ປກສ ຫົງສາ ປາບ 4 ຄະດີຢາເສບຕິດ ພາຍໃນເດືອນດຽວ

11948297_131779453836516_1602473220_n

ໃນ​ສັງ­ຄົມ​ປະ­ຈຸ​ບັນ ​ບັນ­ຫາ​ຢາ​ເສບ​ຕິດ​ແມ່ນ​ໄດ້​ແພ່​ລະ­ບາດ​ຢ່າງ​ກວ້າງ­ຂວາງຈາກ​ຕົວ​ເມືອງ​ໄປ​ເຖິງ​ຊົນ­ນະ­ບົດ ຊຶ່ງ​ບັນ­ຫາ​ດັ່ງ­ກ່າວ​ ໄດ້​ສ້າງ​ຄວາມ​ບໍ່​ສະ­ຫງົບ ແລະ ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃຫ້​ແກ່​ສັງ­ຄົມທັງ​ເປັນ​ການ​ກົດ​ໜ່ວງ​ຖ່ວງ​ດຶງ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ອີກ​ດ້ວຍ ເຖິງ​ວ່າ​ເຈົ້າ​ໜ້າ­ທີ່​ພວກ​ເຮົາ​ໄດ້​ເອົາ­ໃຈ­ໃສ່​ເລີກ​ຮື້ ແລະ​ແກ້​ໄຂ​ຢ່າງ​ຕັ້ງ­ໜ້າ​ກໍ​ຕາມ​ມັນ​ກໍ​ຍັງ​ເກີດ​ຂຶ້ນ​ຢູ່.

ໃນວັນທີ່ 11 ເດືອນ ສິງຫາຜ່ານມານີ້, ໜ່ວຍ​ງານ​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ປກສ ​ເມືອງ​ ປກສ ເມືອງ ຫົງສາ ແຂວງ ໄຊຍະບູລີ ໄດ້ຈັບ​​ເປົ້າ​ໝາຍ​ຊື້-ຂາຍ​ຢາ​ເສບ​ຕິດ​ຢູ່​ເສັ້ນທາງ ບ້ານ ນາປຸ່ງ ເມືອງ​ ຫົງສາ ໄດ້ຜູ້ຕ້ອງຫາຄື:​ ທ້າວ ພຽງ ອາຍຸ 21 ປີ ຢູ່ບ້ານ ​ພູແລ້ງກາງ (ຄຸ້ມດອນໃໝ່) ​ເມືອງ​ ຫົງສາ ແຂວງ ໄຊຍະບູລີ ມາ​ດຳ​ເນີນ​ຄະດີ. ເຈົ້າ​ໜ້າ​ທີ່​​ໃຫ້​ຮູ້​ວ່າ: ກ່ອນ​ໜ້ານີ້ ທ້າວ ພຽງ ໄດ້ຂີ່ລົດຈັກໄປຊື້ຢາບ້ານຳຊາຍຄົນໜຶ່ງ ເປັນຄົນເຜົ່າມົ້ງ ໂດຍບໍ່ຮູ້ຊື່ ຢູ່ບ້ານນາປຸ່ງ ເມືອງຫົງສາ ແຂວງໄຊຍະບູລີ ຈຳນວນ 4 ເມັດ ໃນລາຄາ 1 ເມັດຕໍ່ 20.000 ກີບ. ເມື່ອໄດ້ຢາບ້າມາແລ້ວ ຜູ້ຖືກຫາດັ່ງກ່າວ ກໍ່ຂີ່ລົດຈັກ ເພື່ອຈະກັບບ້ານ ແຕ່ພໍມາຮອດກາງທາງສາມແຍກ ປກສ ບໍລິການປະຊາຊົນບ້ານນາປຸ່ງ ທີ່ຕັ້ງຈຸດສະກັດກັ້ນການສັນຈອນໄປມາ ຈຶ່ງຖືກເຈົ້າໜ້າທີ່ ປກສ ກັກຕົວ ພ້ອມທັງຍຶດຂອງກາງປະເພດຢາບ້າທີ່ຊຸກເຊືອນໄວ້ຫຼັງໂທລະສັບ (ບ່ອນໃສ່ກ້ອນແບັດເຕີລີ) ຈຳນວນ 4 ເມັດ, ໂທລະສັບ 1 ໜ່ວຍ ແລະ ລົດຈັກເວບຈີນ 1 ຄັນ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ປກສ ບໍລິການປະຊາຊົນບ້ານ ນາປຸ່ງ ກໍ່ນຳສົ່ງຕົວຜູ້ຖືກຫາ ໄປກອງບັນຊາການ ປກສ ເມືອງຫົງສາ ເພື່ອສືບສວນ-ສອບສວນຫາກຸ່ມຮ່ວມຂະບວນການ.

