Homeຂ່າວພາຍ​ໃນພະແນກ ຖວທ ແຂວງຫົວພັນ ຊີ້ແຈງກໍລະນີສະຖານບັນເທີງ ໃນຖ້ຳຢູ່ເມືອງວຽງໄຊ

ພະແນກ ຖວທ ແຂວງຫົວພັນ ຊີ້ແຈງກໍລະນີສະຖານບັນເທີງ ໃນຖ້ຳຢູ່ເມືອງວຽງໄຊ

Published on

11903805_867921369929225_7849933808738510034_n

ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫົວພັນໄດ້ເປີດເຜີຍ ໃນວັນທີ 25 ສິງຫາ 2015 ນີ້ວ່າ: ທາງແຂວງພວກເຮົາບໍ່ໄດ້ມີການອະນຸຍາດ ໃຫ້ນັກລົງທຶນຕ່າງປະເທດ ດໍາເນີນທຸລະກິດເປີດສະຖານບັນເທີງໃນຖໍ້າ ຂອງບັນດາທ່ານນໍາລາວພວກເຮົາແຕ່ຢ່າງໃດ ເຊິ່ງບັນຫາດັ່ງກ່າວທີ່ຫລາຍທ່ານ ປະກົດເຫັນໃນສື່ສັງຄົມອອນໄລນັ້ນ ບໍ່ແມ່ນຄວາມຈິງ ແຕ່ເປັນເຫດການ ທີ່ເກີດຂຶ້ນໃນສາງເກັບມ້ຽນສິນຄ້າຂອງໂຮງແຮມເລກ1  ເທົ່ານັ້ນ ເຊິ່ງເປັນບ່ອນເຂດສໍາປະທານພັດທະນາ ເປັນແຫລ່ງທ່ອງທ່ຽວ, ຮ້ານອາຫານ,  ສະລອຍນໍ້າ, ບ່ອນພັກຜ່ອນ ແລະ ອື່ນໆ. ແນວໃດກໍດີ ພວກເຮົາໃຫ້ຄວາມເຄົາລົບ ແລະ ຍົກສູງຄວາມສໍາຄັນຕໍ່ກັບການ ປົກປັກຮັກສາຮີດຄອງປະເພນີອັນງາມຂອງຊາດ ຢ່າງຕໍ່ເນື່ອງ ແຕ່ແນ່ນອນວ່າ ບັນດາທ່ານອາດໄດ້ບໍລິໂພກຂໍ້ມູນຂ່າວສານ ຜ່ານສື່ສັງຄົມອອນໄລ ແລະ ສື່ຕ່າງໆທີ່ມີຄວາມແຕກຕ່າງກັນ, ມາຈາກຫລາຍແຫລ່ງທີ່ບໍ່ໄດ້ຮັບການພິສູດ, ບໍ່ໄດ້ສອບຖາມ, ບໍ່ໄດ້ວິເຄາະ, ບໍ່ເຫັນດ້ວຍຕາ ແລະ ບໍ່ໄດ້ຢືນຢັນ ເຊິ່ງອາດກາຍເປັນຕົ້ນເຫດ ເຮັດໃຫ້ລະຫວ່າງຄົນກັບຄົນເຂົ້າໃຈຜິດກັນ, ບໍ່ເຂົ້າອົກບໍ່ເຂົ້າໃຈ, ແຕກແຍກຄວາມສາມັກຄີກັນ ແລະ ເປັນອາຄາດບາດໝາງກັນ ສະນັ້ນພວກເຮົາຕອ້ງພິຈາລະນາຍານ ແລະ ຄົ້ນຄິດຄັກແນ່ວ່າເປັນຄວາມຈິງ ຫລື ບໍ່? ຖ້າວ່າເປັນຄວາມຈິງກໍມີລະບຽບຫລັກການ ແລະ ມາດຕະການຈະຕ້ອງປຶກສາຫາລືແກ້ໄຂ ແລະ ລົງໂທດຕາມແຕ່ກໍລະນີນັ້ນເອງ.
