Homeຂ່າວພາຍ​ໃນອພບ ຮຽກຮ້ອງມວນຊົນເຂົ້າຮ່ວມປະຕິບັດນະໂຍບາຍ ສ ສະອາດ ແຂງແຮງກວ່າເກົ່າ

ອພບ ຮຽກຮ້ອງມວນຊົນເຂົ້າຮ່ວມປະຕິບັດນະໂຍບາຍ ສ ສະອາດ ແຂງແຮງກວ່າເກົ່າ

Published on

20150901_095750

ອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ(ອພບ), ໄດ້ຮຽກຮ້ອງໃຫ້ມວນຊົນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍ ສ ສະອາດ ໃນຕົວເມືອງໃຫ້ແຂງແຮງກວ່າເກົ່າ, ພາຍຫລັງເຫັນວ່າສັງຄົມມີສ່ວນຮ່ວມໜ້ອຍ, ຈຶ່ງເຮັດໃຫ້ຕົວເມືອງຂອງນະຄອນຫລວງ ບໍ່ສະອາດງາມຕາດີເທົ່າທີ່ຄວນ.

ທ່ານ ຄຳປ່ຽນ ອີນທະລືຊາ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ໃຫ້ຮູວ່າ: ເພື່ອເຮັດໃຫ້ນະຄອນຫລວງວຽງຈັນ, ກາຍເປັນຕົວເມືອງທີ່ໜ້າຢູ່, ມີຄວາມຈະເລີນສີວິໄລ ແລະ ສະອາດຈົບງາມນັ້ນ, ມັນມີຄວາມຈຳເປັນຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງນະຄອນຫລວງວາງອອກຢ່າງຕັ້ງໜ້າ, ໂດຍສະເພາະແມ່ນ ສ ສະອາດ, ເພາະວ່າວຽກດັ່ງກ່າວມັນແມ່ນໜ້າທີ່ ລວມຂອງໝົດທຸກຄົນທີ່ຈະຕ້ອງໄດ້ພ້ອມກັນເຮັດຢ່າງມີປະສິດທິພາບ, ເຊິ່ງບົດຮຽນຕົວຈິງຈາກການຈັດຕັ້ງປະຕິບັດໃນຫລາຍປີຜ່ານມາໄດ້ຊີ້ໃຫ້ເຫັນວ່າ: ຖ້າລຳພັງປະປ່ອຍໃຫ້ແຕ່ ອພບ ເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດພຽງຝ່າຍດຽວນັ້ນ, ມັນກໍເຮັດໄດ້ຫລ້າຊ້າຄື

ພວກເຮົາເຫັນນຳກັນດັ່ງທຸກວັນນີ້. ເຖິງວ່າວຽກງານດັ່ງກ່າວ ອພບ ຈະເປັນຜູ້ຮັບຜິດຊອບໂດຍກົງ, ແຕ່ມັນກໍມີຫລາຍປັດໄຈຫຍຸ້ງຍາກເຊັ່ນ: ຄົນຜູ້ທີ່ຈະມາເຮັດວຽກດັ່ງກ່າວກໍມີໜ້ອຍ, ງົບປະມານມີຈຳກັດ, ພາຫະນະຮັບໃຊ້ບໍ່ພຽງພໍກັບຄວາມຕ້ອງການຕົວຈິງ, ຈາກສະພາບບໍ່ຄ່ອງຕົວດັ່ງກ່າວຈຶ່ງເຮັດໃຫ້ຫລາຍເສັ້ນທາງໃນຕົວເມືອງຍັງຕົກຢູ່ໃນສະພາບເປີະເປື້ອນຄືດັ່ງປັດຈຸບັນ. ສະນັ້ນ ຫາກມວນຊົນທົ່ວສັງຄົມໄດ້ເຂົ້າມາມີສ່ວນຮ່ວມເປັນເຈົ້າການເຮັດອານາໄມຕາມແຄມທາງ, ຮ່ອງລະບາຍນ້ຳແຕ່ລະເຂດຢ່າງມີຄວາມຮັບຜິດຊອບ, ເຊື່ອແນ່ວ່າຕົວເມືອງຈະມີໂສມໜ້າຫັນປ່ຽນດີຂຶ້ນຫລາຍກວ່ານີ້, ຖະໜົນຫົນທາງຈະມີຄວາມສະອາດຈົບງາມ, ບໍ່ມີຂີ້ເຫຍື້ອ, ບໍ່ມີຂີ່ຝຸ່ນເປີະເປື້ອນ ແລະ ມີອາກາດສົດຊື່ນດີ, ເຮັດໃຫ້ນະໂຍບາຍ ສ ສະອາດ ເປັນຮູບປະທຳຫລາຍຂຶ້ນ.

 

ແຫຼ່ງຂ່າວ:
7892

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...