Homeຂ່າວພາຍ​ໃນຟລອຍດ໌ ຢືນຢັນຊົກກັບ ເບີໂຕ ແລ້ວຈະອຳລາວົງການມວຍ!

ຟລອຍດ໌ ຢືນຢັນຊົກກັບ ເບີໂຕ ແລ້ວຈະອຳລາວົງການມວຍ!

Published on

ຫຼັງຈາກທີ່ເຄີຍປະກາດກ່ອນໜ້ານີ້ວ່າການຊົກກັບ ອັງເດຣ ເບີໂຕ ເພື່ອນຮ່ວມຊາດໃນວັນເສົາທີ 12 ກັນຍາ 2015 ນີ້ຈະເປັນການຊົກຄັ້ງສຸດທ້າຍຂອງ “ເດິ ມັນນີ່” ຍອດມວຍທີ່ບໍ່ເຄີຍແພ້ໃຜ ແຕ່ວ່າສື່ມວນຊົນຫຼາຍແຫ່ງຕ່າງກໍ່ພາກັນເຊື່ອວ່າເປັນພຽງຄຳອ້າງເທົ່ານັ້ນບໍ່ໜ້າຈະແມ່ນຄວາມຈິງ ແລະ ໝັ້ນໃຈວ່າ ຟລອຍດ໌ ເມ ເວດເທີ ຈູເນຍ ຈະກັບມາຊົກຢ່າງແນ່ນອນ

ເຖິງຢ່າງໃດກໍ່ຕາມ ຟລອຍດ໌ ໄດ້ໃຫ້ສຳພາດວ່າ ບໍ່ມີການຊົກຄັ້ງຕໍໄປແລ້ວ “ອະນາຄົດເປັນສີ່ງທີ່ເຮົາບໍ່ຮູ້ແຕ່ໃຫ້ທຸກຄົນເຊື່ອວ່າການຊົກຄັ້ງນີ້ເປັນຄັ້ງສຸດທ້າຍ ແລະ ຈະສີ້ນສຸດຊີວິດນັກມວຍຂອງຂ້ອບພ້ອມ” ຟລອຍດ໌ກ່າວ

ນອກຈາກນີ້ລາວຍັງໃຫ້ເຫດຜົນຕື່ມອີກວ່າ ຕົນເອງຈະກັບມາໃຊ້ຊີວິດແບບຄົນທຳມະດາ ຫຼັງຈາກທີ່ຕ້ອງຝຶກຊ້ອມມາເປັນເວລາຍາວນານ ຈົນທຸກມື້ນີ້ມາຖານະສາມາດລ້ຽງຕົນເອງ ແລະ ເບີ່ງແຍງຄອບຄົວໄປຕະຫຼອດຊີວິດແລ້ວ

ສຳລັບການຊົກຄັ້ງສຸດທ້າຍຂອງ ຟລອຍດ໌ ເມ ເວດເທີ ຈູເນຍ ກັບ ອັງເດຣ ເບີໂຕ ຈະມີຂື້ນໃນວັນທີ 12 ກັນຍາ 2015 ທີ່ສັງວຽນເອັມຈີເອັມ ແກຣນ ລາສເວກັສ ເນວາດາ ສະຫະລັດອາເມລິກາ
558000010243802

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...