spot_img
Homeຂ່າວພາຍ​ໃນລາວມີໂອກາດຫຼາຍແຕ່ສູ້ບໍ່ໄຫວເສຍໃຫ້ໄທໃນ U-19

ລາວມີໂອກາດຫຼາຍແຕ່ສູ້ບໍ່ໄຫວເສຍໃຫ້ໄທໃນ U-19

Published on

ໃນການແຂ່ງຂັນບານເຕະຮຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ເຊີ່ງໃນມື້ນີ້ ວັນທີ 22 ສິງຫາ 2015 ທີມຊາດລາວ ພົບກັບ ທີມຊາດກຳປູເຈຍ ໃນເວລາ 19:00 ໂມງ ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16, ຈົບເກມນດທຳອິດລາວເຮົາໄດ້ພຽງສະເໝີກັບກຳປູເຈຍ 0-0 ປະຕູ, ໃນນັດທີ 2 ນີ້ ທີມຊາດລາວພົບກັັບທີມຊາດໄທ ໃນວັນທີ 24 ສິງຫາ 2015​ ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16, ຈົບເກມລົງໄປທີມຊາດລາວເສຍໃຫ້ທີມຊາດໄປແບບຫວຸດຫວິດ 1-2 ປະຕູ, ທີມຊາດລາວເຮົາຈະລົງສະໜາມນັດຕໍ່ໄປນັັດທີ 3 ພົບກັບທີມຊາດບຣູໄນ ໃນວັນທີ 26 ສິງຫາ 2015 ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16​ ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊ່ອງ 3 ສຳລັບປີ້ເຂົ້າຊົມລາຄາ 10,000 ກີບ ລາຍຮັບຈາກການຂາຍປີ້ແມ່ນຈະເອົາໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢ່າລືມເດີເຊຍລາວຢ່າງສຸດໃຈແລ້ວຍັງອີ່ມບຸນຕື່ມອີກ

11954560_1636428156574703_6858687616718768587_n

ຂອບໃຈພາບຈາກ​: ສຕລ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...