Homeຂ່າວພາຍ​ໃນລາວເຮົາເອົາຊະນະຟິລິບປິນຜ່ານເຂົ້າຮອບຮອງຊະນະເລີດ

ລາວເຮົາເອົາຊະນະຟິລິບປິນຜ່ານເຂົ້າຮອບຮອງຊະນະເລີດ

Published on

ໃນການແຂ່ງຂັນບານເຕະຮຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ເຊີ່ງໃນມື້ວັນທີ 22 ສິງຫາ 2015 ທີມຊາດລາວ ພົບກັບ ທີມຊາດກຳປູເຈຍ ໃນເວລາ 19:00 ໂມງ ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ຈົບເກມນັດທຳອິດລາວເຮົາໄດ້ພຽງສະເໝີກັບກຳປູເຈຍ 0-0 ປະຕູ.

ໃນນັດທີ 2 ທີມຊາດລາວພົບກັັບທີມຊາດໄທ ໃນວັນທີ 24 ສິງຫາ 2015 ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຈົບເກມລົງໄປທີມຊາດລາວເສຍໃຫ້ທີມຊາດໄປແບບຫວຸດຫວິດ 1-2 ປະຕູ.

ທີມຊາດລາວເຮົາລົງສະໜາມນັັດທີ 3 ພົບກັບທີມຊາດບຣູໄນ ໃນວັນທີ 26 ສິງຫາ 2015 ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຈົບການແຂ່ງຂັນ 90 ນາທີ ໃນນັດນີ້ທີມຊາດລາວເຮົາສາມາດເອົາຊະນະໄປໄດ້ແບບຂາດລອຍ 5-0 ປະຕູ ເຊີ່ງເຮັດໃຫ້ທີມຊາດລາວເຮົາສາມາດເກັບ 3 ຄະແນນໄດ້ສຳເລັດ

ໃນນັດນີ້ທີມຊາດລາວລົງສະໜາມນີ້ແມ່ນເປັນນັດທີ່ຊີ້ຊະຕາວ່າທີມໃດຈະໄດ້ເຂົ້າຮອບຕໍ່ໄປ ເຊີ່ງທີມຊາດລາວພົບກັບທີມຊາດຟິລິບປິນ ໃນວັນທີ 30 ສິງຫາ 2015 ທີ່ຜ່ານມາທີ່ສະໜາມກິລາແຫ່ງຊາດຫຼັກ 16 ໃນເກມການແຂ່ງຂັນທ່າມກາງສຽງເຊຍຂອງແຟນບານຊາວລາວເຮັດໃຫ້ມີກຳລັງໃຈສູ້ທີມຊາດລາວຈີ່ງເອົາຊະນະທີມຊາດຟິລິບປິນໄປໄດ້ 3-1 ປະຕູ ເຮັດໃຫ້ເຂົ້າຮອບ 4 ທີມສຸດທ້າຍ ເຊີ່ງທີມຊາດລາວຈະລົງສະໜາມພົບກັບທີມອັນດັບ 1 ຂອງກຸ່ມ B ໃນວັນທີ 2 ກັນຍາ 2015 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຢ່າລືມໄປໃຫ້ກຳລັງໃຈນັກກິລາລາວເຮົານຳກັນ

11947553_1006617016025902_1911234338738773977_n

11949546_1006617012692569_673670464318289349_n

11954818_1006616992692571_5454381595431178593_n

ຂອບໃຈພາບຈາກ: ສຕລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...