Homeຂ່າວພາຍ​ໃນຢ່າລືມໄປເຊຍທີມຊາດລາວທີ່ສະໜາມກິລາແຫ່ງຊາດຫຼັກ 16​ ລາຍຮັບຈາກປີ້ເຂົ້າຊົມມອບໃຫ້ຜູ້ປະສົບໄພນ້ຳຖ້ວມ

ຢ່າລືມໄປເຊຍທີມຊາດລາວທີ່ສະໜາມກິລາແຫ່ງຊາດຫຼັກ 16​ ລາຍຮັບຈາກປີ້ເຂົ້າຊົມມອບໃຫ້ຜູ້ປະສົບໄພນ້ຳຖ້ວມ

Published on

ໃນການແຂ່ງຂັນບານເຕະລຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ເຊີ່ງທີມທີ່ໄດ້ເຂົ້າຮອບທັງ 4 ທີມມີ: ທີມຊາດຫວຽດນາມ ອັນດັບ 1 ຂອງກຸ່ມ A, ທີມຊາດມາເລເຊຍ ອັນດັບ 2 ຂອງກຸ່ມ A, ທີມຊາດໄທ ອັນດັບ 1 ຂອງກຸ່ມ B, ທີມຊາດລາວ ອັນດັບ 2 ຂອງກຸ່ມ B

ສຳລັບການແຂ່ງຂັນຮອບຮອງຊະນະເລີດຈະມີຂື້ນໃນວັນທີ 2 ກັນຍາ 2015 ລົງແຂ່ງຂັນ 2 ຄູ່ ທີມຊາດມາເລເຊຍຈະພົບກັບທີມຊາດໄທ ໃນເວລາ 16:00 ໂມງ ແລະ ອີກ 1 ຄູ່ ແມ່ນທີມຊາດລາວຈະພົບກັບທີມຊາດຫຽວດນາມ ໃນເວລາ 19:00 ໂມງ ທັງສອງຄູ່ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊ່ອງ 3 ປີ້ເຂົ້າຊົມ 10,000 ກີບ ຊື້ໄດ້ທີ່ທາງເຂົ້າ, ຢ່າລືມໄປໃຫ້ກຳລັງໃຈນັກກິລາລາວນຳກັນເພາະລາຍຮັບຈາກການຂາຍປີ້ແມ່ນຈະມອບໃຫ້ຜູ້ປະສົົບໄພນ້ຳຖ້ວມ

11988251_1638564206361098_1088478701316573029_n

ຂອບໃຈພາບຈາກ: ສຕລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...