Homeຂ່າວທ້ອງຖິ່ນຝຸງຕັກກະແຕນ ຍັງສືບຕໍ່ທຳລາຍຜົນລະປູກ ຢູ່ເມືອງງອຍ

ຝຸງຕັກກະແຕນ ຍັງສືບຕໍ່ທຳລາຍຜົນລະປູກ ຢູ່ເມືອງງອຍ

Published on

146_1

ກະຊວງກະສິກຳ ແລກະ ປ່າໄມ້ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາເປັນຕົ້ນມາໄດ້ເກີດມີການລະ ບາດຂອງຝຸງຕັກກະແຕນກິນພືດຢູ່ເມືອງໂພນທອງ ແລະ ເມືອງວຽງຄຳ ແຂວງຫຼວງພະ ບາງ, ໂດຍສະເພາະແມ່ນຢູ່ພື້ນທີ່ປູກເຂົ້າໄຮ່, ສາລີ ຂອງປະຊາຊົນ, ເຮັດໃຫ້ເນື້ອທີ່ປ່າແລະ ຜົນລະປູກໃນຂອບເຂດ 25 ກິໂລແມັດມົນທົນ, ຊຶ່ງກວມເອົາ 26 ບ້ານຂອງສອງເມືອງດັ່ງກ່າວ ໄດ້ຮັບຜົນກະທົບຢ່າງໜັກຈາກຕັກກະແຕນກັດກິນ, ເຮັດໃຫ້ເນື້ອທີ່ການຜະລິດເສຍຫຼາຍ 2.880 ເຮັກຕາ ແລະ ມາຮອດເດືອນມິຖຸນາຜ່ານມາການລະບາດຂອງຕັກກະແຕນດັ່ງກ່າວໄດ້ແຜ່ລາມໄປຫາເມືອງຊອນ ເມືອງຊຳເໜືອ ແລະ ເມືອງຫົວເມືອງຂອງ ແຂວງຫົວພັນເຮັດໃຫ້ເນື້ອທີ່ເຂົ້າໄຮ່ ແລະ ສາລີຖືກຜົນກະທົບ 627 ເຕັກ, ກວມເອົາ 20 ບ້ານຂອງສາມເມືອງດັ່ງກ່າວ ແລະ ມາຮອດເດືອນສິງຫານີ້, ການລະບາດຂອງຝຸງຕັກກະແຕນນັ້ນ ໄດ້ແຜ່ລາມໄປອີກ 2 ບ້ານຂອງເມືອງງອຍ ແຂວງຫຼວງພະບາງເຮັດໃຫ້ເນື້ອທີ່ການຜະລິດຖືກເສຍຫາຍເປັນ ຈຳ ນວນບໍ່

ໜ້ອຍ, ຂະນະທີ່ທີມງາມສະເພາະກິດກົມປຸກຝັງໄດ້ສຸມໃສ່ສືບຕໍ່ສົມທົບການພະ ແພກກະສິກຳແຂວງ, ເມືອງເພື່ອຊ່ວຍເຫຼືອເຂດທີ່ໄດ້ຮັບຜົນກະທົບ ແລະ ທຳລາຍຕັກກະ ແຕນດ້ວຍຫລາກວິທີເພື່ອໃຫ້ຈຳນວນຫຼຸດໜ້ອຍລົງ, ພ້ອມທັງຕິດຕາມຄວບຄຸມການແຜ່ລະບາດຂອງພວກມັນຢ່າງໃກ້ຊິດ ແລະ ໃຊ້ທຸກວິທີເພື່ອປາບສັດຕູພືດດັ່ງກ່າວຈົນກວ່າມັນຈະຫລຸດຫນ້ອຍຖອຍລົງ ແລະ ດັບສູນ.

 

ຂ່າວຈາກ:

789

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...