spot_img
Homeລົດຍົນ-ຍານພາຫະນະລົດແບດໝົດ ປ່ຽນເອງໄດ້

ລົດແບດໝົດ ປ່ຽນເອງໄດ້

Published on

ຖ້າ​ບໍ່​ຢາກ​ໃຫ້​ລົດ​ເຈົ້າ​ຈອດ​ດັບ​ຢູ່​ກາງ​ທາງ​ຄວນ​ເຊັກ​ແບດ​ເຕີ​ລີ່​ໃຫ້​ຮຽບຮ້ອຍ ເພື່ອ​ຄວາມ​ປອດ​ໄພ​ຂອງ​​ເຈົ້າ ຫາກ​ຕ້ອງ​ໄປ​ຈອດ​ດັບ​ຢູ່ໃນ​ທີ່​ປ່ຽວ​ເຖິງແມ່ນວ່າ​ບໍ່​ເກີດ​ອັນຕະລາຍ​ກໍ​ຕ້ອງ​ຢ້ານ​ ​ໂດຍ​ສະເພາະ​​ຜູ້ຍິງ ຫາກ​ເກີດ​ເຫດການ​ຂຶ້ນ​ຄືຊິລຳບາກ Laopost ມີ​ວິທີ​ປ່ຽນ ແບດ​ເຕີ​ລີ່​ງ່າຍໆ ດ້ວຍ​ຕົວ​ເຈົ້າ​ເອງ
ແບດ​ເຕີ​ລີ່​ລົດ​ຍົນ ໂດຍ​ທົ່ວ​ໄປ​ມີ 2 ປະ​ເພດ​ຫລັກ ຄື

  • 1.ແບດ​ເຕີ​ລີ່ “ແບບ​ປຽກ” ທີ່​ຕ້ອງ​ໝັ່ນ​ເຕີມ​ນ້ຳ​ກັ່ນ​ຊົດ​ເຊີຍ​ປະລິມານ​ທີ່​ສູນ​ເສຍ​ໄປ​ເພື່ອ​ບໍ່​ໃຫ້​ລະ​ດັບ​ນ້ຳ​ກັ່ນ​ຕ່ຳ​ກວ່າ​ເສັ້ນ​ບອກ​ລະ​ດັບ​ລຸມ (LOWER LEVEL)
  • 2.ແບດ​ເຕີ​ລີ່ “ແບບ​ແຫ້ງ” ທີ່​ບໍ່​ຕ້ອງ​ເຕີມ​ນ້ຳ​ກັ່ນ​ຕະຫລອດ​ອາ​ຍຸ​ການ​ໃຊ້​ງານ ປະຈຸບັນ​ນິຍົມ​ໃຊ້​ໃນ ລົດ​ເກ໋ງ ລົດ​ກະ​ບະ ຊຶ່ງ​ມີ​ລາ​ຄາ​ສູງ​ກວ່າ​ແບບ​ທຳອິດ ​ທັງ 2 ເຮັດ​ຫນ້າທີ່​ຈ່າຍ​ກະ​ແສ​ໄຟ​ໄປ​ທີ່​ລະບົບ​ຈຸດ​ລະ​ເບີດ​ໃນ​ຂະນະ​ທີ່​ສະ​ຕາລ໌ລົດ ເພື່ອ​ປ້ອນ​ກະ​ແສ​ໄຟ​ຟ້າ​ໃຫ້​ອຸປະກອນ​ຕ່າງໆ​ພາຍ​ໃນ​ລະບົບ​ໄຟ​ຟ້າ​ລົດ​ຍົນ ໃຫ້​ເຮັດວຽກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ​ສົ່ງ​ພະລັງ​ງານ​ໃຫ້​ກັບ​ອຸປະກອນ​ອຳ​ນວຍ​ຄວາມສະດວກ​ຫລາຍໆ​ຢ່າງ ເຊັ່ນ ລະບົບ​ໄຟ​ໜ້າ ຫລັງ ແອ ວິທະຍຸ​ເຄື່ອງ​ສຽງ
ອາການ​ແບດ​ເຕີ​ລີ່​ເສື່ອມ ແບດ​ເຕີ​ລີ່​ເກັບ​ໄຟ​ບໍ່​ຢູ່​ລົດ​ຈະ​ສະ​ຕາລ໌​ຕິດ​ຍາກ ບາງເທື່ອ​ສະ​ຕາລ໌​​ບໍ່​ຕິດ​ເພາະ​ແບດ​ເຕີ​ລີ່​ໝົດ​ອາ​ຍຸ​ການ​ໃຊ້​ງານ​ໄປ​ແລ້ວ ຕ້ອງ​ຊື້​ປ່ຽນ​ໃໝ່​ທັນ​ທີ ການ​ເລືອກ​ຊື້ “ແບດ​ເຕີ​ລີ່” ບໍ່​ຄວນ​ທີ່​ຈະ​ຫລຸດ​ຂະໜາດ​ຂອງ​ແອມ​ລົງ​ໂດຍ​ເດັດ​ຂາດ ແຕ່​ສາມາດ​ເລືອກ​ທີ່​ມີ​ຂະໜາດ​ຂອງ​ແອມ​ສູງ​ຂຶ້ນ​ໄດ້​ໂດຍ​ປະ​ມານ 10-30 ແອມຈາກ​ແບດ​ເຕີ​ລີ່​ຂອງ​ເກົ່າ ໂດຍ​ເຈົ້າ​ສາມາດ​ປ່ຽນ​ແບດ​ເຕີ​ລີ່​ເອງ​ໄດ້​ງ່າຍໆ ພຽງ​ເຮັດ​ຕາມ​ຂັ້ນ​ຕອນ​ດັ່ງ​ນີ້

