Homeຂ່າວຕ່າງປະເທດຣັສເຊຍ ຈະອອກກົດໝາຍ ກຳຈັດອິດທິພົນເງິນໂດລາ-ເອີໂຣ

ຣັສເຊຍ ຈະອອກກົດໝາຍ ກຳຈັດອິດທິພົນເງິນໂດລາ-ເອີໂຣ

Published on

Vladimir Putin

ຕາມຂ່າວຕ່າງປະເທດ ຖະແຫຼງການຈາກທຳນຽບ ປະທານາທິບໍດີຣັສເຊຍຫຼ້າສຸດ ຢືນຢັນວ່າ ຄວາມພະຍາຍາມ ໃນການຊຸກຍູ້ຮ່າງກົດໝາຍສະບັບນີ້ ເຊິ່ງຄາດວ່າຈະມີຜົນບັງຄັບໃຊ້ໃນບໍ່ຊ້າ ຈະຊ່ວຍຂະຫຍາຍການໃຊ້ເງິນສຸກຸນ ຣູເບີລ ແລະເງິນສະກຸນທ້ອງຖິ່ນອື່ນໆ ໃຫ້ມີບົດບາດເພິ່ມຫຼາຍຂຶ້ນ ແລະຊ່ວຍໃຫ້ເກີດຄວາມສະດວກ ໃນດ້ານການຄ້າລະຫວ່າງປະເທດ ຕະຫຼອດຮອດຊ່ວຍປົກປ້ອງ ສະຖຽນລະພາບທາງການເງິນຂອງປະເທດ ໃນພູມິພາກໃຫ້ຫຼຸດພົ້ນ ຈາກຜົນກະທົບທີ່ເປັນຜົນພວງຈາກ ພາວະຄວາມບໍ່ແນ່ນອນທາງເສດຖະກິດ ທັງໃນສະຫະລັດອາເມລິກາ ແລະເອີຣົບໃນເວລານີ້.

ຖ້າຫາກຮ່າງກົດໝາຍດັ່ງກ່າວ ມີຜົນບັງຄັບໃຊ້ຢ່າງເປັນທາງການ ຈະຖືເປັນການພິກໂສມດ້ານການຄ້າ ລະຫວ່າງປະເທດຄັ້ງສຳຄັນ ຈາກແຕ່ເກົ່າທີ່ເງິນສະກຸນໂດລາສະຫະລັດ ແລະເງິນສະກຸນເອີໂຣມີບົດບາດ ສຳຄັນຍິ່ງໃນຖານະສື່ກາງຂອງການຄ້າຂາຍ ລະຫວ່າງປະເທດຕ່າງໆ ໂດຍສະເພາະໃນກຸ່ມປະເທດທີ່ເຄີຍເປັນ ສ່ວນໜຶ່ງຂອງສະຫະພາບໂຊວຽກ ທີ່ຍັງໃຊ້ເງິນຕາທັງ 2 ສະກຸນ ຂອງໂລກຕາເວັນຕົກເປັນສື່ກາງ ຄິດເປັນສັດສ່ວນປະມານ 50% ຫຼືເຄິ່ງໜຶ່ງຂອງການຄ້າຂາຍລະຫວ່າງກັນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...