້ ກໍ​ຄື​ລາຄາ​ກາ​ເຟ Arabica ​ໄດ້ຕົກ​ຕ່ຳ​ລົງຈາກ 5,000 ​ໂດ​ລາ ມາ​ເປັນ​ລະຫວ່າງ 2,687 ຫາ 2,755 ​ໂດ​ລາ​ຕໍ່​ໂຕນ ສ່ວນ​ລາຄາ​ກາ​ເຟ Robusta ນັ້ນ​ກໍ​ຕົກຕ່ຳລົງ​ຈາກ 2,500 ​ໂດ​ລາ ມາ​ເປັນ​ລະຫວ່າງ 1,658 ຫາ 1641 ຕໍ່ໂຕນ​ໃນ​ປະຈຸ​ບັນ.

ທັງ​ນີ້​ໂດຍ​ໃນ​ປີ 2014 ທີ່​ຜ່ານ​ມາ​ກະ​ສິກອນ​ລາວ ​ໄດ້​ປູ​ກກາ​ເຟ​ໃນ​ເນື້ອ​ທີ່​ລວມ 130,000 ​ເຮັດ​ຕາ ຢູ່​ໃນ​ເຂດ​ເມືອງ​ປາກ​ຊ່ອງ ​ແລະ ​ເມືອງ​ບາ​ຈຽງ ​ໃນ​ແຂວງ​ຈຳປາ​ສັກ ເມືອງ​ເຫຼົ່າ​ງາມ​ໃນ​ແຂວງສາລະ​ວັນ ​ແລະ ​ເມືອງ​ທ່າ​ແຕງ​ໃນ​ແຂວ​ງ​ເຊ​ກອງ ​ໂດຍ​ມີ​ຜົນ​ຜະລິດ​ທີ່​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ລວ​ມກັນ 87,000 ​ໂຕນສ່ວນ​ປີ 2015 ກໍ​ວາງ​ເປົ້າໝາຍ​ຈະ​ສົ່ງ​ອອກ ກາ​ເຟ​ໃຫ້​ໄດ້ 98,000 ​ໂຕນ ​ແລະ ​ເພີ່ມ​ຂຶ້ນ​ເປັນ 120,000 ​ໂຕນ​ໃນ​ປີ 2020 ​ແລະ 280,000 ​ໂຕນ​ໃນ​ປີ 2025 ຕາມ​ລຳດັບ.

ພ້ອມ​ກັນ​ນີ້ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ ຍັງ​ໄດ້​ວາງແຜນການ​ພັດທະນາ​ປັບປຸງ​ລະບົບ​ຄອງ​ຊົນລະປະທານ​ໃນ​ທົ່ວ​ປະ​ເທດ​ເພື່ອ​ເພີ່ມ​ລະດັບ​ປະສິດ​ທິພາ​ບ​ໃນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ກັບ​ທີ່​ນາ​ໃຫ້​ໄດ້ໃນ​ເນື້ອ​ທີ່​ລວມ 580,000 ​ເຮັກຕາ​ໃນ​ລະດູ​ການ​ປີ 2014 ຫາ 2015 ເຊີ່ງໃນ​ນີ້ແບ່ງ​ເປັນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ນາປີ 400,000 ​ເຮັກ​ຕາ ​ແລະ ນາ​ແຊງ 180,000 ​ເຮັກຕາຕາມ​ລຳດັບ.

​ໂດ​ຍຖ້າ​ຫາກ​ການ​ດຳ​ເນີນ​ງານ​ເປັນ​ໄປຕາມ​ແຜນການ​ທີ່​ວາງ​ໄວ້​ດັ່ງກ່າວ​ກໍ​ຈະ​ເປັນ​ສິ່ງ​ທີ່​ຮັບປະກັນ​ໄດ້​ວ່າ​ຜົນ​ຜະລິດ​ເຂົ້າໃນ​ທົ່ວ​ປະ​ເທດ​ລາວຈະ​ມີ​ປະລິມານ​ລວມ​ເຖິງ 4.2 ລ້ານ​ໂຕນ​ໃນ​ປີ 2015 ເີ່ຊງ​ນອກຈາກ​ຈະ​ພຽງພໍ​ກັບ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ແລ້ວ ກໍ​ຍັງ​ຈະ​ມີ​ຜົນ​ຜະລິດ​ເຂົ້າສຳລັບ​ສົ່ງ​ອອກ​ຕ່າງປະ​ເທດ​ໃນ​ປະລິມານ​ລວມບໍ່​ໜ້ອຍ​ກວ່າ 6 ​ແສ​ນ​ໂຕນ​ອີກ​ດ້ວຍ.

ທາງ​ດ້ານ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ກໍ່​ລາຍ​ງານ​ວ່າ ພາກ​ທຸ​ລິ​ກິດ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ເຂົ້າລາວ​ໄປ​ຕ່າງປະ​ເທດ​ຍັງ​ບໍ່​ສາມາດ​ແຂ່ງຂັນ​ໃນ​ຕະຫຼາ​ດ​ໂລກ​ໄດ້​ຢ່າງ​ແທ້​ຈິງ ​ເພາະ​ສ່ວນ​ໃຫຍ່​ກໍ​ຍັງ​ເປັນ​ຜົນ​ຜະລິດ​ທີ່ມີ​ລະດັບ​ຄຸນ​ນະພ​າບຕ່ຳກວ່າ​ຜະລິດ​ຕະພັນ​ເຂົ້າ​ໄທ, ຫວຽດນາມ, ກຳ​ປູ​ເຈຍ ​ແລະ ມຽນມາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...