spot_img
Homeຂ່າວພາຍ​ໃນລະນຶກວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 11 ປີ

ລະນຶກວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 11 ປີ

Published on

tue10sep4

ສະຫະພັນນັກຮົບເກົ່າ ແຫ່ງຊາດລາວໄດ້ຈັດຕັ້ງພິທີໂຮມຊຸມນຸມເລົ່າຄືນມູນເຊື້ອ ໃນໂອກາດລະນຶກວັນສ້າງຕັ້ງ ສະຫະພັນຂອງຕົນຄົບຮອບ 11 ປີ (9/9/2002-9/9/2013)
ຂຶ້ນຢູ່ທີ່ສະໂມສອນສະຫະ ພັນນັກຮົບເກົ່າແຫ່ງຊາດນະ ຄອນຫຼວງວຽງຈັນ ໃນຕອນ ເຊົ້າວັນທີ 9 ກັນຍາ 2013 ໂດຍການເຂົ້າຮ່ວມເປັນປະ ທານ ແລະ ກ່າວປາຖະກະຖາ ເລົ່າຫວນຄືນມູນເຊື້ອຂອງສະ ຫາຍພົນຈັດຕະວາ ສົມພອນ ແກ້ວມີໄຊ, ປະທານສະຫະ ພັນນັກຮົບເກົ່າແຫ່ງຊາດ, ເຊິ່ງມີປະທານສະຫະພັນນັກ ຮົບເກົ່ານະຄອນຫຼວງ,​ບັນດາ ປະທານສະຫະພັນນັກຮົບ ເກົ່າເມືອງອ້ອມຂ້າງສູນກາງ ຕະຫຼອດຫົວໜ້າອົງການ ແລະ ພະນັກງານເຂົ້າຮ່ວມ 100​ ກວ່າສະຫາຍ.
ສະຫາຍພົນຈັດຕະວາ ສົມ ພອນ ແກ້ວມີໄຊ ໄດ້ຊີ້ໃຫ້ເຫັນ ເຖິງ 4 ໄລຍະທີ່ສຳຄັນຄື: ປະ ຫວັດມູນເຊື້ອການຕໍ່ສູ້ຍາວ ນານ ແລະ ມີໄຊ ຍິ່ງໃຫຍ່ເຊິ່ງ ການກຳເນີດ, ມູນເຊື້ອຕໍ່ສູ້ປະ ຕິບັດ ແລະ ຜົນງານຂອງພັກ ຮົບເກົ່າຕິດພັນສະໜິດແໜ້ນ ກັບການກຳເນີດມູນເຊື້ອປະຕິ ວັດ ແລະ ຜົນງານຂອງກອງ ທັບ, ຂອງປະຊາຊົນບັນດາ ເຜົ່າພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ, ນັບແຕ່ທ້າຍສັດຕະວັດທີ 19 ເປັນຕົ້ນມາພວກລ່າເມືອງຂຶ້ນ ແບບເກົ່າໄດ້ເຂົ້າມາຮຸກຮານ ແລະ ຍືດເອົາລາວເປັນຫົວ ເມືອງຂຶ້ນ, ໃນເວລານັ້ນປະຊາ ຊົນໄດ້ຖືກກົດຂີ່ຂົ່ມເຫັງຢ່າງ ໜັກໜ່ວງ ແລະ ໄດ້ລຸກຂຶ້ນຕໍ່ ສູ້ຕ້ານພວກລ່າເມືອງຂຶ້ນຢ່າງ ເນື່ອງນິດລຽນຕິດ,​ ນັບຕັ້ງແຕ່ ພໍ່ກະດວກ, ອົງແກ້ວ ແລະ ອົງ ກົມມະດຳ, ປະຊາຊົນ ເຜົ່າມົ້ງ ຢູ່ບັນດາແຂວງພາກເໜືອ ພາຍໃຕ້ການນຳພາຂອງເຈົ້າ ຟ້າປັດໄຈ ແລະຂະບວນການ ຕໍ່ສູ້ອື່ນໆຈາກການຕໍ່ສູ້ແບບ ກະແຈກກະຈາຍກ້າວຂຶ້ນຊູ່ ການຕໍ່ສູ້ແບບລວມສູນ ພາຍ ໃຕ້ການນຳພາຂອງພັກຈົນສາ ມາດຍາດໄດ້ໄຊຊະນະຈາກ ພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່. ພາຍຫຼັງປະເທດ ຊາດໄດ້ຮັບການປົດປ້ອງມາ ນີ້, ການປະກອບສ່ວນຂອງ ນັກຮົບເກົ່າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ດ້ວຍ ຄວາມເດັດດ່ຽວໜຽວແໜ້ນ, ປະກອບສ່ວນອັນສຳຄັນເຂົ້າ ໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວ ປວງຊົນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານ ການເມືອງ, ເອກະລາດອຳ ນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດໄດ້ຮັບການປົກປ້ອງ ສ້າງເງື່ອນໄຂໃຫ້ແກ່ການສ້າງ ສາພັດທະນາປະເທດຊາດ ດ່ັງໃນທຸກມື້ນີ້.
ດ້ານຜົນງານການເຄື່ອນ ໄຫວຂອງສະຫະພັນນັກຮົບ ເກົ່າ ໃນໄລຍະ 11​ປີ ຜ່ານມາ, ພາຍຫຼັງນາຍົກລັດຖະມົນຕີ ອອກດຳລັດເລກທີ 238/ນຍ ໃນທ້າຍປີ 2001 ວ່າດ້ວຍ ການແຕ່ງຕັ້ງບົ່ງຕົວປະທານ, ຮອງປະທານ ແລະ ກຳມະ ການ ແລະ ມະຕິຂອງກົມການ ເມືອງສູນກາງພັກສະບັບ 68-69/ກມສພ ລົງວັນທີ 9/9/ 2002 ວ່າດ້ວຍການສ້າງຕັ້ງ, ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສະຫະພັນນັກຮົບ ເກົ່າ. ຈາກນັ້ນກໍ່ໄດ້ຕັ້ງໜ້າປັບ ປຸງການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນ, ສາມາດປະຕິບັດ ພາລະບົດບາດເປັນຕົວແທນ ແຫ່ງສິດຜົນປະໂຫຍດອັນ ຊອບທຳ, ທັງມີຄວາມສາມາດ ປຸກລະດົມຖັນແຖວພະນັກ ງານນັກຮົບເກົ່າໃຫ້ເສີມຂະ ຫຍາຍທາດແທ້ມູນເຊື້ອປະຕິ ວັດອັນດີງາມຂອງຕົນ, ເປັນ ເຈົ້າການເຕົ້າໂຮມຄວາມສາ ມັກຄີໃນຖັນແຖວນັກຮົບເກົ່າ, ປະສານສົມທົບກັບອົງການ ຂອງພັກ ແລະ ລັດ ໃນການປະ ຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນ ງານ, ຄຸນງາມຄວາມດີ ໃຫ້ທົ່ວ ເຖິງ ແລະ ຖືກຕ້ອງ, ຊຸກຍູ້ໃຫ້ ນັກຮົບເກົ່າປະກອບສ່ວນສຶກ ສາອົບຮົມລູກຫຼານໃຫ້ມີນ້ຳ ໃຈຮັກຊາດ, ສືບທອດມູນເຊື້ອ ອັນດີງາມຂອງຕົນ ແລະ ເຂົ້າ ຮ່ວມວຽກງານປົກປັກຮັກສາ ພັດທະນະປະເທດຊາດ ຢ່າງ ເປັນເຈົ້າການ ແລະ ທິດທາງ ໃນຕໍ່ໜ້າສະຫະພັນນັກຮົບ ເກົ່າແມ່ນກຳລັງຈັດຕັ້ງຜັນຂະ ຫຍາຍເນື້ອໃນມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ສະໄໝທີ II  ແລະ ກະກຽມດຳເນີນກອງປະ ຊຸມສີ່ຂັ້ນ (ແຕ່ສູນກາງຮອດ ທ້ອງຖິ່ນ) ຢ່າງເປັນຂະບວນ ຟົດຟື້ນ ແລະ ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...