spot_img
Homeບໍລິການກົມອຸຕຸນິຍົມຯແຈ້ງ ອາກາດຈະຮ້ອນຂຶ້ນຕື່ມຢູ່ແຕ່ລະພື້ນທີ່

ກົມອຸຕຸນິຍົມຯແຈ້ງ ອາກາດຈະຮ້ອນຂຶ້ນຕື່ມຢູ່ແຕ່ລະພື້ນທີ່

Published on

laheat
(ພາບປະກອບ)

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 26 ສິງຫານີ້ ຮ່ອງຄວາມກົດດັນອາກາດຕ່ຳມີກຳລັງປານກາງ ແລະ ຍັງສືບຕໍ່ພັດຜ່ານເຂດພາກເໜືອຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກປານກາງຢູ່ບາງທ້ອງຖິ່ນຂອງແຂວງພາກເໜືອ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນບາງສ່ວນ, ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນ ແລະ ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ຍັງຈະມີຝົນຕົກກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງວຽງຈັນ, ບໍລິຄຳໄຊ ແລະ ສະຫວັນນະເຂດ. ແຂວງໄຊສົມບູນ: ຍັງຈະມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ຕື່ມອີກ.

ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ສໍາລັບເຂດປາກຊ່ອງ, ນິຄົມ 34: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງ ແຂວງຈຳປາສັກ ແລະ ອັດຕະປື.

ນະຄອນຫລວງວຽງຈັນ: ຈະມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.

+ ລະດັບນ້ຳຂອງ ແລະ ສາຂາ :

ລະດັບນ້ຳຂອງ ຢູ່ແຂວງຫລວງພະບາງ ໃນວັນທີ 25 ສິງຫາ ແທກໄດ້ 9,48 ແມັດ ແລະ ວັນທີ 26 ສິງຫາ ແທກໄດ້ 9,23 ແມັດ, ຢູ່ນະຄອນຫລວງວຽງຈັນ 5,63 ແມັດ ໃນວັນທີ 26 ສິງຫາ ແທກໄດ້ 5,75 ແມັດ, ຢູ່ປາກຊັນ 7,75 ແມັດ ໃນວັນທີ 26 ແທກໄດ້ 7,72 ແມັດ, ຢູ່ທ່າແຂກ ວັນທີ 25 ແທກໄດ້ 8,23 ແລະ ວັນທີ 26 ແທກໄດ້ 8,12, ຢູ່ສະຫວັນນະເຂດ 6,68 ແມັດ, ວັນທີ 26 ແທກໄດ້ 6,62, ຢູ່ປາກເຊ 5,78 ແມັດ ແລະ ວັນທີ 26 ແທກໄດ້ 5,73 ແມັດ  ຢູ່ມະຫາໄຊ 7,14 ແມັດ ແລະ ວັນທີ 26 ແທກໄດ້ 7,53 ແມັດ, ຢູ່ຂົວເຊ 11,93 ແມັດ ແລະ ວັນທີ 26 ແທກໄດ້ 12,13 ແມັດ, ຢູ່ໜ້າເຂື່ອນນ້ຳງື່ມ 208,58 ແມັດ ໃນວັນທີ 26 ແທກໄດ້ 208,62 ແມັດ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...