ຜົນສຳເລັດຂອງກອງປະຊຸມ ຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ອິນເດຍຄັ້ງທີ 7

wed11sep4

ເພື່ອສືບຕໍ່ຮັດແຫນ້ນສາຍ ພົວພັນມິດຕະພາບ ແລະເສີມ ຂະຫຍາຍການຮ່ວມມືໃຫ້ ນັບມື້ກວ້າງອອກຢ່າງບໍ່ຢຸດ ຢັ້ງ ແລະ ຕອບສະຫນອງຕາມ ຄຳເຊີນຂອງພະນະທ່ານ  ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະ ເທດແຫ່ງ  ສປປ   ລາວ,   ປະ ທານຄະນະກຳມາທິການ ຮ່ວມຝ່າຍລາວ, ຄະນະຜູ້ ແທນອິນເດຍ ນຳໂດຍພະນະ ທ່ານ ຊາລມານ ເດຣິຊິດ,ລັດ ຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງສາທາ ລະນະລັດອິນເດຍ, ປະທານ ຄະນະກຳມາທິການຮ່ວມ ຝ່າຍອິນເດຍໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມຄະນະກຳມາທິ ການຮ່ວມມືສອງຝ່າຍ ລາວ-ອິນເດຍ, ອິນເດຍ- ລາວ ຄັ້ງທີ 7, ເຊິ່ງໄດ້ ຈັດຂຶ້ນໃນວັນທີ 9 ກັນຍາ 2013, ທ່ີນະຄອນຫລວງວຽງ ຈັນ.
ໃນກອງປະຊຸມ, ສອງຝ່າຍ ໄດ້ທົບທວນຄືນກ່ຽວກັບການ ຈັດຕັ້ງປະຕິບັດບັນດາເນື້ອໃນ ຈິດໃຈຂອງບົດບັນທຶກກອງ ປະຊຸມຄະນະກຳມາທິການ ຮ່ວມມືສອງຝ່າຍຄັ້ງທີ 6ໂດຍ ໄດ້ສະແດງຄວາມຍິນດີເປັນ ຢ່າງຍິ່ງທ່ີເຫັນວ່າສາຍພົວພັນ ມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງຝ່າຍໄດ້ສືບ ຕໍ່ຂະຫຍາຍຕົວຢ່າງຕໍ່ເນ່ືອງ, ເຊິ່ງໃນນັ້ນອັນທ່ີພົ້ນເດັ່ນ ແມ່ນການສະເຫຼີມສະຫລອງ ຄົບຮອບ 55 ປີແຫ່ງການສ້າງ ຕັ້ງສາຍພົວພັນການທູດລະ ຫວ່າງສອງປະເທດ ແລະການ ແລກປ່ຽນການຢ້ຽມຢາມເຊິ່ງ ກັນ ແລະ ກັນລະຫວ່າງຄະນະ ຜູ້ແທນຂັ້ນສູງຂອງສອງປະ ເທດຢ່າງຕໍ່ເນື່ອງຄື: ການຢ້ຽມ ຢາມ ສປປ ລາວ ທາງລັດຖະ ກິດຂອງພະນະທ່ານນາງປາຕິ ບາ ເດວິຊິງ ບາຕີ, ປະທານາ ທິບໍດີອິນເດຍໃນປີ 2010, ການຢ້ຽມຢາມອິນເດຍ ແລະ ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊີ-ອິນເດຍຄົບຮອບ 20 ປີຂອງພະນະທ່ານທອງ ສິງ ທຳມະວົງ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ການ ຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊີ-ເອີຣົບຄັ້ງທີ 9ຂອງ ພະນະທ່ານ ຊາລມານ ເດຣິ ຊິດ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດອິນ ເດຍ ແລະ ການຢ້ຽມຢາມອິນ ເດຍ ແລະເຂົ້າຮ່ວມກອງປະ ຊຸມແມ່ນ້ຳຂອງ-ຄົງຄາຂອງ ພະນະທ່ານ ດຣ ທອງລຸນ ສີສຸ ລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ສປປ ລາວ, ເຊິ່ງເປັນເຫດການທ່ີມີ ຄວາມຫມາຍອັນສຳຄັນຢ່າງ ຍິ່ງໃນການສືບຕໍ່ຮັດແຫນ້ນ ສາຍພົວພັນມິດຕະພາບທ່ີ ເປັນມູນເຊື້ອ, ການຮ່ວມມືທ່ີ ເຕັມໄປດ້ວຍຄວາມສາມັກຄີ ຂອງທັງສອງປະເທດໄດ້ຮັບ ການເພີ່ມທະວີ ແລະ ນັບມື້ຍິ່ງ ແຫນ້ນແຟ້ນຂຶ້ນກ່ວາເກົ່າ.
ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ພ້ອມກັນຊົມເຊີຍບັນດາ ກະຊວງ ແລະ ຂະແຫນງການ ທ່ີກ່ຽວຂ້ອງຂອງທັງສອງຝ່າຍ ທ່ີໄດ້ປະສານສົມທົບ ແລະ ຮ່ວມມືກັນຢ່າງໃກ້ຊິດເຮັດໃຫ້  ບັນດາຂ້ໍຕົກລົງໃນບົດບັນທຶກ ກອງປະຊຸມຄັ້ງທີ 6 ໄດ້ຮັບ ການປະຕິບັດດ້ວຍຄວາມສຳ ເລັດເປັນຢ່າງດີ, ພ້ອມກັນນັ້ນ ທັງສອງຝ່າຍກໍ່ໄດ້ພ້ອມກັນ ວາງທິດທາງ ແລະ ແຜນການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນສະເພາະຫນ້າ ສຳລັບສົກປີ 2014-2015. ຈາກນັ້ນ, ສອງຝ່າຍໄດ້ແຈ້ງ ສະພາບການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ຕົນໃຫ້ກັນຊາບ ແລະ ແລກ ປ່ຽນຄຳຄິດຄຳເຫັນກ່ຽວກັບ ບາງບັນຫາທ່ີຕ່າງຝ່າຍຕ່າງມີ ຄວາມສົນໃຈ ແລະ ໄດ້ຢືນ ຢັນວ່າຈະສືບຕໍ່ໃຫ້ການສະ ຫນັບສະຫນູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນທັງຢູ່ໃນເວ ທີພາກພື້ນ ແລະ ສາກົນເພື່ອ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ສອງປະເທດກໍ່ຄືປະຊາ ຊົນສອງຊາດ ສປປ ລາວ ແລະ ສາທາລະນະລັດອິນເດຍໃຫ້ ສູງຂຶ້ນເລື້ອຍໆ.
ທັງສອງຝ່າຍໄດ້ຮັບຮອງ ເອົາບົດບັນທຶກກອງປະຊຸມ ຄະນະກຳມະທິການຮ່ວມມື ສອງຝ່າຍ ສປປ ລາວ – ອິນ ເດຍຄັ້ງທີ 07 ຢ່າງເປັນເອກະ ພາບ, ເຊິ່ງຖືໄດ້ວ່າເປັນພື້ນ ຖານອັນດີ ແລະ ເປັນທິດທາງ ໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບແລະ ການຮ່ວມມືລະຫວ່າງສອງ ປະເທດໃນຕໍ່ຫນ້າ, ສອງຝ່າຍ ຢືນຢັນຈະຮ່ວມເຮັດວຽກຢ່າງ ສຸດຄວາມສາມາດຂອງຕົນ ເພື່ອຈັດຕັ້ງຜັນຂະຫຍາຍບົດ ບັນທຶກກອງປະຊຸມຄັ້ງນີ້ໃຫ້ ເກີດດອກອອກຜົນເພື່ອນຳ ເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດໃຫ້ ໄດ້ຫລາຍທ່ີສຸດ, ນອກຈາກ ນັ້ນທັງສອງຝ່າຍຍັງໄດ້ລົງ ນາມສັນຍາວ່າດ້ວຍໂຄງການ ກູ້ຢືມ​ 03 ສັນຍາກ່ຽວກັບການ ກໍ່ສ້າງເຂ່ືອນ ແລະ ການພັດ ທະນາລະບົບຊົນລະປະທານ ຢູ່ ສປປ ລາວ.
ກອງປະຊຸມໄດ້ດຳເນີນໄປ ດ້ວຍບັນຍາກາດແຫ່ງໄມຕີ ຈິດມິດຕະພາບ, ເຂົ້າອົກເຂົ້າ ໃຈ ແລະ ໄດ້ອັດລົງດ້ວຍຜົນ ສຳເລັດຢ່າງຈົບງາມ. ສຳລັບ ກອງປະຊຸມຄະນະກຳມາທິ ການຮ່ວມມືສອງຝ່າຍ ສປປ ລາວ-ອິນເດຍຄັ້ງທີ 08 ຈະ ຈັດຂຶ້ນໃນປີ 2015 ໂດຍແມ່ນ ຝ່າຍອິນເດຍຈະເປັນເຈົ້າ ພາບ.
ຫລັງຈາກສຳເລັດການເຂົ້າ ຮ່ວມກອງປະຊຸມແລ້ວຄະນະ ຜູ້ແທນຝ່າຍອິນເດຍ ເຊິ່ງນຳ ໂດຍພະນະທ່ານ ຊາລມານ ເຄີຣຊິກ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດອິນເດຍ ໄດ້ເຂົ້າຢ້ຽມຄຳນັບພະນະ ທ່ານຈູມມາລີ ໄຊຍະສອນ, ປະທານປະເທດ ແລະ ພະນະ ທ່ານທອງສິງ ທຳມະວົງ, ນາ ຍົກລັດຖະມົນຕີແຫ່ງ ສປປ ລາວ. ໃນໂອກາດການພົບປະ ສອງຝ່າຍ, ໄດ້ສະແດງຄວາມ ປິຕິຍິນດີທ່ີເຫັນວ່າສາຍພົວ ພັນລະຫວ່າງສອງປະເທດທ່ີ ມີມາແຕ່ຍາວນານໄດ້ຮັບ ການເຕີບໃຫຍ່ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ ແລະ ທັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດຂອງກອງປະຊຸມຄະ ນະກຳມາທິການຮ່ວມ ວ່າ ດ້ວຍການຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ ເຊິ່ງ ເປັນພື້ນຖານ ແລະ ທິດທາງ ອັນສຳຄັນໃຫ້ແກ່ການເສີມ ຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືກັນ ລະຫວ່າງສອງປະເທດໃນຕໍ່ ຫນ້າ.
ນອກຈາກນັ້ນຄະນະຜູ້ ແທນກະຊວງການຕ່າງປະ ເທດອິນເດຍກໍ່ໄດ້ຢ້ຽມຢາມ ແຂວງຫລວງພະບາງ ແລະ ຢ້ຽມຊົມສະຖານທ່ີທາງປະ ຫວັດສາດ ແລະ ວັດທະນະ ທຳຈຳນວນຫນຶ່ງ.

ທີ່ມາhttp://www.kongthap.gov.la