Homeຂ່າວພາຍ​ໃນປະຊາຊົນ ເຂດຈຸດສຸມ ຕັງອາໄລ-ລະແບງ ພົບບັນຫາ ລາຄາຢາງໂບງ ຕົກຕໍ່າ

ປະຊາຊົນ ເຂດຈຸດສຸມ ຕັງອາໄລ-ລະແບງ ພົບບັນຫາ ລາຄາຢາງໂບງ ຕົກຕໍ່າ

Published on

02

ຂປລ. ປັດຈຸບັນ ປະຊາຊົນ ໃນເຂດຈຸດສຸມ ຕັງອາໄລ-ລະແບງ ​ແຂວງ​ສະຫວັນ​ນະ​ເຂດ ທີ່​ຢຶດຖື​ອາຊີບ ​ປູກ​ພືດ​ອຸດສາຫະກຳ​ຄື ຢາງໂບງ ພວມປະສົບກັບ ບັນຫາ ລາຄາຕົກຕ່ຳ, ເຮັດໃຫ້ລາຍຮັບ ຂອງພໍ່ແມ່ ປະຊາຊົນ ຫລຸດລົງ.

 ທ່ານ ບຸນໂສມ ແສນປັນຍາ ລາຂາພັກຮາກຖານ ຈຸດສຸມຕັງອາໄລ-ລະແບງ​ໄດ້​ລາຍ​ງານຕໍ່ ທ່ານ ສັນຕິພາບ ພົມວິຫານ ຮອງເຈົ້າແຂວງ ສະຫວັນນະເຂດ ພ້ອມພະແນກການ ອ້ອມຂ້າງແຂວງ ທີ່ເຄື່ອນໄຫວ ຢ້ຽມຢາມ-ຕິດຕາມເບິ່ງ ການພັດທະນາ ພື້ນຖານ ໂຄງລ່າງ ໃນເຂດດ່ັງກ່າວ ​ເມື່ອ​ທ້າຍ​ເດືອນ​ ຜ່ານ​ມາ​ວ່າ: ຢາງໂບງ ເປັນສິນຄ້າທີ່ສ້າງລາຍຮັບ ໃຫ້ກັບຄອບຄົວ ຂອງປະຊາຊົນ ໃນເຂດນີ້ ໄດ້ດີພໍສົມຄວນ ຈາກເມື່ອກ່ອນ ເຄີຍຂາຍຢາງໂບງແຫ້ງ 1 ກິໂລຕໍ່ 7-8 ພັນກີບ ແຕ່ໄລຍະນີ້ ລາຄາແມ່ນ ຂາຍໄດ້ພຽງ 1 ກິໂລຕໍ່ 4 ພັນກີບ ເຮັດໃຫ້ຈຳນວນ ຄອບຄົວ ຜູ້ທີ່ປູກຢາງໂບງ 100 ກວ່າຄອບຄົວ ພົບກັບບັນຫາ ລາຍຮັບ ຫລຸດລົງ.

ຈຸດສຸມ ຕັງອາໄລ-ລະແບງ ມີເນື້ອທີ່ກະສິກຳ ທັງໝົດ 1.577 ເຮັກຕາ, ປະຊາຊົນ ໃນເຂດດັ່ງກ່າວ ໄດ້ສຸມໃສ່ໃນການປູກຢາງໂບງ ໃນເນື້ອທີ່ 300 ກວ່າເຮັກ ຕາ,​ ປູກກ້ວຍ 50 ກວ່າເຮັກຕາ, ເຮັດສວນປູກພືດ ປະສົມເກືອບ 800 ເຮັກຕາ ແລະ ເຮັດນາ 20 ເຮັກຕາ. ນອກຈາກນີ້ ຍັງໄດ້ປູກພືດ ຊະນິດຕ່າງໆອີກ 10 ກວ່າເຮັກຕາ ລາຍຮັບສ່ວນໃຫຍ່ ຂອງປະຊາຊົນ ເຂດນີ້ ແມ່ນໄດ້ຈາກການ ຂາຍຜົນຜະລິດ ກະສິກຳ ແລະ ສັດລ້ຽງ.

ບ້ານທີ່ນອນໃນ ຈຸດສຸມມີ 12 ບ້ານ, ພົນລະເມືອງ 4 ພັນກວ່າຄົນ, ຍິງ 2 ພັນກວ່າຄົນ, ມີ 674 ຫລັງຄາເຮືອນ ແລະ ມີ 767 ຄອບຄົວ, ປະຊາຊົນສ່ວນໃຫຍ່ ແມ່ນຖືເອົາອາຊີບ ການປູກພືດ ອຸດສາຫະກຳ ແລະ ລ້ຽງສັດຍ້ອນສະພາບທີ່ຕັ້ງ ແລະ ພູມສັນຖານ ເໝາະສົມ ສັດລ້ຽງ ຂອງປະຊາຊົນ ເຂດນີ້ມີສັດໃຫຍ່ ປະເພດຄວາຍ 450 ກວ່າໂຕ, ງົວ 1.470 ກວ່າໂຕ, ແບ້ 820 ກວ່າໂຕ, ໝູ 780 ກວ່າໂຕ, ສັດປີກເກືອບ 5 ພັນໂຕ ແລະ ປະຊາຊົນ ຍັງໄດ້ປ່ອຍປາ 2 ແສນ ກວ່າໂຕ ເພື່ອເປັນອາຫານ ແກ້ໄຂພາຍໃນ ຄອບຄົວ.

ຂ່າວ:
11822705_421088098094976_3970842708351530393_n

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...