Homeຂ່າວພາຍ​ໃນແຂວງອຸດົມໄຊວາງຂໍ້ກຳນົດຄຸ້ມຄອງຕົວເມືອງ ດ້ວຍການປະຕິບັດ 4 ສໍ

ແຂວງອຸດົມໄຊວາງຂໍ້ກຳນົດຄຸ້ມຄອງຕົວເມືອງ ດ້ວຍການປະຕິບັດ 4 ສໍ

Published on

mon9sep1

ຕອນ​ເຊົ້າ​ວັນ​ທີ 4 ກັນຍາ 2013 ນີ້, ຢູ່​ທີ​່ສະ​ໂມສອນກອງ​ ບັນຊາ​ການທະຫານແຂວງ​ອຸດົມ​ໄຊ, ​ໄດ້​ຈັດຕັ້ງເຜີຍແຜ່ ເຊື່ອມຊຶມຂໍ້ກຳນົດວ່າດ້ວຍ ການຄຸ້ມຄອງຕົວເມືອງໆໄຊ ໂດຍສະເພາະແມ່ນການຈັດ ຕັ້ງປະຕິບັດ “4 ສໍ” ຄື: ສໍ ສີ ຂຽວ, ສໍ ສະອາດ, ສໍ ສະຫວ່າງ ແລະ ສໍ ສະຫງົບ.
ໂດຍການເຜີຍແຜ່ຂອງສະຫາຍພັນ​ໂທ ສົມ​ເພັດ​ ສຸລິ​ວັນ, ຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງການກອງ
​ບັນຊາ​ການ​ທະຫານແຂວງ​ອຸດົມ​ໄຊ, ມີ​ຫົວໜ້າ​ພະແນ​ກ- ຮອງ​ພະ​ແນ​ກ, ພະນັກງານຫຼັກ ແຫລ່ງ, ພະນັກງານ-ນັກຮົບ ກົມກອງອ້ອມຂ້າງ​ກອງ​ບັນ ຊາ​ການທະຫານແຂວງເຂົ້າ​ຮ່ວມຮັບຟັງ 100 ກວ່າສະ ຫາຍ. ​ ຊຶ່ງຂໍ້​ກຳນົດ, ກົດລະ ບຽບດັ່ງກ່າວມີ​ທັງໝົດ 9 ໝວດ, 16 ມາດຕາ.
ຈຸດປະສົງແມ່ນເພື່ອເຮັດໃຫ້ ນາຍ ແລະ ພົນທະຫານເຮົາ ຮັບຮູ້ເຖິງຄວາມສຳຄັນໃນ ມາດຕະການ ແລະ ຂໍ້ກຳນົດ ໃນການຄຸ້ມຄອງ ແລະ ພັດ ທະນາຕົວເມືອງໂດຍສະ ເພາະເມືອງໄຊ,​ ເຊິ່ງເປັນເທ ສະບານເມືອງ ໄຊ ໃຫ້ໄດ້ຮັບ ການຄຸ້ມຄອງດ້ວຍສະຕິປະ ຕິບັດລະບຽບກົດໝາຍ, ຕົວ ເມືອງໄດ້ຮັບການປົກປັກຮັກ ສາ ແລະ ພັດທະນາຢ່າງຖຶກ ຕ້ອງຕາມແນວທາງແຜນນະ ໂຍບາຍຂອງພັກ-ລັດວາງ ອອກໃນແຕ່ລະໄລຍະ,  ຮັບປະ ກັນໃຫ້ແກ່ຊີວິກການເປັນຢູ່, ຊັບ ສິນ, ກົມກອງລວມ ໝູ່, ບຸກຄົນ, ຄອບຄົວໃຫ້ມີສະ ຫງົບປອດໄພ, ຕົວເມືອງມີ ຄວາມເປັນລະບຽບຮຽບ ຮ້ອຍ, ຖະຫນົນຫົນທາງ,  ສະ ຖານທີ່ສາທາລະນະ, ສຳນັກ ງານອົງການໃຫ້ມີຄວາມສະ ອາດ​ສວຍ​ງາມ, ທັງເປັນການ ສ້າງຜົນງານຕ້ອນຮັບວັນ​ສ້າງຕັ້ງກອງທັບປະຊາຊົນ​ລາວຄົບຮອບ 65 ປີ ແລະ ງານ​ມະຫາ​ກຳ​ກິລາ​ຄັ້ງທີ 10 ປີ 2014 ທີ່​ແຂວງ​ອຸດົມ​ໄຊ ເປັນເຈົ້າພາບ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...