spot_img
Homeຂ່າວພາຍ​ໃນນຳເອົາວັດຖຸບູຮານລາວ ທີ່ຖືກລັກໄປກັບຄືນປະເທດ

ນຳເອົາວັດຖຸບູຮານລາວ ທີ່ຖືກລັກໄປກັບຄືນປະເທດ

Published on

fri13sep2

ສຽນພະພຸດທະຮູບເຊິ່ງ ເປັນວັດຖຸບູຮານລ້ຳຄ່າຂອງ ລາວທີ່ຖືກຄົນບໍ່ດີລັກເອົາໄປ ຂາຍໄດ້ຖືກນຳເອົາກັບຄືນປະ ເທດໂດຍໄດ້ທຳພິທີມອບ- ຮັບ ແລະ ສູດຂວັນ ກ່ອນນຳສົ່ງກັບຄືນປະເທດຢູ່ທີ່ວັດໂຈ ໂກກຸຈິ(Chokokuji),ນະ ຄອນຫລວງໂຕກຽວ, ປະເທດ ຍີ່ປຸ່ນໃນຕອນບ່າຍຂອງວັນທີ 6 ກັນຍາ 2013 ນີ້.  ບັນດາຜູ້ ເຂົ້າຮ່ວມພິທີຈາກຝ່າຍຍີ່ປຸ່ນ ປະກອບມີ: ທ່ານນາງ ມາຊາ
ເອ ຊູຢູກິ ປະທານອົງການ ໃຈຂຽວ  ( Green Heart )ພ້ອມດ້ວຍຄະນະເປັນຜູ້ມອບ,ທ່ານ ດຣ. ຕາດາຕາກະ ໂກອິເດະ, ກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈໍາ ນາໂກຢາ  ພ້ອມ ດ້ວຍຄະນະເປັນຜູ້ປະສານ ງານ, ຄູບາອາຈານຈາກວັດ ໂຈໂກກຸຈິຈຳນວນ 8 ອົງ ແລະ
ຄະນະທີ່ເຂົ້າຮ່ວມຈາກຝ່າຍ ລາວປະກອບມີ: ທ່ານ ດຣ. ບຸນຖອງ ດີວິໄຊ, ຮອງເຈົ້າ ແຂວງຈຳປາສັກ ພ້ອມດ້ວຍ ຄະນະ ແລະ ພະອາຈານ ຄໍາຕູ້ ອິນທະວົງ ແລະ ພະນັກງານ ສະຖານເອກອັກຄະລັດຖະ ທູດແຫ່ງ ສປປ ລາວ ທີ່ໂຕ ກຽວ. ໂດຍທ່ານເຄນ ທອງ ນວນທະສິງ, ເອກອັກຄະລັດ ຖະທູດແຫ່ງ ສປປ ລາວ ປະ ຈຳປະເທດຍີ່ປຸ່ນ ແລະ ເຈົ້າ ໜ້າທີກ່ຽວຂ້ອງຈາກກະຊວງ ການຕ່າງປະເທດຍີ່ປຸ່ນເຂົ້າ ຮ່ວມເປັນສັກຂີພະຍານ.
ສຽນພະພຸດທະຮູບດັ່ງ ກ່າວມີຂະໜາດ 55x33x40 ຊັງຕີແມັດ, ຊຶ່ງຖືກຄົນບໍ່ດີລັກ ຈາກວັດພູຈຳປາສັກ ແລະ ຂາຍໄປປະເທດຍີ່ປຸ່ນ,ຊຶ່ງຄົນ ຍີ່ປຸ່ນ ໄດ້ຊື້ ແລະ ເກັບຮັກສາ  ໄວ້ຢູ່ທີ່ນັ້ນ. ແຕ່ຍ້ອນນ້ຳໃຈ ອັນດີງາມຂອງທ່ານນາງມາຊາເອະ ຊູຢູກິ ຜູ້ຮັກສາສຽນພະພຸດທະຮູບສຳນຶກໄດ້ເຖີງຄຸນຄ່າອັນລໍ້າຄ່າທາງດ້ານວັດທະ ນະທຳຂອງວັດຖຸບູຮານລາວ ທີ່ມີຄວາມສໍາຄັນຕໍ່ປະຊາຊົນ ລາວກໍ່ຄືປະເທດລາວ,ຜູ້ກ່ຽວ ຈື່ງໄດ້ຕັດສິນໃຈມອບຄືນໃຫ້ ລັດຖະບານລາວ ເພື່ອຈັດສົ່ງ ສຽນພະພຸດທະຮູບດັ່ງກ່າວ ກັບຄືນສູ່ ສປປ ລາວ ໂດຍ ຫວັງວ່າສຽນພະພຸດທະຮູບ ດັ່ງກ່າວຈະນຳມາຕິດຕໍ່ໃສ່ຕົນ ໂຕຂອງເພີ່ນທີ່ເຊື່ອວ່າຍັງຢູ່ ປະເທດລາວ. ຜູ້ກ່ຽວຈຶ່ງໄດ້ ປະ ສານໄປຍັງກົງສຸນກິດຕິມະ ສັກແຫ່ງ ສປປ ລາວ ປະຈຳ ນາໂກຢາ ແລະ ສະຖານ ເອກ
ອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ໂຕກຽວ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ການ ມອບ-ຮັບ ແລະ ນຳສົ່ງສຽນ ພະພຸດທະຮູບດັ່ງກ່າວ ກັບຄືນ ສປປ ລາວ.
