spot_img
Homeຂ່າວການສຶກສາສົກສຶກສາປີນີ້ ເລັ່ງປັບປຸງຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫລັກມູນ ໃຫ້ເປັນຮູບປະທໍາ

ສົກສຶກສາປີນີ້ ເລັ່ງປັບປຸງຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫລັກມູນ ໃຫ້ເປັນຮູບປະທໍາ

Published on

ms.sisouk

ຂປລ. ​ສົກຮຽນ​ 2015-2016 ນີ້​ ກະຊວງສຶກສາ​ທິການ ​ແລະ ກິລາ​ ໄດ້​​​ເອົາ​ໃຈ​ໃສ່​ເລັ່ງປັບ​ປຸງ​​ ການຈັດ​ຕັ້ງ​ປະຕິບັດ​ ການ​ຮຽນ​-ການ​ສອນ​ ໄປ​ຕາມ 3 ລັກສະນະ ​ແລະ ​ 5 ຫລັກ​ມູນ​ ຂອງການ​ສຶກສາ​​ ໃຫ້​ມີ​ປະສິດທິພາບ ​ແລະ ​ເປັນ​ຮູບ​ປະ​ທໍາ.

ທ່ານ ດຣ.ນາງ​ ສີ​ສຸກ ວົງ​ວິຈິດ ຫົວ​ໜ້າ​ກົມມັດທະຍົມ ກະຊວງ​ສຶກສາ​ທິການ ​ແລະ ກິລາ ໃຫ້​ສໍາພາດ​ຕໍ່​ສື່​ມວນ​ຊົນ​ ໃນ​ວັນ​ທີ 27 ສິງ​ຫາ 2015 ນີ້ ວ່າ: ​ໃນ​ສົກຮຽນ​ນີ້ ທາງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​​ປັບປຸງ​ກ່ຽວ​ກັບ ​ການ​ຮຽນ-ການ​ສອນ ​ຢູ່​ໃນ​​ແຕ່ລະໂຮງຮຽນ ​ເປັນ​ຕົ້ນ​ ກ່ຽວ​ກັບ​ການ​ຊັບຊ້ອນ​ຄູ​ສອນ​ ໃນ​ລາຍ​ວິຊາ​ໃຫ້​ເປັນ​ຮູບ​ປະ​ທໍາ ​ເພາະ​ທີ່​ຜ່ານ​ມາ​ ໃນ​​ບາງວິຊາ​ຄູ​ສອນບໍ່​ພຽງພໍ​ຍັງ​ຂາດ​ຄູ​, ໂດຍສະ​ເພາະ​ວິຊາ​ວິທະຍາສາດ​ທໍາ​ມະ​ຊາດ ​ແລະ ວິຊາ​ອື່ນໆ ​ທີ່​ຍັງ​ເຫັນ​ວ່າ​ບໍ່​ທັນ ມີ​ຄູ​ສອນ​ຄົບ​ຕາມ 5 ຫລັກ​ມູນ ​ຂອງ​ການ​ສຶກສາ ດັ່ງ​ນັ້ນ​​ ໃນ​ສົກຮຽນ ​2015-2016 ນີ້ ທາງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ໄດ້​ມີ​​ແຈ້ງ​ການ​ແນະ​ນໍາ ໃຫ້​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ​ແຂວງ, ນະຄອນຫລວງ​ວຽງ​ຈັນ​ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ ການ​ຮຽນ-ການ​ສອນ ​ໄປຕາມ​​ການ​ສຶກສາ​ທີ່​ໄດ້​ກໍານົດ, ​ໂດຍ​ເນັ້ນ​ໃຫ້​ແຕ່ລະ​ໂຮງຮຽນ​ ຊັບຊ້ອນ​ຈັດ​ສັນ​ຄູ​ສອນ​ໃຫ້​ຄົບ​ຖ້ວນ ​ຕາມ​ວິຊາ​ທີ່​ໄດ້​ບັນຈຸ​ ຢູ່​ໃນ​ຫລັກສູດ​ ຄຽງ​ຄູ່ກັບ​ການ​ຫັນປ່ຽນ​ຫລັກສູດ​ໃໝ່​ ຈາກ​ການ​ເນັ້ນ​ໃສ່​ເນື້ອ​ໃນ​ວິຊາ​ ມາ​ເປັນ​​ໃສ່​ສະມັດ​ຕະພາບ ​ໄປ​ຕາມ​ທິດ​ຂອງ​ການ​ພັດທະນາ ​ເສດຖະກິດ-ສັງຄົມ ​ຂອງ​ປະ​ເທດ​​ເຮົາ ​ແລະ ຮັບປະກັນ 3 ລັກສະນະ ​ຂອງ​ການ​ສຶກສາ​ ຄື: ລັກສະນະ​ຊາດ, ວິທະຍາສາດ-ທັນ​ສະ​ໄໝ ​ແລະ ມະຫາຊົນ; ຕາມ 5 ຫລັກ​ມູນ ຂອງ​ການ​ສຶກສາ​ຄື : ປັນຍາ​ສຶກສາ, ຄຸນສົມບັດ​ສຶກສາ, ສິລະ​ປະ​ສຶກສາ, ພາລະ​ສຶກສາ, ອ​ອກ​ແຮງ​ງານ​ສຶກສາ.

 ທ່ານ ​ກ່າວ​ຕື່ມ​ວ່າ: ສະ​ເພາະ​ໃນ​ສົກຮຽນ​ໃໝ່​ນີ້​ ສະ​ຖາ​ບັນ​ຄົ້ນຄວ້າ​ ວິທະຍາສາດ​ການ​ສຶກສາ​ ກໍ​ໄດ້​ສໍາ​ເລັດ​ການ​ພັດທະ​ນາ​ຫລັກສູດ ​ຊັ້ນ​ມັດທະຍົມ​ສຶກສາ​ ສະບັບ​ປະຕິ​ຮູບ​ຊັ້ນ ມ.6 ດັ່ງ​ນັ້ນ​ ເພື່ອ​ໃຫ້​ຄູ​ທີ່​ສອນ​ໃນ​ຊັ້ນ​ ມັດທະຍົມ​ສຶກສາ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ມີ​ຄວາມ​ຮູ້ຄວາມ​ເຂົ້າ​ໃຈ ​ຕໍ່​ຫລັກສູດ​ໃໝ່​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ ໃນ​ການຈັດ​ຕັ້ງ​ປະຕິບັດ ສະ​ນັ້ນ​ ກົມ​ມັດທະຍົມ​ ໄດ້​ສົມທົບ​ກັບ​ກົມ​ສ້າງ​ຄູ ​ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​ ວິທະຍາສາດ​ການ​ສຶກສາ ​​ໄດ້​ຈັດ​ຕັ້ງ​ຝຶກ​ອົບຮົມ ​ກ່ຽວ​ກັບ​ຫລັກສູດ, ປື້​ມ​ແບບຮຽນ ​ແລະ ຄູ່​ມື​ຄູ​ຊັ້ນ​ ມ.6, ພ້ອມ​ທັງ​ແນະ​ນໍາ​ ວິທີ​ສິດສອນ​ແບບ​ໃໝ່​ ໃຫ້​ແກ່​ຄູ​ຝຶກ​ຂັ້ນ​ແຂວງ​ແຕ່ລະ​ແຂວງ​ ໄດ້​ສໍາ​ເລັດກ່ອນ​ເປີດ​ສົກຮຽນ​ໃໝ່​ນີ້.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...