Homeຂ່າວຕ່າງປະເທດຫວຽດນາມຍຶດງາຄ້າງ ແລະ ໂຕລິ່ນ ເຊື່ອງມາກັບເປົາແກ່ນຖົ່ວແດງ

ຫວຽດນາມຍຶດງາຄ້າງ ແລະ ໂຕລິ່ນ ເຊື່ອງມາກັບເປົາແກ່ນຖົ່ວແດງ

Published on

558000010023701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ສິງຫານີ້ວ່າ ເຈົ້າໜ້າທີ່ພາສີຫວຽດນາມສາມາດກວດພົບ ແລະ ຍຶດງາຊ້າງລັກລອບນຳເຂົ້າປະເທດໄດ້ ໃນມື້ວັນອັງຄານທີ 25 ສິງຫາຜ່ານມານີ້ ຢູ່ທ່າເຮືອຕຽນຊາ ນະຄອນດານັງ ຊຶ່ງພົບງາຊ້າງ ແລະ ໂຕລິ່ນຈຳນວນຫລວງຫລາຍ ເຊື່ອງໄວ້ໃນເປົາແກ່ນຖົ່ວແດງຈຳນວນ 19.5 ໂຕນ ທີ່ຂົນມາກັບເຮືອກຳປັ່ນເດີນທາງມາຈາກປະເທດມາເລເຊຍ.

ທັງນີ້ ງາຊ້າງແມ່ນມີລາຄາເຖິງກິໂລລະ 2,100 ໂດລາໃນຕະຫລາດຄ້າຂອງເຖື່ອນຢູ່ຫວຽດນາມ ສ່ວນໂຕລິ່ນກໍເປັນສັດປ່າທີ່ມີລາຄາສູງ ຊຶ່ງຊາວຈີນ ແລະ ຊາວຫວຽດນາມເຊື່ອວ່າ ສາມາດປິ່ນປົວພະຍາດໄດ້ຫລາຍຊະນິດ ແລະ ບຳລຸງຮ່າງກາຍ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...