Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງສີສັດຕະນາກຈັບເຄືອຂ່າຍ ຄ້າຢາເສບຕິດຕົວອັນຕະລາຍ

ປກສ ເມືອງສີສັດຕະນາກຈັບເຄືອຂ່າຍ ຄ້າຢາເສບຕິດຕົວອັນຕະລາຍ

Published on

Untitled-2

ປກສ ເມືອງສີສັດຕະນາກຈັບເຄືອຂ່າຍ ຄ້າຢາເສບຕິດຕົວອັນຕະລາຍ

ວັນ​ທີ 19 ສິງຫາ​ນີ້,​​ ໜ່ວຍ​ງານ​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ປກສ ​ເມືອງ​ສີ​ສັດຕະ​ນາກ, ນະຄອນຫລວງ​ວຽງ​ຈັນ, ໄດ້ຈັບ​​ເປົ້າ​ໝາຍ​ຊື້-ຂາຍ​ຢາ​ເສບ​ຕິດ​ຢູ່​ເສັ້ນທາງ ວົງວຽນ​ຈີ່ນາຍ​ໂມ້ ເມືອງ​ສີ​ສັດຕະ​ນາກ ໄດ້ຜູ້ຕ້ອງຫາຄື:​ ທ້າວບຸນ​ເພັງອາຍຸ 35 ປີ ຢູ່ບ້ານ​ດົງ​ສ້າງ​ຫີນ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນມາ​ດຳ​ເນີນ​ຄະດີ.

ເຈົ້າ​ໜ້າ​ທີ່​​ໃຫ້​ຮູ້​ວ່າ: ກ່ອນ​ໜ້ານີ້ຄືໃນວັນທີ 18 ສິງຫາ​ເຈົ້າ​ໜ້າທີ່​ໄດ້​ລົງ​ແກ້​ໄຂ​ເປົ້າ​ໝາຍ​ ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ເສັ້ນທາງ​ບ້ານ​ພ້າວ ເມືອງຫາດ​ຊາຍ​ຟອງ ສາມາດ​ຈັບ​ຕົວ​ຜູ້​ຖືກ​ຫາ​ໄດ້ 1 ຄົນຄື: ​ທ້າວ ລຳ​ຄະ​ບວນ(ແກ່ນ)ອາຍຸ 35 ປີຢູ່ບ້ານ​ແກ້ງ​ປາ​ຢ້າງ ເມືອງ​ຫາດ​ຊາຍ​ຟອງພ້ອມ​ຂອງ​ກາງ​ຢາ​ບ້າ 100 ​ເມັດ ແລະ ​ກວດ​ຄົ້ນ​ເຮືອນຜູ້ກ່ຽວໄດ້​ພົບ​ເຫັນ​ຢາບ້າ​ຊຸກ​ເຊື່​ອງໄວ້ ຢູ່​ຫ້ອງ​ນອນອີກຈໍານວນ 14.700 ​ເມັດ,​ ເງິນ 20 ພັນ​ບາດ(ສະກຸນເງິນໄທ), 15 ລ້ານ​ກີບ, ​ໂທລະສັບໜຶ່ງໜ່ວຍ ​ແລະ ລົດຈັກໜຶ່ງຄັນ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານ ໃນການດໍາເນີນຄະດີ ແລະ ຜ່ານ​ການ​ສືບສວນ-ສອບ​ສວນທ້າວ ​ແກ່ນ ​ໄດ້​ຊັດກທອດ​ວ່າ: ຢາ​ບ້າດັ່ງກ່າວໄດ້ຊື້​ນຳ​ທ້າວ ບຸນ​ເພັງ ແລະ ມາ​ຮອດ​ວັນ​ທີ 19 ສິງຫາຜ່ານມານີ້,​ ເຈົ້າ​ໜ້າ​ທີ່​ຈິ່ງຈັບຕົວຜູ້ກ່ຽວມາດໍາເນີນຄະດີໄດ້ ໃນຂະນະທີ່ຜູ້ກ່ຽວ​ມີ​ການ​ນັດ​ຊື້ຂາຍຢາບ້າ​ ຢູ່​ວົງວຽນ​ດັ່ງກ່າວ, ແຕ່​ຜູ້ກ່ຽວ​ບໍ່​ຍອມ​ ຈຶ່ງ​ໄດ້ຂັບ​ລົດ​ຕຳ​ລົດ​ເຈົ້າ​ໜ້າ​ທີ່​ເພື່ອ​ຫລົບໜີ ຈາກ​ນັ້ນເຈົ້າ​ໜ້າ​ທີ່​ໄດ້ໃຊ້​ປຶ​ນຍິງ​ຕີນລົດ ​ເຮັດ​ໃຫ້​ຢ່າງ​ລົດ​​ແຕກ​ ແລະ ຂັບ​ລົດ ໄປ​ໄດ້​ປະມານ 500 ​ແມັດ ​ເປົ້າ​ໝາຍ​ໄດ້​ຈອດ​ລົດ​ໄວ້​ຂ້າງທາງ ​ແລ້ວ​ແລ່ນ​ໄປ​​ລີ້​ຢູ່​ເຮືອນ​ປະຊາຊົນຈຶ່ງ​ຖືກ ​ເຈົ້າ​ໜ້າ​ທີ່​ເຂົ້າ​ຈັບ​​ຕົວ​ໄດ້, ປັດຈຸບັນຄະດີ​ດັ່ງກ່າວ ພວມຢູ່​ໃນ​ຂັ້ນ​ຕອນ​ການ​ສືບສວນ- ສອບ​ສວນ​ຂະຫຍາຍ​ຜົນຫາຜູ້ຮ່ວມຂະບວນການ ມາລົງໂທດຕາມກົດໝາຍໃຫ້ໄດ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...