Homeຂ່າວພາຍ​ໃນເສັ້ນທາງ 450 ປີບາງຈຸດເລີ່ມມີສະພາບຮົກເຮື້ອ

ເສັ້ນທາງ 450 ປີບາງຈຸດເລີ່ມມີສະພາບຮົກເຮື້ອ

Published on

024
ຮູບປະກອບຂ່າວ

ດັ່ງທີ່ຮູ້ນຳກັນ​ແລ້ວ​ວ່າ​ເສັ້ນທາງ 450 ປີ,​ ເປັນ​ເສັ້ນທາງ​ຍຸດທະສາດ​ສຳຄັນ​ໜຶ່ງ​ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ໂອ​ກາດ​ສະ​ເຫຼີ​ມສະຫຼອງ​ນະຄອນຫຼວງ​ວຽງ​ຈັນ 450 ປີ ​​ແລະ ​ເປ​ັນ​ເສັ້ນທາງ​ທີ່​ມີ​ຄວາມ​ສວຍ​ງາມ, ມີ​ມາດຕະຖານ​ໃນ​ການ​ກໍ​່​ສ້າງ​ດີ ແລະ ໃນຜ່ານມາເສັ້ນທາງດັ່ງກ່າວໄດ້ຮັບການເອົາໃຈໃສ່ໃນການບົວລະບັດເປັນຢ່າງດີ, ແຕ່​ຕົກ​ມາ​ໄລຍະ​ນີ້ເຫັນວ່າ:​ບາງຈຸດ ບໍ່ໄດ້ຮັບການ​ບູລະນະ​ຮັກສາ, ​ເກີດມີ​ສະພາບ​ຮ​​ົ​ກ​ເຮື້ອ,​ ເປິະ​ເປື້ອນ ແລະ ຖ້າບົວ ໄດ້ຮັບ ການບົວລະອະນາໄມໂດຍໄວສະພາບ​ຮົກ​ເຮື້ອ,​ ເປິະ​ເປື້ອນຍ້ອນ​ຂາດຄວາມເອົາໃຈໃສ່ຈາກ​ພາກສ່ວນ​ກ່ຽວຂ້ອງ, ກໍ​ຄື​ອຳນາດ​ການ​ປົກຄອງທີ່ຮັບຜິດຊອບທາງສາຍນີ້ ​ແລ​ະ ຈົນເກີດມີການວິພາກວິຈານຈາກຜູ້ສັນຈອນໄປມາໃນ​ເສັ້ນທາງ​ດັ່ງກ່າວ​, ດັ່ງ​ນັ້ນ ເພື່ອໃຫ້ເສັ້ນທາງສາຍນີ້ມີຄວາມສະອາດ, ສົມກັບເປັນເສັ້ນທາງປະຫວັດສາດ, ພາກສ່ວນ​ກ່ຽວຂ້ອງ​​ຄວນມີສະຕິຕື່ນຕົວໃນການບົວລະບັດຮັກສາເປັນປະຈຳ, ທັງ​ຮັບປະກັນ ສ ສະອາດ​ຂອງ​ນະຄອນຫຼວງວຽງ​ຈັນ​ປາກົດ​ຜົນ​ເປັນ​ຈິງ.

ເສັ້ນທາງ 450 ປີມີຄວາມຍາວ 20 ກວ່າກິໂລແມັດ, ​ແບ່ງ​ເປັນ 2 ​ເລນຈະລະຈອນ, ມີຄູດອກໄມ້ກັ້ນກາງກວ້າງ 2 ແມັດກວ່າ, ມີໄຟເຍື່ອງທາງຈົນສຸດເສັ້ນທາງ, ພາຍຫຼັງສຳເລັດການກໍ່ສ້າງໃໝ່ພາກສ່ວນກ່ຽວຂ້ອງໄດ້​ເລັ່ງປູກ ດອກໄມ້ປະດັບໂດຍສະເພາະດອກຈຳປາ, ທີ່​ເປັນ​ດອກ​ໄມ້​ປະຈຳ​ຊາດ, ຢູ່​ຄູກາງຈົນ​ສຸດ​ສາຍຕາ,​ ແຕ່​ມາຮອດ​ປັດຈຸບັນ​ຄູ​ກັ້ນ​ກາງ​ດັ່ງກ່າວ​ເກີດມີສະພາບ​ຮົກ​ເຮື້ອຈົນຈະບໍ່ແນມເຫັນຄວາມສວຍງາມດັ່ງກ່າວອີກໄດ້.

 

ຂ່າວຈາກ:
7892

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...