spot_img
Home​ຂ່າວບັນເທິງສົ່ງຮັກສົ່ງແຮງ ເພງທີ່ແອັດມິນນຳສະເໜີ

ສົ່ງຮັກສົ່ງແຮງ ເພງທີ່ແອັດມິນນຳສະເໜີ

Published on

11000188_1468580226799490_19737995025796785_n

ແອັດມິນ ໄດ້ເຫັນເພງ “ສົ່ງຮັກສົ່ງແຮງ” ທີ່ Cover ໂດຍວົງດົນຕີ ຢູ່ນາ ທີ່ມີຮູບແບບເອກະລັກສະເພາະ ບໍ່ຄືໃຜແລະບໍ່ມີໃຜຄື ເຊິ່ງຈະເປັນຈຸດເດັ່ນຂອງວົງ ເຮັດໃຫ້ແຟນໆຈື່ໄດ້ງ່າຍ ມີສະເໜ່ບໍ່ໄດ້ເລີດຫຼູ ຫຼືໄຮໂຊ ແຕ່ພັດມີຄຸນຄ່າໜ້າຊື່ນຊົມ ສະຫຼຸບສັ້ນໆ ກໍຄືວ່າ ແອັດມິນ ຫຼົງສະເໜ່ຂອງວົງນີ້ເຂົ້າແລ້ວ.

ຍັງບໍ່ພໍ ເພາະຍັງບໍ່ທັນໄດ້ເວົ້າເຖິງນັກຮ້ອງ ສືບຖາມມາແລ້ວນ້ອງມີຊື່ວ່າ ສິລິພອນ ສີປະເສີດ ຕາມປະຫວັດໃນເຟສບຸກບອກວ່າ ຮຽນຢູ່ມັດທະຍົມ ເຊໂປນ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະປີນີ້ນ້ອງມີອາຍຸຄົບ 15 ປີພໍດີ ຄວາມໜ້າຮັກຈະບໍ່ກ່າວເຖິງເພາະຮູ້ໆກັນຢູ່ແລ້ວ. ນ້ຳສຽງອ່ອນຊ້ອຍ ມະຫາສະເໜ່ ຟັງແລ້ວເຮັດໃຫ້ໃຈຄ້ອຍຕາມ ຟັງແລ້ວຢາກຟັງອີກແລະຟັງຫຼາຍໆເທື່ອ ແລະຖ້າທັງຟັງສຽງດົນຕີອັນໄພເລາະ ສຽງຄໍມະຫາສະເໜ່ ພ້ອມກັບເບິ່ງວິດີໂອຂອງນ້ອງນັກຮ້ອງແລ້ວ ຖ້າໃຈບໍ່ແຂງຂໍບອກເລີຍວ່າ ທ່ານຈະຫຼົງສະເໜ່ຂອງນ້ອງນັກຮ້ອງ ແລະວົງດົນຕີວົງນີ້ໄດ້ງ່າຍໆ

ຫຼາຍຄົນເວົ້າວ່າເພງ ສາວໜອງໄຮ ຂອງນ້ອງມ່ວນຫຼາຍ ແຕ່ສຳລັບແອັດມິນໄດ້ຟັງທຸກເພງທີ່ນ້ອງຮ້ອງແລ້ວ ພັດມາສະດຸດໃຈກັບ ເພງ “ສົ່ງຮັກສົ່ງແຮງ” ເພາະນອກຈາກຮູບຮ່າງໜ້າຕາ, ຮູບແບບການແຕ່ງໂຕ ແລະສຽງຮ້ອງທີ່ແສນອອນຊອນແລ້ວ ເນື້ອໃນຂອງເພງມັນພັດຊວນໃຫ້ຄິດຮອດ ບັນຍາກາດບ້ານນາ ຄ້າຍຄືວ່າໄດ້ກິ່ນຜັກຂະແຍງ ຈາກແກງໜໍ່ໄມ້ຂຶ້ນມາທັນທີ… ຟັງແລ້ວໄດ້ແຮງໃຈ…

ເອົາເປັນວ່າ ທ່ານຜູ້ອ່ານໄປຟັງນຳກັນເບິ່ງ ຖ້າມັກກໍກົດໄລ້ ແລະແຊຕໍ່ໃຫ້ນ້ອງແດ່ ແອັດມິນກະລັນຕີໃນໃຈວ່າ ນັກຮ້ອງຜູ້ນີ້ ກັບວົງຕີ ຢູ່ນາ ຈະເປັນວົງໜຶ່ງທີ່ຈະກ້າວຂຶ້ນເປັນ ວົງດົນຕີບ້ານນາຊື່ດັງຂອງລາວ ອີກວົງໜຶ່ງຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...