spot_img
Homeຂ່າວການສຶກສາSCG ຈະມອບທຶນການສຶກສາ ໃຫ້ນັກຮຽນແຂວງຄຳມ່ວນ 80 ທຶນ

SCG ຈະມອບທຶນການສຶກສາ ໃຫ້ນັກຮຽນແຂວງຄຳມ່ວນ 80 ທຶນ

Published on

241

ຂປລ. ວັນທີ 21 ສິງຫາ 2015 ບໍລິສັດ SCG ຮ່ວມກັບ ພະແນກສຶກສາ ທິການ ແລະ ກິລາ ໄດ້ຈັດກອງປະຊຸມຜ່ານຮ່າງ ແບບຟອມໃບສະໝັກ ຮັບທຶນ ການສຶກສາ ໃຫ້ແກ່ນ້ອງນັກຮຽນ ໂດຍເປັນກຽດ ເຂົ້າຮ່ວມ ມີທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າ ພະແນກສຶກສາ ທິການ ແລະ ກິລາ ແຂວງຄຳມ່ວນ, ທ່ານ ວິໄລສັກ ເມຄາຜ່ອງອຳໄພ ຜູ້ຈັດການພັດທະນາ ອົງກອນຢ່າງຍືນຍົງ ບໍລິສັດ ຄຳມ່ວນຊັງມັງ, ທ່ານ ນາງ ສຸຣະພີ ວີຣະວົງສ໌ ຫົວໜ້າຫ້ອງການສະມາຄົມ ຮ່ວມນ້ຳໃຈ ກັບເດັກນ້ອຍລາວ, ມີຫົວໜ້າຫ້ອງການ, ອຳນວຍການ ໂຮງຮຽນ ເມືອງທ່າແຂກ, ໜອງບົກ ແລະ ມະຫາໄຊເຂົ້າຮ່ວມ.

ໂຄງການ ແບ່ງປັນຄວາມຝັນ ກັບ SCG ຫຼື SCG Sharing the Dream ແມ່ນໂຄງການ ມອບທຶນ ຊຸກຍູ້ການສຶກສາ ໃຫ້ແກ່ນັກຮຽນ ມັດທະຍົມປາຍ ຜູ້ທີ່ຫຍຸ້ງຍາກ ເສດຖະກິດ ແຕ່ຢາກຮຽນ ໃຫ້ສຳເລັດ ຊັ້ນມັດທະຍົມປາຍ ແລະ ສືບຕໍ່ຮຽນ ໃນລະດັບສູງຂຶ້ນໄປ, ມີຄຸນສົມບັດດີ, ປະກອບສ່ວນ ກິດຈະກຳ ຂອງໂຮງຮຽນ ແລະ ສັງຄົມ,​ກະຕັນຍູ, ຫ້າວຫັນ ຊ່ວຍສ້າງ ເສດຖະກິດ ຄອບຄົວ.

ປີ2014  ໂຄງການແມ່ນ ໄດ້ມອບທຶນດັ່ງກ່າວ ໃຫ້ກັບນ້ອງນັກຮຽນ ແຂວງຄຳມ່ວນ 50 ທຶນ ໂດຍໄດ້ຈັດຕັ້ງປະຕິບັດ ຜ່ານມາແລ້ວ ສະເພາະປີ 2015 ໂຄງການຈະໃຫ້ ທຶນການສຶກສາ​ ໃຫ້​ແກ່ນັກຮຽນ ມ.5-ມ.7 80 ທຶນ ຢູ່ໂຮງຮຽນຕ່າງໆ ຢູ່ເມືອງທ່າແຂກ, ເມືອງມະຫາໄຊ ແລະ ເມືອງໜອງບົກ.
ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...