ໃນພິທີມອບ-ຮັບ, ທ່ານ ດຣ. ບຸນຖອງ ດີວິໄຊ, ຮອງ  ເຈົ້າແຂວງຈຳປາສັກ ໄດ້ກ່າວ ວ່າ ສຽນພະພຸດທະຮູບດັ່ງກ່າວ ແມ່ນວັດຖຸບູຮານເກົ່າແກ່ທີ່ ເປັນຊັບສົມບັດອັນມີຄຸນຄ່າ ທາງດ້ານວັດທະນະທຳມາ ແຕ່ດຶກດຳບັນຂອງປະເທດ ລາວ ແລະ ເມື່ອນຳສົ່ງຮອດ ລາວ ຈະໄດ້ນຳໄປປະດິດສະ  ຖານໄວ້ທີ່ ຫໍພິພິທະພັນວັດ ພູຈຳປາສັກ. ໃນໂອກາດນີ້, ທ່ານ ດຣ. ບຸນຖອງ ຍັງໄດ້ເຊື້ອ
ເຊີນຊາວຍີ່ປຸ່ນທັງຫຼາຍ ໂດຍ ສະເພາະແມ່ນ ນາງຊູຢູກິ ໄປ ຢ້ຽມຢາມແຂວງຈຳປາສັກ ເພື່ອ ໄປທ່ຽວຊົມວັດພູ ແລະ  ສັດກະລະບູຊາສຽນພະພຸດ ທະຮູບດັ່ງກ່າວນີ້ຢູ່ຫໍພິພິທະ ພັນວັດພູຊື່ງເປັນໜຶ່ງໃນບັນ ດາມໍລະດົກຂອງໂລກ.
ໃນພິທີມອບ-ຮັບແລະສູດມົນຕາມປະເພນີຂອງຊາວ ພຸດຍີ່ປຸ່ນຄັ້ງນີ້, ທ່ານເຄນທອງ
ນວນທະສິງ, ເອກອັກຄະລັດ ຖະທູດແຫ່ງ ສປປ ລາວ ໄດ້ ກ່າວຍ້ອງຍໍຊົມເຊີຍ ສາຍພົວ ພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງ ສປປ ລາວ ແລະຍີ່ປຸ່ນທີ່ມີມາແຕ່ດົນນານ  ແລະ ໄດ້ຮັບການຊຸກຍູ້ສົ່ງເສີມ  ໂດຍສອງລັດຖະບານໃຫ້ເຕີບ
ໃຫຍ່ຂະຫຍາຍຕົວຂື້ນເປັນກ້າວໆໃນຫລາຍດ້ານແລະ ຫລາຍລະດັບ, ທັງພາກລັດ ແລະ ເອກະຊົນ, ຕະຫລອດ ຮອດລະຫ່ວາງ ປະຊາຊົນກັບ ປະຊາຊົນ, ຊື່ງພິທີມອບສ່ົງ ສຽນພະພຸດທະຮູບຄັ້ງນີ້ໄດ້ ເປັນຕົວຢ່າງທີ່ດີຂອງການ ຮ່ວມມື ລະຫວ່າງປະຊາຊົນ ຍີ່ປຸ່ນ-ຊາວນາໂກຢາແລະປະ ຊາຊົນລາວຊາວແຂວງຈໍາປາ ສັກ. ທັງຍັງໄດ້ສະແດງໃຫ້ ເຫັນວ່າ ຊາວພຸດລາວ ແລະ ຍີ່ປຸ່ນ ມີຫລາຍອັນຄ້າຍຄືກັນ ເປັນຕົ້ນວ່າ ເປັນຄົນທີ່ອ່ອນ ນ້ອມ, ມີນໍ້າໃຈມະນຸດສະທຳ  ເຊື່ອຟັງພະທຳຄຳສອນຂອງ ພະພຸດທະເຈົ້າ ແລະ ອື່ນໆ. ນອກນັ້ນ, ສິ່ງທີ່ພົ້ນເດັ່ນໃນ ການພົວພັນ ແລະ ຮ່ວມມືລະ ຫວ່າງຄູບາອາຈານລາວແລະ ຍີ່ປຸ່ນໃນປີນີ້ແມ່ນອົງການພຸດ ທະສາສະນາສຳພັນລາວໄດ້ ຮັບເອົາ ຄະນະພະສົງໜຸ່ມຍີ່ ປຸ່ນຈຳນວນ 19 ອົງ (ຈາກສະມາຄົມພະສົງຫນຸ່ມມກຽວໂຕ ໂຊໂຕເຂົ້າມາ ສປປ ລາວ ມາປະຕິບັດທໍາຢູ່ວັດປ່າບ້ານ ນາຄູນນ້ອຍ, ເມືອງນາຊາຍ ທອງ, ນະຄອນຫຼວງວຽງຈັນ.  