spot_img
Homeຂ່າວຕ່າງປະເທດກຳປູເຈຍຍຶດກັນຊາເກືອບ 1,5 ໂຕນ ຂົນຈາກລາວ ບັນຈຸໃນຖົງກາເຟຍີ່ຫໍ້ດັງ!

ກຳປູເຈຍຍຶດກັນຊາເກືອບ 1,5 ໂຕນ ຂົນຈາກລາວ ບັນຈຸໃນຖົງກາເຟຍີ່ຫໍ້ດັງ!

Published on

CAMBODIA-LAOS-CRIME-DRUGS

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ສິງຫານີ້ວ່າ ຕຳຫລວດກຳປູເຈຍໄດ້ຖະແຫລງຜົນງານ ຈັບກຸມແກ໊ງຄ້າກັນຊາຊາວກຳປູເຈຍ 3 ຄົນ ພ້ອມຂອງກາງກັນຊາ 1,487 ກິໂລກຣາມ ໃນມື້ວັນສຸກທີ 21 ສິງຫາຜ່ານມານີ້ ທີ່ນະຄອນຫລວງພະນົມເປັນ ໂດຍທ່ານ ພົນເອກ ຄຽວ ສາມົນ ຫົວໜ້າສຳນັກງານປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບຂອງກຳປູເຈຍ ໄດ້ກ່າວວ່າ ກັນຊາທັງໝົດແມ່ນຖືກບັນຈຸມາ ໃນຖົງກາເຟຍີ່ຫໍ້ດັງຂອງລາວ ເຊິ່ງຖືກລັກລອບນຳເຂົ້າຈາກປະເທດລາວ ໂດຍພວກເຂົາວາງແຜນຈະສົ່ງກັນຊາຈຳນວນນີ້ ໄປປະເທດທີ 3 ທີ່ກັນຊາມີລາຄາສູງກວ່າ ເຊິ່ງໃນຈຳນວນທີ່ສາມາດຍຶດໄດ້ຄັ້ງນີ້ ແມ່ນຕົກເປັນມູນຄ່າຫລາຍກວ່າ 7 ລ້ານໂດລາ ຖ້າຫາກຖືກໄປຂາຍຢູ່ປະເທດຕາເວັນຕົກ.

CAMBODIA-LAOS-CRIME-DRUGS

ແຫລ່ງຂ່າວຈາກ: http://www.manager.co.th/IndoChina/ViewNews.aspx?NewsID=9580000096353

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...