spot_img
Homeຂ່າວເຫດການເປີດວາງສະແດງ ງານສັບປະດາວັດທະນະທຳຫວຽດນາມ ຢູ່ຫໍວັດທະນະທຳແຫ່ງຊາດ

ເປີດວາງສະແດງ ງານສັບປະດາວັດທະນະທຳຫວຽດນາມ ຢູ່ຫໍວັດທະນະທຳແຫ່ງຊາດ

Published on

somsavad

ຂປລ. ງານ​ວາງສະ​ແດງ​ຮູບ​ພາບ​ ໃນງານ​ສັບປະດາ ວັດທະນະທຳຫວຽດນາມ ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 28 ສິງຫາ ​ແລະ ຈະ​​ດຳ​ເນີນ​ໄປ​ຈົນ​ເຖິງ​ ວັນ​ທີ 2 ກັນຍາ 2015 ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ​ນະຄອນຫລວງ​ວຽງ​ຈັນ, ​ ເຊິ່ງມີຮູບ​ພາບຈຳນວນ 80 ຮູບ​ ຈາກ​​ນັກ​ສີ​ລະ​ປິນ ຫວຽດນາມ ​ໂດຍ​ໄດ້​ເລົ່​າ​ເລື່ອງຜ່ານ​ເລັນ​ກ້ອງ ມາ​ເປັນ​ຮູບ​ພາບທີ່​ສະ​ແດງ​ໃຫ້​ເຫັນ​ ​ກ່ຽວກັບພື້ນຖານວັດທະນະທຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ຂອງ​ຫວຽດນາມ, ບັນດາ​ຮິດຄອງ​ປະ​ເພນີ ​ໃນ​ງານ​ບຸນ​ຕ່າງໆ, ທິວ​ທັດ​ທຳ​ມະ​ຊາດ, ທະ​​ເລ, ​ ຊີວະ​ທັດ,  ການ​ດຳລົງ​ຊີວິດ ຂອງຊາວ​ຫວຽດນາມ ​ໃຫ້​ເປັນ​ທີ​ປະຈັກ​ຕາ​ແກ່​ຊາວ​ໂລກ​ . ​

ເປັນກຽດ​ເຂົ້າ​ຮ່ວມ ​ງານ​ວາງສະ​ແດງດັ່ງກ່າວ ມີທ່ານ ສົ​ມສະ​ຫວາດ ​ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ, ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງທ່ຽວ, ທ່ານ ​ເວືອງ ຢຸ່ຍບຽນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສສ ຫວຽດນາມ, ບັນດາ​ລັດຖະມົນຕີວ່າການ​, ​ຊ່ວຍວ່າການ ​ເຂົ້າ​ຮ່ວມ.

ທ່ານ ​ເວື​ອງ ຢຸ່ຍບຽນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສສ ຫວຽດນາມ ​ໄດ້​ກ່າວ​ວ່າ: ງານ​ສັບປະດາ​ ວັດທະນະທຳ ຫວຽດນາມ​ ຢູ່ ​ສປປ ລາວ ປີ 2015 ​ແມ່ນ​ການ​ເຄື່ອນ​ໄຫວ​ ພົບ​ປະ​ແລກປ່ຽນ ທີ່​ມີ​ຄວາມ​ສຳຄັນ​ ທາງ​ດ້ານວັດທະນະທຳ, ​ໂດຍ​ປະຕິບັດຕາມ ​ແຜນການ​ການ​ຮ່ວມ​ມື ​​ແລກປ່ຽນ ກ່ຽວກັບ​ວັດທະນະທຳ, ສິລະ​ປະກຳ ລະຫວ່າງ ລາວ-ຫວຽດນາມ ​ໃນ​ໄລຍະ 2012-2015  ​ແລະ ​​ແມ່ນ​ກິດຈະກຳໜຶ່ງ ​​ເພື່ອກຽມ​ໃສ່​ສະ​ເຫລີ​ມສະຫລອງ​ວັນຊາດ ສປປ ລາວ ຄົບຮອບ 40 ປີ ​ແລະ ວັນຊາດຫວຽດນາມ ຄົບຮອບ 70 ປີ. ​​ ​ ​​

​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ນະຄອນ​ຫວງ​ວຽງ​ຈັນ ​ໄດ້​ມີ​ງານ​ສະ​ແດງ​ສິລະ​ປະ​ ຈາກ​ນັກສະ​ແດງຂອງ​ໂຮງຮຽນ​ລະຄອນ​ໄວ​ໜຸ່ມ (Tuoi Tre) ຫວຽດນາມ, ເຊິ່ງມີ​ຫລາຍ​ລາຍການ​ສະ​ແດງ ທີ່​ໜ້າ​ປະ​ທັບ​ໃຈ ​ເປັນ​ຕົ້ນ​ຮ້ອງ​​ເພງປະກອບບົດ​ຟ້ອນ, ຮ້ອງ​ເພງດ່ຽວ​ຊາຍ, ດ່ຽວ​ຍິງ, ບັນ​ເລງ​ພິນ​ສາຍ​ດຽວ, ການສະ​ແດງ​ດົນຕີ​ພື້ນ​ເມືອງ ​ປະສານ​ສຽງ, ການສະ​ແດງ​ອັນ​ອ່ອນ​ຊ້ອຍ ​ແລະ ສວຍ​ສົດ​ງົດ​ງາມ ປະສາ​ນກັບ​ການ​ຫລີ້ນ​ດົນຕີ​ສົດ ​ແລະ ລາຍການ​ອື່ນໆ ທີ່​ສ້າງ​ຄວາມ​ມ່ວນ​ຊື່ນ​ ໃຫ້​ກັບຜູ້​ເບິ່ງ​ຜູ້​ຊົມ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...