Homeຂ່າວຍົນຕົກອາຍພົນບິນສະແດງພາດ ບື້ມກາງທາງລົດ ເສຍຊີວິດຢ່າງໜ້ອຍ 7 ສົບ ທີ່ອັງກິດ

ອາຍພົນບິນສະແດງພາດ ບື້ມກາງທາງລົດ ເສຍຊີວິດຢ່າງໜ້ອຍ 7 ສົບ ທີ່ອັງກິດ

Published on

EyWwB5WU57MYnKOuXq5wxLP4ijygWMwQ99x1bBXdfqRptZ0F2w40ZX
ຮູບປະກອບຈາກ ສຳນັກຂ່າວເອພີ

ສຳນັກຂ່າວຕ່າງປະເທດລາຍງານວ່າ ມື້ວານນີ້ (22 ສິງຫາ 2015) ເກີດເຫດເຮືອບິນອາຍພົ່ນ “ຮອກເກີ ຮັນເຕີ ທີ7” ລຳໜຶ່ງ ຕົກໃສ່ລົດຫຼາຍຄັນຢູ່ເທິງຖະໜົນ ໃນຂະນະສະແດງສິລະປະການບິນ ໃນງານຊໍແອມ ແອໂຊ ໃນເມືອງຊໍແຮມ ມົນທົນເວສຊັັສເຊກ ທາງພາກໃຕ້ຂອງອັງກິດ ມີຜູ້ເສຍຊີວິດ 7 ສົບ ແລະບາດເຈັບອີກນັບສິບຄົນ.

ທ້າວ ສະຕີເຟນ ໂຈນ ໜຶ້່ງໃນຜູ້ເຫັນເຫດການໄດ້ກ່າວວ່າ ເຮືອບິນລຳນີ້ຫາກໍເລິ່ມການສະແດງ ໂດຍກຳລັງບິນຕີລັງກາ ແຕ່ເຮືອບິນບິນຕ່ຳໂພດ ຈຶ່ງຕົກລົງໃສ່ເສັ້ນທາງສາຍ A27 ແລະເກີດລະເບີດເປັນໄຟລຸກໄຫມ້ ແປວໄຟຖ້ວມໄປຢ່າງໃຫຍ່ ເຮັດໃຫ້ລົດເສຍຫາຍນຳຫຼາຍຄັນ ດ້ານເຈົ້າໜ້າທີ່ໂຮງໝໍເປີດເຜີຍວ່າ ຜູ້ເສຍຊີວິດທຸກຄົນແມ່ນເສຍຊີວິດຄາທີ່ ມີຜູ້ໄດ້ຮັບບາດເຈັບອາການສາຫັດທີ່ຖືກນຳສົ່ງໂຮງໝໍ ຂະນະທີ່ມີຜູ້ບາດເຈັບເລັກນ້ອຍ ໄດ້ຮັບການປິ່ນປົວໃນບ່ອນເກີດເຫດ 14 ຄົນ.

ເຊິ່ງເຫດການຮຸນແຮງຈົນໜ່ວຍ ສຸກເສີນປະກາດໃຫ້ເປັນອຸບັດເຫດຄັ້ງໃຫຍ່ ມີເຮລິຄອບເຕີຫຼາຍລຳ ຖືກສົ່ງໄປທີ່ເກີດເຫດ ດ້ານໂຄສົກຕຳຫຼວດເມືອງ ລະບຸວ່າ ຜູ້ເສຍຊີວິດແລະບາດເຈັບຢູ່ເທິງຖະໜົນ ແລະບໍ່ມີຜູ້ຄົນໃນງານແອໂຊໄດ້ຮັບບາດເຈັບ ໂດຍເຈົ້າໜ້າທີ່ຂອງສຳນັກງານ ສືບສວນອຸບັດເຫດທາງອາກາດໄດ້ລົງພື້ນທີ່ ເພື່ອເກັບກຳພາບຫຼືວິດີໂອໃນເວລາ ທີ່ເກີດເຫດແທ້ໆ ທີ່ຜູ້ຢູ່ໃນເຫດການອາດຈະບັນທຶກໄດ້.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...