spot_img
Homeຂ່າວພາຍ​ໃນກະຊວງຍຸຕິທຳ ສະຫລຸບຂະບວນແຂ່ງຂັນກີລາ ສະຫລອງວັນລັດຖະທຳມະນູນຄົບຮອບ 22 ປີ

ກະຊວງຍຸຕິທຳ ສະຫລຸບຂະບວນແຂ່ງຂັນກີລາ ສະຫລອງວັນລັດຖະທຳມະນູນຄົບຮອບ 22 ປີ

Published on

tue10sep6

ຜ່ານການຈັດຕັ້ງແຂ່ງ ຂັນກີລາເພື່ອສະເຫຼີມສະຫຼອງ ວັນລັດຖະທຳມະນູນແຫ່ງ ຊາດຄົບຮອບ 22 ປີ (15 ສິງ ຫາ 1991-15 ສິງຫາ 2013) ກະຊວງຍຸຕິທຳກໍ່ໄດ້ຈັດພິທີສະຫຼຸບຜົນການແຂ່ງຂັນກີລາ ສະເຫຼີມສະຫຼອງວັນດ່ັງກ່າວ ແລະ ຍ້ອງຍໍແຕ່ລະພາກສ່ວນທີ່ອຸປະຖຳຂະບວນການກີລາ ແລະ ພະນັກງານລັດຖະກອນ ທົ່ວກະຊວງຍຸຕິທຳທີ່ເຂົ້າ ຮ່ວມຂະບວນກີລາຂຶ້ນທີ່ສະ ໂມສອນກະຊວງຍຸຕິທຳ ໃນ ວັນທີ 6 ກັນຍາ 2013, ໂດຍ ການເປັນປະທານຂອງທ່ານ ສຈ.ດຣ. ຈະເລີນ ເຢຍປາວເຮີ ລັດຖະມົນຕີວ່າການກະຊວງ ຍຸຕິທຳ, ມີພະນັກງານລັດຖະ ກອນທ່ົວກະຊວງຍຸຕິທຳເຂົ້າ ຮ່ວມຢ່າງພ້ອມພຽງ.
ທ່ານນາງ ບົວພອນ ດາລາ ແສນ, ຄະນະຮັບຜິດຊອບພິທີ ໄດ້ລາຍງານສະຫຼຸບຜົນການ ແຂ່ງຂັນກີລາປະເພດຕ່າງໆ ເພື່ອສະເຫຼີມສະຫຼອງວັນລັດ ຖະທຳມະນູນ ເຊິ່ງກາຍເປັນ ປະເພນີທີ່ຈັດຂຶ້ນທຸກໆປີ ເພື່ອ ຮັດແໜ້ນຄວາມສາມັກຄີລະ ຫວ່າງ 4 ອົງການໃນຂົງເຂດ ຍຸຕິທຳກໍ່ຄືອົງການປົກປ້ອງ ກົດໝາຍເຊິ່ງໄດ້ແກ່: ກະຊວງ ຍຸຕິທຳ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນ ສູງສຸດ, ປີນີ້ແມ່ນສະພາແຫ່ງ ຊາດເປັນເຈົ້າພາບຈັດການ ແຂ່ງຂັນລວມມີປະເພດ ກີລາ ບານເຕະ, ກີລາເປຕັງ ແລະ ກີ ລາມວນຊົນ. ຜ່ານການແຂ່ງ ຂັນກີລາປະເພດຕ່າງໆກະ ຊວງຍຸຕິທຳສາມາດຍາດໄດ້ ລາງວັນດ່ັງນີ້: ກີລາບານເຕະ ທີມຊາຍ ແລະ ທີມຍິງ ໄດ້ຂັນ ເງິນຊະນະເລີດ, ກີລາເປຕັງ ທີມຍິງຍາດໄດ້ຂັນເງິນຊະນະ ເລີດ, ກີລາແລ່ນໄຖ່ ໄດ້ຂັນ ຊະນະເລີດ, ກີລາຄີບໝາກ ບານໃສ່ຫວ່າງຂາແລ່ນ ໄດ້ຂັນ ຊະນະເລີດ, ກີລາເປຕັງທີມ ອາວຸໂສ ໄດ້ຮອງຊະນະເລີດ,
ກີລາເປຕັງ ທີມຊາຍທົ່ວໄປ ໄດ້ຮອງຊະນະເລີດ, ກີລາດຶງ ເຊຶອກໄດ້ອັນດັບທີ 4, ກີລາ ເປຕັງທີມປະສົມ ຍິງ-ຊາຍ ໄດ້ອັນດັບທີ 4, ກີ ລາເປ ຕັງທີມຊາຍທົ່ວໄປ ໄດ້ອັນດັບ ທີ 4 ລວມເງິນລາງວັນທັງ ໝົດຈຳນວນ 5.000.000 ກີບ ພ້ອມດ້ວຍຂັນຊະນະເລີດ 5 ໜ່ວຍ.
ໃນພິທີທ່ານລັດຖະມົນຕີວ່າ ການກະຊວງຍຸຕິທຳກໍ່ໄດ້ໃຫ້ ກຽດມອບໃບຍ້ອງຍໍຜົນງານ ໃຫ້ແຕ່ລະພາກສ່ວນທີ່ອຸປະ ຖຳພ້ອມດ້ວຍພະນັກງານລັດ ຖະກອນທີ່ເຂົ້າຮ່ວມການແຂ່ງ ຂັນກີລາໃນຄັ້ງນີ້ ແລະ ໃນ ຕອນທ້າຍທ່ານລັດຖະມົນຕີ ວ່າການກະຊວງດ່ັງກ່າວກໍ່ໄດ້ ໂອ້ລົມຕໍ່ພະນັກງານລັດຖະ ກອນທົ່ວກະຊວງທີ່ເຂົ້າຮ່ວມ ພິທີ, ໂດຍທ່ານໄດ້ຊົມເຊີຍຕໍ່ ຜົນງານທີ່ນັກກີລາຂອງກະ ຊວງຍາດມາໄດ້ ແລະ ຮັກສາ ໄດ້ຄວາມສາມັກຄີຮັກແພງ ລະຫວ່າງອົງການໃນຂົງເຂດ ຍຸຕິທຳກໍ່ຄືອົງການປົກປ້ອງ ກົດ ໝາຍທີ່ຮ່ວມແຂ່ງຂັນກີລາ ເພື່ອສະເຫຼີມສະຫຼອງວັນສຳ ຄັນດ່ັງກ່າວນີ້, ເຮັດໃຫ້ການ ແຂ່ງຂັນເຕັມໄປດ້ວຍບັນຍາ ກາດທີ່ຟົດຟື້ນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...