spot_img
Homeວິທະຍາສາດ-ວິທະຍາການUK ທົດສອບ​ຖະໜົນ “ສຸດ​ລ້ຳ” ຊາລ໌​ໄຟ​ລົດ​ຍົນໄດ້​ຂະນະ​ທີ່ກຳລັງແລ່ນຢູ່!

UK ທົດສອບ​ຖະໜົນ “ສຸດ​ລ້ຳ” ຊາລ໌​ໄຟ​ລົດ​ຍົນໄດ້​ຂະນະ​ທີ່ກຳລັງແລ່ນຢູ່!

Published on

ລັດຖະບານ​ແຫ່​ງ (UK) ກຽມ​ທົດສອບ​ເທກ​ໂນ​ໂລ​ຍີ​ຖະໜົນ​ທີ່​ສາມາດ​ຊາລ໌​​ໄຟ​ລົດ​​ໄຟ​ຟ້າ​ໄດ້​ຂະນະ​ທີ່ກຳລັງແລ່ນ​ຢູ່ ເພື່ອ​ບໍ່​ໃຫ້​ຜູ້​ຂັບ​ຂີ່​ລົດ​​ໄຟ​ຟ້າ​ຕ້ອງ​ມາ​ຄອຍຖ້າ​ຊາລ໌​ໄຟ​ເລື້ອຍໆ

electric-charge-road

ໂດຍ​ສ່ວນ​ໃຫຍ່​ແລ້ວ  ຜູ້​ຂັບ​ຂີ່​ລົດ​​ໄຟ​ຟ້າ​ມັກ​ຈະ​ຕ້ອງ​ຊາລ໌​​ໄຟ​​ທີ່​ເຮືອນ  ຫລື​ຕາ​ມສະ​ຖາ​ນີ​ທີ່​ສາມາດ​ຊາລ໌​ໄຟ​ໄດ້  ຊຶ່ງ​ບໍ່​ສະ​ດວກ​ສະບາຍ​ປານໃດ​​ສຳລັບ​ການເດິນທາງ​ໄກໆ  ດ້ວຍ​ເຫດ​ນີ້​ລັດຖະບານ UK ຈຶ່ງ​ໄດ້​ຄິດ​ສ້າງ​ຖະໜົນ​ສຳລັບ​ຊາລ໌​​ໄຟ​ໄດ້​ອັດ​ຕະໂນ​ມັດ​ຂຶ້ນ​ມາ  ໂດຍ​ໃຊ້​ເທກ​ໂນ​ໂລ​ຍີ​ການ​​ນຳ​ແມ່​ເຫລັກ (Magnetic Induction) ຊຶ່ງ​ຄ້າຍ​ກັບ​ການ​ຊາລ໌​​ໂທລະສັບ​ແບບ​ໄຮ້​ສາຍ​ນັ້ນ​ເອງ

ໂຄງ​ການ​ທົດສອບ​ຖະໜົນ​ຊາລ໌​​ໄຟ​ໄດ້​ນີ້​ຈະ​ເລີ່ມ​ໃນ​ຊ່ວງ​ປາຍ​ປີ​ນີ້  ໂດຍ​ວິ​ສະວະກ​ອນ​ຈະ​ທຳການ​ຕິດ​ຕັ້ງ​ອຸປະກອນ​ໄວ້​ໃຕ້​​ຖະໜົນ  ສຳລັບ​ສົ່ງ​ຄື້ນ​ແມ່​ເຫລັກ​ໄຟ​ຟ້າ​ໄປ​ຍັງ​ຕົວ​ຮັບ​ໃນ​ລົດ​  ແລະ​ແປງ​ມາ​ເປັນ​ກະ​ແສ​ໄຟ  ຊຶ່ງ​ການ​ທົດສອບ​ນີ້​ຈະ​ທົດສອບ​ໃນ​ສະຖານ​ທີ່​ສະເພາະ  ບໍ່​ເປີດ​ໃຫ້​ຜູ້​ຂັບ​ຂີ່​ທົ່ວ​ໄປ​ເຂົ້າ​ຮ່ວມ​ການ​ທົດສອບ

ນອກ​ເໜືອ​ຈາກ​ຖະໜົນ​ໄຮ​ເທກ​ນີ້​ແລ້ວ  ລັດຖະບານ UK ກໍ​ກຽມ​ຈະ​ເພີ່ມ​ຈຳນວນ​ສະຖານີ​ຊາລ໌​​ໄຟ​ສຳລັບ​ລົດ​ໄຟ​ຟ້າ​ໃຫ້​ຫລາຍ​ຂຶ້ນ  ໂດຍ​ໃຫ້​ມີ​ຄອບ​ຄຸມ​ທຸກ​ໆ 32 ກິ​ໂລ​ແມັດ

ຖ້າຫາກ​ໂຄງ​ການ​ນີ້​ປະ​ສົບ​ຜົນ​ສຳ​ເລັດ​ໄປ​ໄດ້​ດ້ວຍ​ດີ  ອະນາຄົດ​ເຮົາ​ກໍ​ຄືຊິ​ໄດ້​ເຫັນ​ການ​ໃຊ້​ລົດ​ໄຟ​ຟ້າ​ຫລາຍ​ຂຶ້ນ  ແລະ​ບໍ່​ແນ່​ວ່າ​ອາດຈະ​ມາ​ແທນ​ທີ່​ລົດ​​ທີ່​ຕ້ອງ​ໃຊ້​ນ້ຳ​ມັນ​ໄດ້​ຢ່າງ​ສົມບູນ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...