Homeຂ່າວພາຍ​ໃນທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວຫນ້າຫ້ອງການທະນາຄານໂລກ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວຫນ້າຫ້ອງການທະນາຄານໂລກ

Published on

thu12sep4

ໃນວັນທີ 10 ກັນຍາ 2013 ທີ່ຫ້ອງວ່າການ ລັດຖະບານ ທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳວຽກງານວັດທະ ນະທຳ-ສັງຄົມ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ກີໂກະມິວະ ຫົວໜ້າຫ້ອງການທະນາຄານ ໂລກປະຈຳ ສປປ ລາວ ແລະ ຄະນະໃນໂອກາດ ທີ່ທ່ານ ແລະ ຄະນະໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ລະຫວ່າງ ວັນ ທີ 2-12 ກັນຍາ 2013 ນີ້.
ທ່ານຮອງນາຍົກລັດຖະ ມົນຕີໄດ້ສະແດງຄວາມຍິນດີ, ຊົມເຊີຍ ແລະ ຕິລາຄາສູງຕໍ່ ການຢ້ຽມຢາມ ສປປ ລາວ ຂອງທ່ານນາງ ກີໂກະມິວະ ໃນຄັ້ງນີ້. ຊຶ່ງໄດ້ ສະແດງໃຫ້ ເຫັນຄວາມເອົາໃຈໃສ່ຂອງ ທະນາຄານໂລກຕໍ່ການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍັງ ເປັນການສ້າງ ເງື່ອນໄຂໃຫ້ ທະນາຄານໂລກເຫັນໄດ້ ຄວາມຄືບໜ້າ, ບັນຫາຫຍຸ້ງ ຍາກ ແລະ ສິ່ງທ້າທາຍເພື່ອ ນຳໄປພິຈາລະນາຄົ້ນຄ້ວາໃຫ້ ການຊຸກຍູ້ສະໜັບສະໜູນ  ການພັດທະນາແນໃສ່ບັນລຸ ເປົ້າໝາຍສະຫັດສະວັດ ແລະ ການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດ ທະນາໃນປີ 2020.
ໂອກາດດຽວກັນ, ທ່ານ ນາງ ກີໂກະ ມິວະ ກໍໄດ້ສະ ແດງຄວາມຂອບໃຈຕໍ່ທ່ານ ຮອງນາຍົກລັດຖະມົນຕີທີ່ ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນໃນຄັ້ງນີ້. ພ້ອມທັງແຈ້ງ ເຖິງຈຸດປະສົງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ເພື່ອ ເຮັດບົດປິດສະຫລຸບໂຄງ ການໃຫ້ທະນາຄານໂລກ. ໂດຍຈະໄດ້ລົງໄປເກັບກຳຂໍ້ ມູນນຳ3ແຂວງເປົ້າໝາຍຄື: ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຊຶ່ງນັບແຕ່ ປີ1961 ມາຮອດປັດຈຸບັນທະ ນາຄານໂລກໄດ້ ໃຫ້ທຶນ ສະ ໜັບສະໜູນ ສປປ ລາວ ຫລາຍຕື້ໂດລາສະຫະລັດ,  ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດບັນດາໂຄງການ, ແຜນງານບູລິມະສິດຂອງລັດ ຖະບານໃຫ້ເກີດປະສິດທິຜົນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...