ກຽມ​ອຸປະກອນ ກະ​ແຈ​ໄຂ​ເບີ 10 / ຖົງ​ມື​ຢາງ / ສະ​ເປ​ສຳລັບ​ສີດ​ແບດ​ເຕີ​ລີ່ (ຖ້າ​ມີ) / ແບດ​ເຕີ​ລີ່​ໃໝ່

ຂັ້ນ​ຕອນ​ການ​ປ່ຽນ​ແບດ​ເຕີ​ລີ່

  • 1.ໃສ່​ເບຣກ​ມື ເພື່ອ​ປ້ອງ​ກັນ​ລົດ​ໄຫລ
  • 2.ເປີດ​ຝາ​ກະ​ໂປງ​ລົດ
  • 3.ໃຊ້​ປະ​ແຈ​ຫັນ​ນັອດອອກ​ທີ່ “ຂົ້ວ​ລົບ” ແບດ​ເຕີ​ລີ່
  • 4.ໃຊ້​ປະ​ແຈ​ຂັນ​ນໍ໊​ຕະ​ອອກ​ທີ່ “ຂົ້ວ​ບວກ” ແບດ​ເຕີ​ລີ່
  • 5.ນຳ​ແບດ​ເຕີ​ລີ່​ໃໝ່​ມາ​ໃສ່
  • 6.ຕອນ​ໃສ່​ແບດ​ເຕີ​ລີ່​ໃໝ່ ໃຫ້​ໃຊ້​ປະ​ແຈ​ຫັນນັອດ “ຂົ້ວ​ບວກ” ກ່ອນ​ຂົ້ວ​ລົບ
  • 7.ເມື່ອ​ຫັນນັອດຈົນ​ແໜ້ນ​ໝົດ​ແລ້ວ

ຂໍ້​ຄວນ​ລະ​ວັງ: ໃນ​ການເຮັດວຽກ​ກັບ​ແບດ​ເຕີ​ລີ່ ເນື່ອງ​ຈາກ​ໃນ​ແບດ​ເຕີ​ລີ່​ນັ້ນ​ມີ​ສານ​ເຄ​ມີ​ຢູ່​ພາຍ​ໃນ ເຊັ່ນ ສານ​ຊືນ ນ້ຳ​ກົດ ເປັນ​ຕົ້ນ ດັ່ງ​ນັ້ນ​ໃນ​ການເຮັດວຽກກັບ​ແບດ​ເຕີ​ລີ່​ຄວນ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ພິເສດ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...