Homeຂ່າວພາຍ​ໃນພົນຕີ ຈັນສະຫມອນ ຈັນຍາລາດ ລົງຊີ້ນຳວຽກງານກໍ່ສ້າງກອງແຂງ-ຫນ່ວຍພັກຮູ້ນຳພາຮອບດ້ານ ຢູ່ກອງ “ຄ 2”, “ຂ 605”

ພົນຕີ ຈັນສະຫມອນ ຈັນຍາລາດ ລົງຊີ້ນຳວຽກງານກໍ່ສ້າງກອງແຂງ-ຫນ່ວຍພັກຮູ້ນຳພາຮອບດ້ານ ຢູ່ກອງ “ຄ 2”, “ຂ 605”

Published on

wed11sep3

ທໃນຫວ່າງຕົ້ນເດືອນກັນ ຍາ 2013 ນີ້, ສະຫາຍພົນຕີ ຈັນສະໝອນ ຈັນຍາລາດ, ກຳ ມະການສູນກາງພັກ, ລັດຖະ ມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດ   ໄດ້ລົງຊີ້ນຳການປັບປຸງກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານຢູ່ ກອງ “ຄ 2”, “ຂ 605” ໃນໂອ
ກາດລົງຊີ້ນຳຄັ້ງນີ້,ສະຫາຍ ລັດຖະມົນຕີຊ່ວຍວ່າການ ກະ ຊວງປ້ອງກັນປະເທດໄດ້ຮັບ ຟັງການລາຍງານສະພາບ
ການເຄື່ອນໄຫວຂອງກົມກອງ ໃນໄລຍະປີຜ່ານມາຈາກສະ ຫາຍພັນໂທ ໄມສີ ພາວັນດີ, ເລຂາ ຄະນະພັກຮາກຖານ, ຫົວໜ້າ ການເມືອງ “ຄ 2” ກອງ “ຂ 605”. ຈາກນັ້ນ, ສະຫາຍກໍ່ ໄດ້ໂອ້ລົມຄະນະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫ່ຼງ ໃນກົມກອງດ່ັງກ່າວ ໂດຍໄດ້ ຍ້ອງຍໍຊົມເຊີຍການເຄື່ອນ ໄຫວປັບປຸງກໍ່ສ້າງກົມກອງໃຫ້ ຫັນປ່ຽນກ້າວຂຶ້ນ ແລະ ໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນຈົ່ງສືບຕໍ່ ປັບປຸງກໍ່ສ້າງກົມກອງໃຫ້ມີ ຄຸນນະພາບ, ມີແບບແຜນນຳ ພາທີ່ດີ, ປະຕິບັດຕາມ 5 ຫຼັກ ການໃນການກໍ່ສ້າງປັບປຸງພັກ ເຮັດໃຫ້ຮາກຖານພັກ, ໜ່ວຍ ພັກ, ສະມາຊິກພັກແຕ່ລະສະ ຫາຍມີຄຸນທາດການເມືອງ ໜັກແໜ້ນກວ່າເກົ່າ.

ທີ່ມາhttp://www.kongthap.gov.la

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...