spot_img
Homeຂ່າວການພັດທະນານັກທ່ອງທ່ຽວຈີນ ຄອງອັນດັບ 3 ເດີນທາງເຂົ້າຢ້ຽມຢາມລາວ

ນັກທ່ອງທ່ຽວຈີນ ຄອງອັນດັບ 3 ເດີນທາງເຂົ້າຢ້ຽມຢາມລາວ

Published on

chalern

ຂປລ. ​ເພື່ອ​​ປະຕິບັດ​ຕາມ ​ແນວທາງ​ນະ​ໂຍບາຍ​ ຂອງ​ພັກ ​ແລະ ລັດຖະບານ​ລາວ​ ໃນ​ການ​ຮ່ວມ​ມື​ ດ້ານ​ການທ່ອງທ່ຽວ​ ລະຫວ່າງ​ປະຊາຊົນ​ສອງ​ຊາດ​ ລາວ​-ຈີນ ມັນ​ໄດ້​​ເປັນການ​ ເພີ່ມ​ພູນ​ຄູນ​ສ້າງ ສາຍພົວພັນ ມິດຕະພາບ ​ແລະ ການ​ຮ່ວມ​ມືອັນ​ດີງາມ ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ນັ້ນ ​​ໃຫ້ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງຂຶ້ນ.

ທ່ານ ຈະ​ເລີ​ນ ວາລິນທະລາ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກ່າວ​ວ່າ: ການ​ຮ່ວມ​ມື​ ລະຫວ່າງ ປະຊາຊົນສອງ​ຊາດ​ ລາວ-ຈີນ ພວກ​ເຮົາ​ແມ່ນ​ມີ​ເງື່ອນ​ໄຂ​ ທີ່​ອຳນວຍ​ຄວາມ​ສະດວກ ​ ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ຫລາຍ​ດ້ານ​, ​ໂດຍ​ສະ​ເພາະ​ ທາງ​ພາກ​ເໜືອ​ຂອງ ​ສປປ ລາວ ​ມີ​ຊາຍ​ແດນ​ເຊື່ອມ​ຈອດ​ກັບ​ ສປ ຈີນ 504 ກິ​ໂລ​ແມັດ, ມີ​ດ່ານ​ສາກົນ 3 ​ແຫ່ງ, ພ້ອມ​ດ້ວຍ​ເສັ້ນທາງ​ເຊື່ອມ​ຕໍ່​ທັງ​ທາງບົກ, ທາງ​ນ້ຳ ​​ແລະ ທາງ​ອາກາດ. ມີ​ສາຍ​ການບິນ​ໂດຍ​ກົງ 5 ​ເສັ້ນທາງ​ບິນ. ຍ້ອນ​ການ​ເປີດ​ເສັ້ນທາງ​ບິນ​ ຫລາຍ​ເສັ້ນທາງ​ຄື​ດັ່ງກ່າວ​ນັ້ນ ​ໄລຍະ​ຜ່ານ​ມາ​ຈຳນວນ​ ນັກ​ທ່ອງ​ທ່ຽວປະ​ເທດຈີນ ທີ່​ເດີນທາງ​ມາ​ທ່ອງ​ທ່ຽວ ​ ສປປ ລາວ ຈຶ່ງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ເລື້ອຍໆ ຄື: ປີ 2012 ມີ​ 199.000 ກວ່າ​ຄົນ, ປີ 2013 ມີ 245.000 ກວ່າ​ຄົນ ​ແລະ ປີ 2014 ມີ 422.000 ກວ່າ​ຄົນ ​ໄດ້​ເພີ່ມ​ຂຶ້ນ 72% ທຽບ​ໃສ່​ປີ 2013. ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ ​ແມ່ນ​ເປັນອັນ​ດັບ 3 ຂອງນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ ທີ່​ເຂົ້າ​ມາ​ທ່ອງ​ທ່ຽວ ​ລາວ, ຖັດຈາກ​ນັກ​ທ່ອງ​ທ່ຽວ​ປະ​ເທດ​ໄທ ​ແລະ ຫວຽດນາມ. ​ໃນ​ປີ 2014 ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ລາວ​ ທັງ​ໝົດ 4,1 ລ້ານ​ກວ່າ​ຄົນ ​ເພີ່ມ​ຂຶ້ນ 10% ທຽບ​ໃສ່​ປີ 2013.

ປັດຈຸບັນ ​ ສປປ ລາວ ​ມີ​ເສັ້ນທາງ​ບິນ​​ຕົງໄປ​ຍັງ​ ສປ ຈີນ​ ຄື: ວຽງ​ຈັນ-​ເຊີນ​ຕູ, ວຽງ​ຈັນ-ຄຸນ​ໝິງ, ວຽງ​ຈັນ-ຊ່າງ​ໂຈ, ວຽງ​ຈັນ-ກວາງ​ໂຈ ​ແລະ ຫລວງ​ພະ​ບາງ-ຊຽງ​ຮຸ່ງ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...