ວັນທີ່ 26 ເດືອນ ສິງຫາຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງ ຫົງສາ ແຂວງ ໄຊຍະບູລີ ໄດ້ເຂົ້າຈັບກຸມເປົ້າໝາຍເສບຢາເສບຕິດ 1 ຄົນ ຊື່: ທ້າວ ເນັ່ງຈະ ອາຍຸ 43 ປີ ປະຊາຊົນເຜົ່າມົ້ງ ຢູ່ບ້ານນາປຸ່ງ (ຄຸ້ມດອນໃໝ່) ເມືອງ ຫົງສາ ແຂວງ ໄຊຍະບູລີ  ຜູ້ກ່ຽວເຄີຍນຳເຂົ້າໂຮງຮຽນ ສຶກສາພົນລະເມືອງດີ ມາແລ້ວ 1 ຄັ້ງ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ (ທັງເສບຢາບ້າ ແລະ ຂາຍຢາບ້າ). ພາຍຫຼັງທີ່ຖືກປ່ອຍຕົວໄປສູ່ພື້ນຖານບ້ານແລ້ວ ແຕ່ຜູ້ກ່ຽວຍັງບໍ່ຍອມຢຸດເຊົາເສບຢາ ແລະ ຂາຍຢາບ້າ. ທາງເຈົ້າໜ້າທີໄດ້ຕິດຕາມໃນໄລຍະໜຶ່ງ ແຕ່ຜູ້ກ່ຽວຍັງໄດ້ເຄື່ອນໄຫວຄ້າຂາຍເມົາຊຸມກັບຢາເສບຕິດຢູ່. ດັ່ງນັ້ນ, ເຈົ້າໜ້າທີ່ ໜ່ວຍ​ງານ​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ ຫົງສາ ກໍ່ໄດ້ເຂົ້າຈັບກຸມ ພ້ອມຍຶດຂອງກາງປະເພດຢາບ້າໄດ້ຈຳນວນ 5 ເມັດ ແລະ ນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ໃນວັນດຽວກັນ, ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ​ຕ້ານຢາ​ເສບ​ຕິດ ປກສ ​ເມືອງ ຫົງ​ສາ ແຂວງ​​ໄຊ​ຍະ​ບູລີ ໄດ້ໃຫ້ຮູ້ອີກ​ວ່າ: ໄດ້​ກັກ​ຕົວ​ເປົ້າ​ໝາຍຄື: ນາງ ເນົາ ພວງແກ້ວ ອາ­ຍຸ 38 ປີ, ອາຊີບປະຊາຊົນ ເຜົ່າລາວລຸ່ມ ຢູ່​ບ້ານ​ ໂພນສູງ ເມືອງ​ ຫົງ​ສາ ແຂວງ ໄຊຍະບູລີ ຖືກກັກຕົວໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈຳນວນ 23 ເມັດ, ທ້າວ ອູທໍ ອາຍຸ 25 ປີ ແລະ ທ້າວ ເອີທໍ ອາຍຸ 20 ປີ ທັງ ສອງຄົນເປັນປະຊາຊົນເຜົ່າມົ້ງ ຢູ່ບ້ານນາປຸ່ງ (ຄຸ້ມດອນໃໝ່) ເມືອງ ຫົງສາ ແຂວງ ໄຊຍະບູລີ ຖືກກັກຕົວໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈຳນວນ 60 ເມັດ. ທ້າວ ອູທໍ ແລະ ທ້າວ ເອີທໍ ໄດ້ຮ່ວມກັນຄ້າຂາຍຢາເສບຕິດມາໄດ້ໄລຍະ 4 ເດືອນແລ້ວ ຢາເສບຕິດທີ່ນຳມາຄ້າຂາຍໃນ ແຕ່ລະຄັ້ງ, ແມ່ນໄດ້ຈາກຊາຍຄົນໜຶ່ງໂດຍບໍ່ຮູ້ຊື່ ເປັນປະຊາຊົນເຜົ່າມົ້ງ ຢູ່ບ້ານດຽວກັນ. ເຊິ່ງຢາບ້າທີ່ ນໍາມາຄ້າຂາຍນັ້ນ, ໄດ້ເທື່ອລະ 20 – 60 ເມັດ ແລະ ໄດ້ນຳມາຂາຍໃຫ້ນາງ ເນົາ ພວງແກ້ວ ຢູ່ບ້ານໂພນສູງ ເມືອງຫົງສາ ແຂວງ ໄຊຍະບູລີ 2 ຄັ້ງ ຄັ້ງລະ 30 ເມັດໃນລາຄາ 1.500 ບາດ (ສະກຸນເງິນໄທ). ເມື່ອນາງ ເນົາ ພວງແກ້ວ ໄດ້ນໍາຢາມາແລ້ວ ກໍ່ນຳໄດ້ແບ່ງຂາຍໃຫ້ກັບພາກສ່ວນເສບຢາໃນລາຄາ 1 ເມັດຕໍ່ 25.000 ກີບ ແລະ ໃນມື້ວັນທີ່ 26 ນັ້ນ, ທາງເຈົ້າໜ້າທີ ປກສ ເມືອງຫົງສາ ສືບຮູ້ ຈຶ່ງໄດ້ແບ່ງປັນໜ້າທີ່ຕຳຫຼວດໜ່ວຍສະ­ກັດ​ກັ້ນ ແລະ ​ຕ້ານຢາ​ເສບ​ຕິດ ປກສ ​ເມືອງ ຫົງ​ສາ ເຂົ້າຈັບກຸມນາງ ເນົາ ພວງແກ້ວ ພ້ອມຂອງກາງປະເພດຢາບ້າ ໄດ້ຈຳນວນ 23 ເມັດ ແລະ ເຂົ້າກວດຄົ້ນເຄຫາສະຖານ ກໍ່ພົບເຫັນອາວຸດສົງຄາມປະເພດລະເບີດ ທີ່ບໍ່ທັນແຕກ 1 ໜ່ວຍ, ແກັບລະເບີດ 13 ອັນ, ສະຫຼັກລະເບີດ 3 ອັນ, ໂທລະສັບມືຖື 1 ໜ່ວຍ ແລະ ລູກປືນອາກາ 26 ລູກ ພ້ອມແມັກປືນ 2 ແມັກ. ຕົກມາຮອດວັນທີ່ 27, ເມື່ອເຈົ້າໜ້າທີສຶບຮູ້ວ່າ: ທ້າວ ອູທໍ ແລະ ທ້າວ ເອີທໍ, ຈະນຳເອົາຢາບ້າໄປສົ່ງໃຫ້ກັບລູກຄ້າຢູ່ບ້ານໂພນສູງ ແລະ ບ້ານຈອມແຈ້ງ ທີ່ຈະໃຊ້ເສັ້ນທາງບ້ານນາປຸ່ງ-ບ້ານໂພນສູງ (ເສັ້ນທາງເກົ່າ) ເພື່ອນໍາຢາບ້າໄປສົ່ງ. ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດໜ່ວຍ​ສະ­ກັດ​ກັ້ນ ແລະ ​ຕ້ານຢາ​ເສບ​ຕິດຈຳນວນໜຶ່ງ ຕັ້ງຈຸດດັກສຸມສະກັດກັ້ນ, ເມື່ອເປົ້າໝາຍພ້ອມຂີ່ລົດຈັກມາຮອດຫົວບ້ານໂພນສູງ ເຈົ້າໜ້າທີ ດັ່ງກ່າວຈິ່ງກັກຕົວເປົ້າໝາຍທັງ 2 ຄົນ ພ້ອມຂອງກາງປະເພດຢາບ້າ 60 ເມັດ, ໂທລະສັບ 1 ໜ່ວຍ ແລະ ລົດຈັກເວບຈີນ 2 ຄັນ

