ລາວພົບກັບໄທໃນບານເຕະ U-19 ລາຍຮັບຈາກການຂາຍປີ້ເຂົ້າຊົມແມ່ນມອບໃຫ້ຜູ້ປະສົບໄພນໍ້າຖ້ວມ

ໃນການແຂ່ງຂັນບານເຕະຮຸ້ນບໍ່ເກີນອາຍຸ 19 ປີ ຫຼື U-19 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 22 ສິງຫາ – ວັນທີ 4 ກັນຍາ 2015 ນີ້, ເຊີ່ງໃນມື້ນີ້ ວັນທີ 22 ສິງຫາ 2015 ທີມຊາດລາວ ພົບກັບ ທີມຊາດກຳປູເຈຍ ໃນເວລາ 19:00 ໂມງ ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16, ຈົບເກມນດທຳອິດລາວເຮົາໄດ້ພຽງສະເໝີກັບກຳປູເຈຍ 0-0 ປະຕູ, ໃນນັດທີ 2 ນີ້ ທີມຊາດລາວພົບກັັບທີມຊາດໄທ ໃນວັນທີ 24 ສິງຫາ 2015​ ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ໃນນັດນີ້ລາວເຮົາຈະສາມາດຍາດເອົາຄະແນນມາໄດ້ຫຼືບໍ່ ຢ່າລືມໄປໃຫ້ກຳລັງໃຈທີມຊາດລາວນຳກັນເດີ ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວຊອງ 3, ປີ້ເຂົ້າຊົມລາຄາ 10,000 ກີບ ລາຍຮັບຈາກການຂາຍປີ້ເຂົ້າຊົມແມ່ນມອບໃຫ້ຜູ້ປະສົບໄພນໍ້າຖ້ວມ

11870687_1636236696593849_8306656506531341166_n