spot_img
Homeຂ່າວທ້ອງຖິ່ນອຸດົມໄຊ ໄດ້ເຈົ້າແຂວງຄົນໃໝ່

ອຸດົມໄຊ ໄດ້ເຈົ້າແຂວງຄົນໃໝ່

Published on

ຂປລ. ໃນຕອນເຊົ້າຂອງວັນທີ 21 ສິງຫາ 2015 ທີ່ຫ້ອງວ່າການປົກຄອງແຂວງໆອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ເລຂາຄະນະພັກແຂວງ, ເຈົ້າແຂວງໆອຸດົມໄຊ ລະຫວ່າງ ສະຫາຍ ຄຳຫຼ້າ ລິ້ງນະສອນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງແຂວງອຸດົມໄຊ ຜູ້ເກົ່າ ແລະ ສະຫາຍ ເພັດສາຄອນ ຫຼວງອາໄພ ວ່າການເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງແຂວງອຸດົມໄຊ ຜູ້ໃໝ່ ໂດຍເປັນກຽດໃນພິທີ ອາຊາງ ລາວລີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັັດຖະມົນຕີ, ຜູ້ຊີ້ນຳວຽກງານການປົກຄອງ ເຊິ່ງມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະພັກ, ຄະນະນຳ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນການມອບ-ຮັບໜ້າທີ່ ຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ມີຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການຍົກຍ້າຍການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍ ສະຫາຍ ຄຳຫຼ້າ ລິ້ງນະສອນ ໄປຮັບໜ້າທີ່ໃໝ່ ຢູ່ສູນກາງແນວລາວສ້າງຊາດ, ມະຕິຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະເທດ ໃນການແຕ່ງຕັ້ງ ສະຫາຍ ເພັດສາຄອນ ຫຼວງອາໄພ ເປັນຜູ້ວ່າການເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງແຂວງອຸດົມໄຊ.
ໃນໂອກາດນີ້, ສະຫາຍ ອາຊາງ ລາວລີ ກໍ່ໄດ້ກ່າວວ່າ: ການຍົກຍ້າຍຊັບປ່ຽນບ່ອນປະຈໍາການຂອງພະນັກງານ ສະມາຊິກພັກ ມັນແມ່ນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກເຮົາ. ເພື່ອເຮັດໃຫ້ພາຍໃນພັກ ມີຄວາມປອດໃສ, ໜັກແໜ້ນເຂັ້ມແຂງ, ເປັນທີ່ເພິ່ງຂອງປະຊາຊົນ, ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ຢ່າງແທ້ຈິງ. ຊຶ່ງຕະຫຼອດໄລຍະທີ່ ສະຫາຍ ຄຳຫຼ້າ ລິ້ງນະສອນ ເປັນເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ສະຫາຍກໍ່ໄດ້ມີຄວາມພະຍາຍາມ ທຸ່ມເທທຸກກໍາລັງວັງຊາ, ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ຢ່າງມີກຽດສະຫງ່າ, ສະຫາຍ ເປັນຜູ້ໜຶ່ງທີ່ມີຜົນງານປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືແຂວງອຸດົມໄຊ ຊຶ່ງມັນສະແດງອອກໃນທົ່ວແຂວງອຸດົມໄຊ ໄດ້ມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ, ລະບົບການເມືອງ ນັບແຕ່ແຂວງລົງຮອດຮາກຖານ ໄດ້ຮັບການປັບປຸງດີຂຶ້ນ, ພະນັກງານສະມາຊິກພັກ ໄດ້ຮັບການບໍາລຸງຍົກລະດັບ ແລະ ເຕີບໂຕທັງປະລິມານ ແລະ ຄຸນນະພາບ ອັນເປັນພື້ນຖານໃຫ້ແກ່ຄົນລຸ້ນຫຼັງ ໄດ້ສານຕໍ່ພາລະກິດທີ່ສໍາຄັນຂອງພັກ ໃນໄລຍະຕໍ່ໄປ.
ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ເນັ້ນບາງບັນຫາວ່າ: ສຳລັບ ສະຫາຍ ເພັດສາຄອນ ຫຼວງອາໄພ ແມ່ນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ຈາກຂັ້ນເທິງ ຈຶ່ງໄດ້ມອບໝາຍໜ້າທີ່ອັນສຳຄັນນີ້ ເພື່ອສືບຕໍ່ຍູ້ຂະບວນການທຸກດ້ານ ແລະ ເຮັດໃຫ້ແຂວງອຸດົມໄຊ ໄດ້ຮັບການພັດທະນາດີຂຶ້ນ ເທື່ອລະກ້າວ; ສິ່ງສໍາຄັນ ດ້ວຍປະສົບການ ໃນການຊີ້ນໍາ-ນໍາພາດ້ານມະຫາພາກຂອງສະຫາຍ, ແຕ່ຍັງບໍ່ທັນກໍາໄດ້ ສະພາບຮອບດ້ານຂອງແຂວງອຸດົມໄຊ. ຕ້ອງພະຍາຍາມລົງໃກ້ຊິກຮາກຖານ, ຊອກຮູ້ຖອດຖອນບົດຮຽນສະພາວະຄວາມເປັນຈິງ. ສ່ວນບັນດາສະຫາຍຄະນະພັກ ກໍ່ມີບົດຮຽນປະສົບການ, ຕ້ອງໄດ້ນໍາພາພະນັກງານ-ສະມາຊິກພັກໃນທົ່ວແຂວງ ໃຫ້ມີຄວາມເປັນເອກະພາບກັບຂັ້ນເທິງ ຮ່ວມກັບສະຫາຍເຈົ້າແຂວງຜູ້ໃໝ່ ແລະ ຕອບຕ້ານທຸກກົນອຸບາຍແບ່ງແຍກ ຄວາມສາມັກຄີພາຍໃນພັກ ແລະ ຄວາມສາມັກຄີຂອງການນໍາ ກັບປະຊາຊົນ, ພ້ອມກັນສ້າງພັກໃຫ້ໜັກແໜ້ນເຂັ້ມແຂງ, ພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ນໍາເອົາຄວາມຜາສຸກມາສູ່ປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ; ໃຫ້ບັນດາສະຫາຍກວດຄືນ ເອົາໃຈໃສ່ການກະກຽມຢ່າງຮອບດ້ານ ໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງອຸດົມໄຊ ເປັນຕົ້ນ ການຍູ້ຂະບວນການຜະລິດ ແລະ ການເກັບລາຍຮັບ, ດ້ານເນື້ອໃນລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງຕໍ່ໄປ.
11902232_426553894215063_1310083507173439636_n 11917682_426553820881737_7347051829563952217_n

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...