ໃນທ້າຍເດືອນສິງຫາ ເມື່ອບໍ່ດົນຜ່ານມານີ້, ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ປກສ ​ເມືອງ ຫົງ​ສາ ແຂວງ​​ໄຊ​ຍະ​ບູລີ ໄດ້​ຮັບ​ລາຍ​ງານ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ: ມີ​ກຸ່ມ​ຄົນ​ຈຳ­ນວນ​ໜຶ່ງ​ຈະ​ມີ​ການ​ເຄື່ອນໄຫວຊື້- ຂາຍ ຢາ​ບ້າ​ຢູ່​ເຂດ​ບ້ານນາປຸ່ງ ເມືອງ​ ຫົງ​ສາ ແຂວງ ­​ໄຊ​ຍະ​ບູລີ ເມື່ອ​ໄດ້​ຮັບ​ແຈ້ງ​ຄື​ແນວ​ນັ້ນ​ ທາງເຈົ້າໜ້າ­ທີ່​ຕຳຫຼວດ ​ໜ່ວຍສະ­ກັດ​ກັ້ນ ແລະ ​ຕ້ານ​ຢາເສບ​ຕິດ ​ກອງ​ບັນ­ຊາ​ການ ປກສ ປກສ ​ເມືອງ ຫົງ​ສາ ແຂວງ​​ໄຊ​ຍະ​ບູລີ​ ຈິ່ງ​ລົງ​ກວດ​ພິ­ສູດ​ແຫຼ່ງຂ່າວ ​ແລະ ​ເຫັນ​ວ່າ​ມີ​ມູນ​ຄວາມ​ຈິງວ່າ: ມີການພົວພັນຊື້-ຂາຍຢາບ້າ ​ຈິ່ງ​ໄດ້ເຂົ້າ​ກັກ​ຕົວ​ເປົ້າ​ໝາຍດັ່ງກ່າວຄື: ທ້າວ ບຸນ ຜິວວິຊຽນ ອາ­ຍຸ 23 ປີ ແລະ ທ້າວ ນິດ ແສງລາ ທັງສອງ ແມ່ນປະຊາຊົນເຜົ່າໄປຼ່ ຢູ່​ບ້ານ​ ເສົາດຽວ ເມືອງ​ ເມືອງໄຊສະຖານ ແຂວງ ໄຊຍະບູລີ ໃນ​ຂະ­ນະ​ທີ່​ຜູ້­ກ່ຽວກຳ­ລັງ​ຈະນຳ​ຢາ​ບ້າ​ໄປ​ສົ່ງ​ໃຫ້​ລູກ​ຄ້າ, ຜ່ານ​ການກວດ​ຄົ້ນ​ຕົວ​ຜູ້­ກ່ຽວ​ທັງສອງພົບ​ຢາເສບຕິດປະເພດຢາ​ບ້າ​ຈຳ­ນວນ 696 ​ເມັດ, ໂທລະສັບມືຖື 5 ໜ່ວຍ, ໂມງ 1 ໜ່ວຍ ແລະ ລົດຈັກ 2 ຄັນ.

