Homeຂ່າວທ້ອງຖິ່ນປະກາດເມືອງຫົງສາ ເປັນເມືອງ 4 ບຸກ

ປະກາດເມືອງຫົງສາ ເປັນເມືອງ 4 ບຸກ

Published on

11933095_130838210597307_1256800203_n
ເມືອງທີ II ຂອງແຂວງ ໄຊຍະບູລີ ໄດ້ຖືກຮັບຮອງເປັນເມືອງ 4 ບຸກຊາວໜຸ່ມ ປະຊາຊົນປະຕິວັດລາວ. ຜ່ານການເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມ ປະຊາຊົນປະຕິວັດລາວ ແມ່ນໄດ້ເຄື່ອນໄຫວຕາມແຜນການເປີດບັ້ນ 4 ບຸກຂອງເມືອງວາງອອກ ແລະ ໃນໄລຍະ 1 ປີຜ່ານມາສາມາດປະເມີນຄ່າສະເລ່ຍໃນທົ່ວເມືອງໄດ້ 80 ກວ່າສ່ວນຮ້ອຍ ຈຶ່ງຮັບຮອງເມືອງ ຫົງສາ ເປັນເມືອງທີ II ຂອງແຂວງ ໄຊຍະບູລີ ທີ່ໄດ້ຖືກຮັບຮອງເປັນເມືອງ 4 ບຸກຊາວໜຸ່ມ ປະຊາຊົນປະຕິວັດລາວ. ພິທີປະກາດຮັບຮອງ ເມືອງ ຫົງສາ ແຂວງ ໄຊຍະບູລີ ເປັນເມືອງ 4 ບຸກຊາວໜຸ່ມ ປະຊາຊົນປະຕິວັດລາວ ເມືອງທີ 2 ຂອງແຂວງ ໄດ້ຈັດຂຶ້ນໃນທ້າຍເດືອນ ສິງຫາຜ່ານມານີ້, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ຫົງສາ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳສຸກ ທໍ່ ຮອງເລຂາພັກແຂວງ ແຂວງ ໄຊຍະບູລີ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ທ່ານ ນາງ ຄຳຜິວ ພັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງ ໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາຊາວໜຸ່ມອ້ອມຂ້າງເມືອງ, ພະນັກງານອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ສີພູວົງ ວິໄລແກ້ວ ຄະນະບໍລິຫານງານຊາວໜຸ່ມແຂວງ ໄຊຍະບູລີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ຫົງສາ ໄດ້ຂຶ້ນຜ່ານການຕີລາຄາ ແລະ ປະເມີນຜົນຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມ ປະຊາຊົນປະຕິວັດຢູ່ເມືອງ ຫົງສາວ່າ: ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວເມືອງ ຫົງສາ ແມ່ນອົງການຈັດຕັ້ງໜຶ່ງທີ່ນອນຢູ່ໃນອົງປະກອບລະບົບຈັດຕັ້ງຂອງເມືອງ ເຊິ່ງປະກອບມີ 3 ຂັ້ນຄື: ຂັ້ນເມືອງ, ຄະນະຊາວໜຸ່ມຮາກຖານ ແລະ ຂັ້ນໜ່ວຍຮາກຖານ ໃນທົ່ວເມືອງປະກອບມີ 63 ໜ່ວຍ. ໃນນີ້, ສໍານັກງານ 13 ໜ່ວຍ, ກຳລັງປກສ-ປກຊ 2 ໜ່ວຍ, ໂຮງຮຽນ 10 ໜ່ວຍ ແລະ ຮາກຖານບ້ານ 38 ໜ່ວຍ, ມີສະມາຊິກຊາວໜຸ່ມທັງໝົດ 3.115 ສະຫາຍ ຍິງ 1.312 ສະຫາຍ.
ຜ່ານການເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງເມືອງວາງອອກ ສາມາດປະເມີນຜົນໄດ້ 80.16%. ໃນນີ້, ມັນສະແດງອອກທາງດ້ານການເມືອງແນວຄິດ ເຮັດໃຫ້ສະມາຊິກຊາວໜຸ່ມແຕ່ລະສະຫາຍໄດ້ເຂົ້າຮ່ວມສຶກສາອົບຮົມແນວຄິດການເມືອງຢ່າງໜັກແໜ້ນສາມາດປະເມີນໄດ້ 85,26%, ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນເຮັດໃຫ້ສະມາຊິກຊາວໜຸ່ມໄດ້ເຂົ້າຮ່ຳຮຽນເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດໄດ້ 65 ຄັ້ງ ມີຜູ້ເຂົ້າຮ່ວທັງໝົດ 2.352 ສະຫາຍ ສາມາດປະເມີນໄດ້ 78,20%, ດ້ານວຽກງານການຈັດຕັ້ງເຮັດໃຫ້ສະມາຊິກຊາວໜຸ່ມໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ສາມາດປະເມີນຜົນໄດ້ 77,42%, ດ້ານວິຊາຊີບ ແລະ ສ້າງວຽກເຮັດງານທຳ ຫຼື ວິຊາສະເພາະ ແມ່ນໄດ້ເຮັດໃຫ້ສະມາຊິກຊາວໜຸ່ມແຕ່ລະຮາກຖານ-ບ້ານ ເອົາໃຈໃສ່ສ້າງເສດຖະກິດຄອບຄົວດ້ວຍການຜະລິດເປັນສິນຄ້າ ໂດຍສະເພາະແມ່ນການປູກເຂົ້າ, ສາລີ, ໝາກໂມ, ລ້ຽງສັດ ແລະ ເຂົ້າເປັນກຳມະກອນເຮັດວຽກຢູ່ບໍລິສັດ ໄຟຟ້າຫົງສາຈຳນວນໜຶ່ງ ສາມາດສ້າງລາຍຮັບ 1.500.000 ກີບຕໍ່ຄົນຕໍ່ເດືອນ ສາມາດປະເມີນໄດ້ 79,77%.
ພ້ອມນີ້, ຕ່າງໜ້າຊາວໜຸ່ມຄອວຄົວຕົວແບບຂອງການລ້ຽງສັດ ກໍ່ຂຶ້ນປະກອບຄຳຄິດເຫັນ ແລະ ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳຜິວ ພັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງ ໄຊຍະບູລີ ຍັງໃຫ້ກຽດມອບໃບຢັ້ງຢືນ 4 ບຸກໃຫ້ແກ່ເມືອງຫົງສາ. ຫຼັງຈາກນັ້ນ, ການນຳຂອງແຂວງ, ຂອງເມືອງ ແລະ ຜູ້ເຂົ້າຮ່ວມໃນພິທີດັ່ງກ່າວ ກໍ່ໄດ້ຮ່ວມເປີດປ້າຍເມືອງຫົງສາ ເປັນເມືອງ 4 ບຸກຊາວໜຸ່ມ ປະຊາຊົນປະຕິວັດລາວຢ່າງເປັນທາງການ.
11903378_130838220597306_1589976838_n 11939121_130838213930640_851444734_n
ຂ່າວ ແລະ ພາບ: ກິດຕິສັກ ບົວໄລ ນັກຂ່າວປະຈຳເມືອງຫົງສາ ແຂວງໄຊຍະບູລີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...