Homeຂ່າວພາຍ​ໃນໂຄງການສຳປະທານໂຮງແຮມເລກ 1 ເມືອງວຽງໄຊ

ໂຄງການສຳປະທານໂຮງແຮມເລກ 1 ເມືອງວຽງໄຊ

Published on

ໂຮງແຮມເລກ 1 ຢູ່ເມືອງວຽງໄຊ ແຂວງຫົວພັນ ເປັນໂຮງແຮມທີ່ເກົ່າແກ່ຊຸດໂຊມມາຫລາຍສິບປີ. ສະນັ້ນ ມາຮອດປີ 2011 ພາກລັດຈຶ່ງໄດ້ຈັດຫາຜູ້ມາສຳປະທານ ເພື່ອປັບປຸງສ້ອມແປງ ແລະ ດຳເນີນທຸລະກິດຕາມລະບຽບກົດໝາຍ ເຊິ່ງບໍລິສັດຮວ້າງຟຸກ ລ້າງເຊີນ ສສ ຫວຽດນາມ ໄດ້ຮັບການສຳປະທານເປັນໄລຍະເວລາ 50 ປີ. ຜ່ານການດຳເນີນທຸລະກິດໂຮງແຮມເປັນໄລຍະເວລາ 2 ປີກວ່າຜ່ານມາ ນັບແຕ່ປີ 2012 ມາເຖິງປັດຈຸບັນ ຜູ້ສຳປະທານໄດ້ສືບຕໍ່ຂະຫຍາຍກິດຈະການຕື່ມ ເປັນຕົ້ນແມ່ນໄດ້ປັບປຸງເຂດພັກຜ່ອນຢູ່ດ້ານຫລັງຂອງໂຮງແຮມເຊັ່ນ: ເຂດໜອງນ້ຳບ່ອນພັກຜ່ອນ, ເຂດເວທີກາງແຈ້ງ ເພື່ອຮອງຮັບງານລ້ຽງ, ການແຕ່ງດອງ ແລະ ເຂດຖ້ຳຢູ່ດ້ານຫລັງທີ່ຢູ່ໃນຂອບເຂດຂອງໂຮງແຮມເປັນຮ້ານກາເຟ ແລະ ບ່ອນຟັງເພງ-ຮ້ອງເພງ ເປັນມູນຄ່າການລົງທຶນທັງໝົດ 1 ລ້ານ 6 ແສນກວ່າໂດລາ ເພື່ອກະກຽມຮອງຮັບແຂກພາຍໃນ ແລະ ຕ່າງປະເທດໃນອະນາຄົດ, ພ້ອມທັງໄດ້ເປີດນຳໃຊ້ບັນດາກິດຈະການຂ້າງເທິງໃນມື້ວັນທີ 21/8/2015 ຢ່າງເປັນທາງການ ແລະ ກໍໄດ້ມີແຂກພາກສ່ວນລັດ, ເອກະຊົນ, ແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ໂດຍສະເພາະແມ່ນແຂກທີ່ມາຈາກຫວຽດນາມ ແລະ ກໍໄດ້ມີການສະແດງສິລະປະ, ຟ້ອນລຳວົງ, ຮ້ອງເພງ-ຟັງເພງ ແລະ ໃນຂະນະດຽວກັນນີ້ ຢູ່ພາຍໃນຖ້ຳກໍໄດ້ມີແຂກຂອງບໍລິສັດຜູ້ລົງທຶນຈຳນວນໜຶ່ງຂຶ້ນໄປເຕັ້ນລຳຢູ່ໃນສະຖານທີ່ຖ້ຳດັ່ງກ່າວ ເຊິ່ງເຫັນວ່າບໍ່ຖືກຕ້ອງຕາມການອະນຸຍາດຂອງພາກສ່ວນກ່ຽວຂ້ອງ. ຕໍ່ບັນຫານີ້ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ເມືອງວຽງໄຊ ກໍໄດ້ແນະນຳໃຫ້ປັບປຸງແກ້ໄຂສິ່ງທີ່ບໍ່ຖືກຕ້ອງ ແລະ ສັ່ງໃຫ້ຢຸດເຊົາພຶດຕິກຳດັ່ງກ່າວໄປແລ້ວ.
ສຳລັບແຜນການຂະຫຍາຍກິດຈະການ ຢູ່ຂອບເຂດໂຮງແຮມດັ່ງກ່າວໃນອະນາຄົດ, ບໍລິສັດຈະມີແຜນສ້າງຕື່ມເຊັ່ນ: ເດີ່ນກິລາຟຸດຊໍ, ເດີ່ນເຕັນນິດ, ບ່ອນນັ່ງຫລິ້ນສຳລັບຄອບຄົວ ແລະ ເດັກນ້ອຍ (ສວນສະໜຸກ), ສະລອຍນ້ຳ. ສະນັ້ນ ຈຶ່ງແຈ້ງຂ່າວມາຍັງທຸກພາກສ່ວນຮັບຊາບ ເພື່ອບໍ່ໃຫ້ສັງຄົມເຂົ້າໃຈຜິດຕໍ່ການສຳປະທານເຂດໂຮງແຮມດັ່ງກ່າວ.
ຖ້າຫາກທ່ານໃດຍັງມີຄວາມສົນໃຈກໍເຊີນຊວນມາສຳຜັດເບິ່ງຕົວຈິງດ້ວຍຕົນເອງ.

ຂ່າວຈາກ Pathedlao Lao

https://fbcdn-sphotos-c-a.akamaihd.net/hphotos-ak-xaf1/v/t1.0-9/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...