Homeຂ່າວພາຍ​ໃນສະຫາຍບຸນຍັງ ວໍລະຈິດ ຕ້ອນຮັບຮອງປະທານຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ

ສະຫາຍບຸນຍັງ ວໍລະຈິດ ຕ້ອນຮັບຮອງປະທານຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ

Published on

thu12sep6

ໃນຕອນບ່າຍວັນ ທີ 10 ກັນຍາ 2013 ນີ້, ທີ່ ຫ້ອງວ່າການສູນກາງພັກ (ຫລັກ 6) ສະຫາຍ ບຸນຍັງ ວໍລະຈິດ, ກຳມະການກົມ ການເມືອງສູນກາງພັກ, ຜູ້ປະ ຈຳການ    ຄະນະເລຂາທິການສູນກາງພັກ, ຮອງປະທານ ປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຄຳນັບຂອງສະຫາຍ ມາຍ ເຖ ເຢືອງ, ກຳມະການ ສູນກາງພັກຮອງປະທານຄະ ນະກຳມະການກວດກາສູນ ກາງພັກກອມມູນິດຫວຽດ ນາມ ແລະ ຄະນະໃນໂອກາດ  ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະ ນະກວດກາສູນກາງພັກ ປະ ຊາຊົນປະຕິວັດລາວ ແຕ່ວັນ ທີ 9-11 ກັນຍາ 2013.
ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ ສະຫາຍ ມາຍ ເຖ ເຢືອງ ທີ່ໄດ້ນຳພາຄະນະເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້,  ຊຶ່ງເປັນການປະກອບສ່ວນສຳ ຄັນເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເວົ້າ ລວມ, ເວົ້າສະເພາະລະຫວ່າງ ສອງຄະນະກວດກາສູນກາງ ພັກ ລາວ-ຫວຽດນາມ ໃຫ້ ແໜ້ນແຟ້ນ ແລະ ມີປະສິດທິ ຜົນຍິ່ງຂຶ້ນ.
ສະຫາຍ ມາຍ ເຖ ເຢືອງ ກໍ່ໄດ້ຕາງໜ້າໃຫ້ຄະນະສະ ແດງຄວາມຂອບອົກຂອບໃຈ ມາຍັງສະຫາຍ ກຳມະການ ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະ ທານປະເທດແຫ່ງສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນພ້ອມທັງແຈ້ງໃຫ້ຊາບເຖິງ ຜົນການພົບປະສອງຝ່າຍ ລະຫວ່າງຄະນະກວດກາສູນ ກາງພັກ ລາວ ແລະ ຫວຽດ ນາມ. ທັງນີ້, ກໍເພື່ອເປັນການ ເພີ່ມທະວີ ແລະ ຮັດແໜ້ນ ການຮ່ວມມືລະຫວ່າງສອງ ຄະນະກວດກາສູນກາງພັກ ລາວ-ຫວຽດນາມ ໃຫ້ແໜ້ນ ແຟ້ນຍິ່ງຂຶ້ນ ແລະ ໃນໂອ ກາດນີ້, ຄະນະຜູ້ແທນຍັງຈະ ໄດ້ຢ້ຽມຊົມຫໍພິພິຕະພັນປະ ທານ ໄກສອນ ພົມວິຫານ, ໄປຢ້ຽມຢາມແຂວງຫລວງພະບາງ, ຢ້ຽມຢາມສະຖານກົງ ສູນຫວຽດນາມປະຈຳແຂວງ ຫລວງພະບາງ, ທ່ຽວຊົມວັດ ຊຽງທອງ, ຫໍພິພິທະພັນແຂວງ ຫລວງພະບາງ, ຕາດກວາງຊີ, ບ້ານຫັດຖະກຳພານົມ ແລະ ຢ້ຽມຢາມເມືອງທີ່ມີຂະບວນ ພັດທະນາດີຂອງແຂວງ ຫລວງພະບາງອີກດ້ວຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...