Homeຂ່າວພາຍ​ໃນບາເຢີນ ມິວນິກ ເຊັງເພາະ ຟຣ໊ອງ ຣິເບຣີ່ ຕ້ອງພັກຍາວໝົດປີ

ບາເຢີນ ມິວນິກ ເຊັງເພາະ ຟຣ໊ອງ ຣິເບຣີ່ ຕ້ອງພັກຍາວໝົດປີ

Published on

ສຳລັບອາການບາດດຈັບຂອງ ຟຣ໊ອງ ຣິເບຣີ່ ທີ່ພົບບັນຫາມາຕະຫຼາດໃນປີ 2015 ໂດຍກອງກາງທີມຊາດຝຣັ່ງ ຄົນນີ້ບໍ່ສາມາດລົງສະໜາມຕັ້ງແຕ່ເດືອນມີນາທີ່ຜ່ານມາ ຫຼ້າສຸດທີມແພດປະຈຳຖີ່ນ ອາລິອັນຊ໌ ອາຣີນາ ອອກມາແຈ້ງຢ່າງລະອຽດແລ້ວວ່າ ຣິເບຣີ່ ກອງກາງເບີ 7 ຂອງທີມ ບາເຢີນ ມິວນິກ ຕ້ອງພັກປີ່ນປົວອາການບາດເຈັບທີ່ຂໍ້ຕີນຢ່າງໜ້ອຍຈົນເຖີງທ້າຍປີ 2015 ຫຼື ຫຼາຍກວ່າ 4 ເດືອນນັ້ນກໍ່ໝາຍຄວາມວ່າ ຟຣ໊ອງ ຣິເບຣີ່ ນັກເຕະອາຍຸ 32 ປີຄົນນີ້ຕ້ອງພາດໂອກາດຊ່ວຍຕົ້ນສັງກັດໃນການລົງແຂ່ງຂັນ ບຸນເດສລີກາ ເຢຍລະມັນ ໃນໄລຍະລະດູການທຳອິດລວມເຖິງການແຂ່ງຂັນລາຍການໃຫຍ່ຂອງເອີຣົບ (ຢູຟາ ແຊ້ມປຽນລີກ ຮອບແບ່ງກຸ່ມ) ຢ່າງໃດກໍ່ຕາມທີມພໍອຸ່ນໃຈທີ່ໄດ້ ດັກລາສ ຄອສຕ້າ ກອງກາງຈາກ ເບຣຊິນ ມາຊ່ວຍແລະກໍ່ມີຜົນງານດີສົມຄວນ

12721

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...