Homeຂ່າວພາຍ​ໃນU-19 ທີມຊາດລາວຈະລົງສະໜາມພົບທີມຊາດຫວຽດນາມໃນຮອບຮອງຊະນະເລີດ

U-19 ທີມຊາດລາວຈະລົງສະໜາມພົບທີມຊາດຫວຽດນາມໃນຮອບຮອງຊະນະເລີດ

Published on

ໃນການແຂ່ງຂັນບານເຕະລຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ເຊີ່ງທີມທີ່ໄດ້ເຂົ້າຮອບທັງ 4 ທີມມີ: ທີມຊາດຫວຽດນາມ ອັນດັບ 1 ຂອງກຸ່ມ A, ທີມຊາດມາເລເຊຍ ອັນດັບ 2 ຂອງກຸ່ມ A, ທີມຊາດໄທ ອັນດັບ 1 ຂອງກຸ່ມ B, ທີມຊາດລາວ ອັນດັບ 2 ຂອງກຸ່ມ B

ສຳລັບການແຂ່ງຂັນຮອບຮອງຊະນະເລີດຈະມີຂື້ນໃນວັນທີ 2 ກັນຍາ 2015(ມື້ອື່ນ) ລົງແຂ່ງຂັນ 2 ຄູ່ ທີມຊາດມາເລເຊຍຈະພົບກັບທີມຊາດໄທ ໃນເວລາ 16:00 ໂມງ ແລະ ອີກ 1 ຄູ່ ແມ່ນທີມຊາດລາວຈະພົບກັບທີມຊາດຫຽວດນາມ ໃນເວລາ 19:00 ໂມງ ທັງສອງຄູ່ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊ່ອງ 3 ຢ່າລືມໄປໃຫ້ກຳລັງໃຈນັກກິລາລາວນຳກັນເພາະລາຍຮັບຈາກການຂາຍປີ້ແມ່ນຈະມອບໃຫ້ຜູ້ປະສົົບໄພນ້ຳຖ້ວມ

11816949_1638486396368879_6367592084476370860_n

ຂອບໃຈພາບຈາກ: ສຕລ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...