ສຸດທ້າຍທ່ານເອກອັກຄະລັດ ຖະທູດກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ນາງ ຊູຢູກິ ພ້ອມດ້ວຍຄະນະ ແລະ ກົງ ສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈຳນາໂກຢາພ້ອມ ດ້ວຍຄະນະທີ່ໄດ້ມອບສຽນ ພະພຸດທະຮູບດັ່ງກ່າວຄືນ ໃຫ້ ສປປ ລາວ ດ້ວຍຄວາມ ສະໝັກໃຈ ແລະ ຈິງໃຈ. ໃນ ໂອກາດດັ່ງກ່າວທ່ານຮອງ ເຈົ້າແຂວງຈຳປາສັກກໍໄດ້ ມອບຂອງທີ່ລະນຶກໃຫ້ແກ່ ວັດໂຈໂກກຸຈິ, ຄະນະກົງສຸນ ກິດຕິມະສັກ ແລະ ນາງຊູຢູກິ ເພື່ອສະແດງຄວາມຂອບໃຈ ຕໍ່ຄຸນງາມຄວາມດີທີ່ພວກ ເພີ່ນໄດ້ສົ່ງ ສຽນພະພຸດທະຮູບ ຄືນໃຫ້ ສປປ ລາວ.
ພາຍຫລັງພິທີມອບ-ຮັບ ແລະ ສູດຂວັນຕາມປະເພນີ ຍີ່ປຸ່ນີ່ສໍາເລັດແລ້ວ, ສະຖານ ເອກອັກຄະ ລັດຖະທູດລາວທີ່ໂຕກຽວໄດ້ອັງເຊີນເອົາສຽນ
ພະພຸດທະຮູບໄປປະດິດສະ ຖານຊົ່ວຄາວໄວ້ທີ່ສຳນັກງານ ສະຖານທູດລາວ ແລະ ໄດ້ ທຳພິທີສູ່ຂວັນຮຽກຂວັນສຽນ ພະພຸດທະຮູບ ກັບຄືນປະເທດ ໂດຍການເຂົ້າຮ່ວມຂອງຄະ ນະນຳສະຖານທູດ,ຮອງເຈົ້າ ແຂວງຈຳປາສັກ ພ້ອມດ້ວຍ ຄະນະ ແລະ ພະນັກງານສະ ຖານທູດ, ຊຶ່ງທ່ານພະອາ ຈານ ຄຳຕູ້ ອິນທະວົງ, ໄດ້ດຳ ເນີນພິທີທາງສາສະໜາຕາມ ຮີດຄອງປະເພນີຂອງລາວ ເຮົາ, ທັງນີ້ກໍ່ເພື່ອເປັນສິລິມຸງ ຄຸນໃຫ້ແກ່ສະຖານເອກອັກ ຄະລັດຖະທູດລາວທີ່ໂຕກຽວ ແລະ ຄະນະຜູ້ແທນແຂວງຈຳ ປາສັກທີ່ໄດ້ເດີນທາງໄປອັງ ເຊີນເອົາສຽນພະພຸດທະຮູບ ຈາກປະເທດຍີ່ປຸ່ນ ກັບຄືນສູ່ ແຂວງຈຳປາສັກ ຢ່າງປອດ ໄພ. ໃນເວລາ 00:20 ໂມງ ວັນທີ 8 ກັນຍາ 2013, ຄະນະ  ໄດ້ອັງເຊີນ ສຽນພະພຸດທະຮູບ ຂື້ນເຄື່ອງບິນຈາກນະຄອນ ຫລວງໂຕກຽວມາຍັງ ເມືອງ ປາກເຊ ແລະ ຄະນະໄດ້ເດີນ ທາງມາເຖີງສະໜາມບິນ ເມືອງປາກເຊໃນເວລາ 15:15 ຂອງວັນດຽວກັນດ້ວຍຄວາມ ສະຫວັດດີພາບທຸກປະການ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...