Homeຂ່າວພາຍ​ໃນແມນຢູເສຍແບບບໍ່ໜ້າເຊື່ອ

ແມນຢູເສຍແບບບໍ່ໜ້າເຊື່ອ

Published on

ຄຣີສ ສະມໍລີງ ບໍ່ສາມາດຢຸດ ບາເຟຕິມບີ້ ໂກມິສ ໄວ້ໄດ້ເຮັດໃຫ້ກາຍເປັນຮີໂຣ່ຂອງ “ຫົງຂາວ” ສະວອນຊີ ຊິຕີ ພິກເອົາຊະນະແມນເຊສເຕີ ຢູໄນເຕັດ ໄປໄດ້ 2-1 ປະຕູ ຄວ້າ 3 ຄະແນນພ້ອມກັບແຊງໜ້າ “ຜີແດງ” ຂຶ້ນໄປຢູ່ອັນດັບທີ 4 ຂອງຕາຕະລາງຄະແນນ

ເລີ່ມເກມມາບໍ່ພໍເທົ່າໃດ ແມນຢູ ມີລຸ້ນຈາກການຍິງຂອງ ເມມຟິສ ເດປາຍ ປັ່ນຟຣີຄິກດ້ວຍຂວາແຕ່ກໍ່ບໍ່ຜ່ານ ລູຄັສ ຟາບຽນສະກີ້ ປ້ອງກັນໄວ້ໄດ້ ແຕ່ຫຼັງຈາກນັ້ນກໍ່ບໍ່ສາມາດຍິງປະຕູກັນໄດ້ຈົນໝົດເຄີ່ງເວລາທຳອິດ

ມາເຖິງເຄີ່ງເວລາທີ 2 ໄດ້ພຽງ 3 ນາທີ ລຸກ ຊໍ ເປີດບານຈາກເບື້ອງຊ້າຍໄປໜ້າປະຕູກ່ອນທີ່ບານຈະໄປເຖິງ ກວນ ມາຕາ ຍິງແບບເນັ້ນໆບໍ່ມີພາດແມນຢູຂື້ນນຳກ່ອນ 1-0 ປະຕູ

ຕໍ່ມາ ແອຊອີ່ ວິນລຽມ ເກືອບຍິງປະຕູເຂົ້າໂກນຕົວເອງເພາະສະກັດບານຜິດຫຼ່ຽມກ່ອນທີ່ ລູຄັສ ຟາບຽນສະກີ້ ປັດເອົາບານອອກໄປໄດ້
ໃນນາທີທີ່ 61 ເຈົ້າບານນຳຕີສະເໝີໄດ້ ກິລຟີ່ ຊິເກິດສັນ ເປີດບານຈາກດ້ານຂວາໄປໜ້າປະຕູ ອ໊ອງເດຣ ອາຢິວ ຂື້ນໂໝ່ງບານຜ່ານມື ເຊຄິໂອ ໂຣເມໂຣ່ ເຂົ້າໄປເປັນ 1-1 ປະຕູ

ແລະຫຼັງຈາກນັ້ນພຽງ 5 ນາທີ ສະວອນຊີ ຊິຕີ ກໍ່ໄດ້ປະຕູຂື້ນນຳ ຈາກຈັງຫວະທີ່ ອ໊ອງເດຣ ອາຢິວ ສົ່ງບານໃຊ້ກ້ອຍເຂົ້າເຂດໂທດເບື້ອງຂວາແລ້ວ ບາເຟຕິມບີ້ ໂກມີສ ແລ່ນຜ່ານ ຄຣີສ ສະມໍລີ້ງ ຍິງເຂົ້າໃນນາທີທີ່ 66 ເປັນ 2-1 ປະຕູ

ບໍ່ມີປະຕູເພີ່ມຈົນຈົບເກມ 90 ນາທີ ສະວອນຊີ ຊິຕີ ເອົາຊະນະ ແມນເຊສເຕີ ຢູໄນເຕັດ ໄປໄດ້ 2-1ປະຕູ

12722

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...