ທ່ານ ແສງແກ້ວ ພະນັກງານຜູ້ອາວຸໂສ ຢູ່ແຂວງຫົວພັນກໍໃຫ້ທັດສະນະວ່າ: ກ່ຽວກັບການເປີດເທັກເປີດບາ ຫລື ສະຖານບັນເທີງໃສ່ຖໍ້າບັນດາທ່ານຜູ້ນໍານັ້ນ ກໍເຫັນວ່າມັນບໍ່ພຽງຜິດລະບຽບຫລັກການເທົ່ານັ້ນ ແຕ່ຍັງຄັດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຄັດກັບຮີດຄອງປະເພນີອັນດີຂອງຊາດ ເຮົາອີກດ້ວຍ ແຕ່ແນວໃດກໍດີ ຕົນເອງກໍໄດ້ຍິນ ແລະ ເຫັນພໍ່ແມ່ປະຊາຊົນຈໍານວນໜຶ່ງ ໄດ້ຮ້ອງໂຫ່ໂຄສະນາວິພາກວິຈານ ຜ່ານທາງເຟສບຸກວ່າມີການອະນຸຍາດເປີດ ສະຖານບັນເທີງໃສ່ຖໍ້າຜູ້ນໍາ ຕາມທັດສະນະສ່ວນໂຕເປັນໄປບໍ່ໄດ້ ແລະ ບໍ່ແມ່ນຄວາມຈິງ ສະນັ້ນ ສື່ສັງຄົມອອນໄລກໍມີສິ່ງທີ່ເປັນ ເບື້ອງຂາວເບື້ອງດໍາ ແລະ ສິ່ງພັດທະນາລວມທັງດ້ານຫຍໍ້ທໍ້ ຖ້າພວກເຮົາບໍ່ຮູ້ບໍ່ເຂົ້າໃຈວ່າອັນໃດຄວນຮຽນຮູ້ ຈາກມັນ ແລະ ອັນໃດບໍ່ຄວນຮູ້ຈາກມັນນັ້ນຖືວ່າອັນຕະລາຍ.
ນາງ ອໍາພອນ ພະນັກງານຢູ່ແຂວງຫົວພັນບອກວ່າ: ຕົນເອງດີໃຈທີ່ໄດ້ຮັບຂໍ້ມູນຂ່າວສານ ທີ່ວ່ອງໄວທັນໃຈທຸກໆເຫດການ ແລະ ບັນຫາຕ່າງໆທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດນັບແຕ່ບ້ານເຮົາ ໄດ້ມີການໃຊ້ເຟສບຸກແຜ່ລະບາດຢ່າງຫລວງຫລາຍ ໃນ 8 ປີຜ່ານມານີ້ ນັ້ນຍອມຮັບຕົນເອງໄດ້ຮັບຂໍ້ມູນ ຂ່າວສານການພັດທະນາ, ສະພາບອາກາດ, ທ່າອ່ຽງຂອງໂລກ, ບັນຫາການເມືອງ, ເສດຖະກິດ, ອຸບັດເຫດ, ການສຶກສາ, ເຕັກໂນໂລຊີ ແລະ ອື່ນໆ ແຕ່ແນວໃດກໍດີ ຂໍ້ມູນໃນສື່ສັງຄົມອອນໄລ ຍັງມີບາງຂໍ້ມູນທີ່ໂຄສະນາບິດເບືອoຄວາມຈິງ ແລະ ມີການໂຄສະນາຂີ້ຕົວນານາປະການ ດ້ວຍເຫດດັ່ງກ່າວພວກເຮົາຄວນມີສະຕິ ຕ້ອງລະມັດລະວັງຢ່າງຄັກແນ່ ບໍ່ແມ່ນວ່າອັນໃດກໍຈະເຊື່ອຈົນໝົດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...