ຈາກ​ນັ້ນ​ ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ດຳ­ເນີນການ​ສືບ­ສວນ-ສອບ​ສວນ ​ຜູ້­ກ່ຽວ​ໄດ້​ໃຫ້ການ​ວ່າ: ຢາ​ບ້າ​ຈຳ­ນວນ​ດັ່ງ­ກ່າວນັ້ນ, ​ເປັນຂອງ​ຜູ້ກ່ຽວ​ແທ້ ແລະ ຊື້​ມາ​ຈາກ​ພໍ່ຄ້າຄົນໜຶ່ງທີ່ຢູ່ບ້ານ​ນາປຸ່ງ ​ເມືອງຫົງສາ ​ແຂວງ ໄຊຍະບູລີ, ຢາບ້າທີ່ກວດພົບນັ້ນຈຳນວນ 3 ຖົງເຄິ່ງ ລວມທັງໝົດມີ 696 ​ເມັດ  ແລະ ກວດຄົ້ນເຫັນຊຸກເຊືອງໄວ້ໂສ້ງສ້ອນໃນ ຂອງຜູ້ກ່ຽວທັງສອງຄື: ທ້າວ ບຸນ ຜິວວິຊຽນ ແລະ ທ້າວ ນິດ ແສງລາ.

ປະ­ຈຸ​ບັນ ທາງ​ເຈົ້າ​ໜ້າ​ທີ່ຕຳ­ຫຼວດ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ປກສ ​ເມືອງ ຫົງ​ສາ ແຂວງ​​ໄຊ​ຍະ​ບູລີ ​ກຳ­ລັງ​ທຳ​ການ​ສືບສວນ-ສອບ​ສວນ​ພວກ​ກ່ຽວ­ຂ້ອງ​ເພື່ອ​ ຂະຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ ແລະ ປະ­ກອບ​ສຳນວນ​ຄະ­ດີ​ສົ່ງ​ໄປ ປກສ ​ແຂວງ​​ເພື່ອ​ທຳ​ການ​ຕັດສິນລົງ­ໂທດຕາມ​ລະ­ບຽບ​ກົດ­ໝາຍບ້ານ​ເມືອງໃນຂັ້ນຕໍ່ໄປ.
11920413_131779437169851_803993768_n 11945000_131779443836517_1035285_n

ຂ່າວ ແລະ ພາບ: ກິດຕິສັກ ບົວໄລ ນັກຂ່າວປະຈຳທ້ອງຖິ່ນ ເມືອງຫົງສາ ແຂວງໄຊຍະບູລີ