spot_img
Homeຂ່າວພາຍ​ໃນກະຊວງກະສິກຳຯ ໄດ້ລັດຖະມົນຕີໃໝ່ ຢ່າງເປັນທາງການ

ກະຊວງກະສິກຳຯ ໄດ້ລັດຖະມົນຕີໃໝ່ ຢ່າງເປັນທາງການ

Published on

governor agriculture
ພິທີມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ລະຫວ່າງທ່ານ ວິໄລວັນ ພົມເຂລັດຖະມົນຕີຜູ້ເກົ່າທີ່ອອກພັກຜ່ອນຮັບເບ້ຍບຳນານ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີຜູ້ໃໝ່, ໄດ້ມີຂຶ້ນໃນຕອນບ່າຍວັນທີ 24 ສິງຫານີ້ ຢູ່ກະຊວງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນ ຕີ, ຜູ້ຊີ້ນຳວຽກງານຂົງເຂດການຜະລິດ ແລະ ຈໍລະຈອນ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ໃຫ້ກຽດໂອ້ລົມວ່າ: ການມອບ-ຮັບໜ້າທີ່ສຳຄັນນີ້, ມັນແມ່ກົດເກນ, ລະບຽບຫລັກການຂອງພັກ ແລະ ລັດເຮົາ, ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກເວົ້າລວມ, ເວົ້າສະເພາະແມ່ນ
ໃຫ້ຂະແໜງກະສິກຳ-ປ່າໄມ້ ກາຍເປັນພື້ນຖານສຳຄັນຂອງໂຄງປະກອບເສດຖະກິດແຫ່ງ ຊາດ, ການຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ຍືນຍົງ, ໂດຍສະເພາະແມ່ນໃຫ້ບັນລຸຕົວການຜະລິດພືດທີ່ເປັນທ່າແຮງເຊັ່ນ: ການປູກເຂົ້າໃຫ້ບັນລຸ 4,7 ລ້ານໂຕນຮອດປີ 2020, ຊຶ່ງຢາກບັນລຸໄດ້ຄືແນວນັ້ນ, ກ່ອນອື່ນໝົດຄະນະພັກ-ຄະນະນຳ ແລະ ພະນັກງານໃນຂົງເຂດກະຊວງກະສິກຳ-ປ່າໄມ້ ຕ້ອງບຸກທະລຸໄດ້ດ້ານຈີນຕະນາການ, ແກ້ໄຂແນວຄິດເກົ່າ, ຮັກສາເດີມ, ຫັນປ່ຽນຮູບແບບການຜະລິດເກົ່າໄປສູ່ການນຳໃຊ້ເຕັກນິກ-ວິທະຍາສາດອັນທັນສະໄໝ, ຕ້ອງເອົາໃຈໃສ່ຄົ້ນຄວ້າຈຸດພິເສດທ່າແຮງການປູກ-ການລ້ຽງໃນແຕ່ລະເຂດຂອງປະເທດໃຫ້ເໝາະສົມ, ມີຈຸດສຸມເພື່ອກ້າວສູ່ການຜະລິດເປັນສີນຄ້າໃຫ້ຫລາຍຂຶ້ນ, ພ້ອມກັນນີ້ກໍສຸມໃສ່ການຜະລິດກະສິກຳທີ່ສະອາດ, ປອດສານຜິດ, ເປັນມິດກັບສິ່ງແວດລ້ອມ, ທັງສາມາດເຊື່ອມໂຍງ ແລະ ແຂ່ງຂັນໃນຂະແໜງກະສິກຳກັບຕະຫລາດພາກພື້ນ ແລະ ສາກົນເທື່ອລະກ້າວ.

ຂ່າວຈາກ:
789

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...