spot_img
Homeລົດຍົນ-ຍານພາຫະນະທຳລາຍສະຖິຕິໂລກ! Tesla Model S ລົດພະລັງງານໄຟຟ້າທີ່ແລ່ນໄດ້ໄລຍະທາງໄກທີ່ສຸດໃນໂລກ

ທຳລາຍສະຖິຕິໂລກ! Tesla Model S ລົດພະລັງງານໄຟຟ້າທີ່ແລ່ນໄດ້ໄລຍະທາງໄກທີ່ສຸດໃນໂລກ

Published on

6667

Tesla Model S ລົດ​​ພະລັງ​ງານ​ໄຟ​ຟ້າ ທີ່​ມາ​ພ້ອມ​ເຄື່ອງ​ຈັກ 2 ມໍ​ເຕີ ແລະ​ເທກ​ໂນ​ໂລ​ຍີ​ການ​ຄວບ​ຄຸມ ແລະ​ການ​ໃຊ້​ງານ​ແບບ​ລ້ຳ​ສະໄໝ ບໍ່​ວ່າ​ຈະ​ເປັນ​ລະບົບ​ໜ້າ​ຈໍ Virtual Cockpit ການ​ໃຊ້​ເຄື່ອງ​ສາກແບັດ​ແບບ​ອັດຕະ​ໂນ​ມັດ ແລະ​ການ​ແລ່ນໄດ້​ໃນ​ໄລ​ຍະ​ທາງ​ທີ່​ໄກ​ຕໍ່​ການ​ສາກ 1 ເທື່ອ

ຫຼ້າ​ສຸດ​ນັກ​ຂຽນ​ໂປ​ຣແກຣມ​ຊາວ​ນໍ​ເວຍ ພ້ອມ​ຄູ່​​ທີ່​ມັກຮັກ​ໃນ​ລົດ​ Tesla ນີ້ ໄດ້​ມີ​ການ​ທົດລອງ​ໂດຍ​ການ​ຂັບ​ຂີ່ລົດ Tesla Model S ຂອງ​ພວກເຂົາ​ເອງ ແລະ​ຈັບ​ໄລຍະ​ທາງ​ທີ່​ແລ່ນ​ໄດ້​ຫລັງ​ຈາກ​ສາກ​ແບັດ​ເຕັມ​ແລ້ວ ສາມາດ​ແລ່ນໄດ້​ໃນ​ໄລ​ຍະ​ທາງ​ໄກ​ເຖິງ 728 ກິ​ໂລ​ແມັ ຈາ​ກສະຖິ​ຕິ​ນີ້​ເຮັດໃຫ້ Tesla Model S ກາຍ​ເປັນ​ລົດ​ພະລັງ​ງານ​ໄຟ​ຟ້າ​ທີ່​ແລ່ນ​ໄດ້​ໃນ​ໄລ​ຍະ​ທາງ​ໄກ​ທີ່ສຸດ​ໃນ​ໂລກ ຂຶ້ນ​ມາ​ທັນ​ທີ ຊຶ່ງ​ຫາກ​ທຽບ​ກັບ​ລົດ​ Tesla ລຸ້ນ​ກ່ອນ ທີ່​​ພວກເຂົາ​ໄດ້​ທົດລອງ​ຈັບ​ໄລ​ຍະ​ທາງ​​ໃນ​ປີ 2012 ຈະ​ສາມາດ​ແລ່ນໄດ້​ໄກ 699 ແມັດ

ນອກ​ຈາກ​ນີ້​ແລ້ວ​​ພວກເຂົາ​ຍັງ​ໄດ້​ມີ​ການ​ບັນ​ທຶກ​ຄລິບ​ວີ​ດີ​ໂອ​ຂະນະ​ບ່ອນທົດລອງ Tesla Model S ຄັນ​ນີ້​ດ້ວຍ ລອງ​ມາ​ເບີ່ງ​ກັນ​ໄດ້​ເລີຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...