spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາ​ສາດ​ຊີ້ແຈງວ່າ ໂອ​ກາດ​ຈີບ​ສາວ​ໄດ້ຜົນ​ຕ້ອງ​ເຮັດໃຫ້​ພວກເຂົາ​ອິ່ມ​ທ້ອງ​​ກ່ອນ

ນັກວິທະຍາ​ສາດ​ຊີ້ແຈງວ່າ ໂອ​ກາດ​ຈີບ​ສາວ​ໄດ້ຜົນ​ຕ້ອງ​ເຮັດໃຫ້​ພວກເຂົາ​ອິ່ມ​ທ້ອງ​​ກ່ອນ

Published on

ເຮົາ​ເຄີຍ​ໄດ້ຍິນ​ກັນ​ມາ​ວ່າ​ຄວາມ​​ຮັກ​ນັ້ນ​ເລີ່ມ​ຕົ້ນ​ໃນ​ຫ້ອງ​ຄົວ​ຫາ​ແມ່ນຫ້ອງ​ນອນ​ບໍ່ ຊຶ່ງ​ຕອນ​ນີ້​ກຸ່ມ​ນັກ​ວິ​ໄຈ​ຈາກ Drexel University ນັ້ນ​ມີ​ຫລັກ​ຖານ​ທາງ​ວິທະຍາ​ສາດ​ທີ່​ຈະ​ສະໜັບສະໜູນ​ຄຳ​ກ່າວ​ນີ້​ແລ້ວ ແຕ່​ກໍ​ອາດຈະ​ບໍ່ແມ່ນ​ຢ່າງ​ທີ່​ເຈົ້າ​ຄິດ​ກໍ​ເປັນ​ໄດ້ ເພາະ​ສິ່ງ​ທີ່​ພວກເຂົາ​ຄົ້ນ​ພົບ​ຄື​ການ​ທີ່​ສະຫມອງ​ຂອງ​ຜູ້ຍິງ​ນັ້ນ​ຕອບສະຫນອງ​ຕໍ່​ສັນ​ຍານ​ໂລ​ແມນ​ຕິກ​ໄດ້​ຫລາຍກວ່າ​ຕອນ​ອິ່ມ​ທ້ອງ​ເມື່ອ​ທຽບ​ກັບ​ຕອນ​ທີ່​ທ້ອງວ່າງ

Alice Ely ຊຶ່ງ​ເປັນ​ຜູ້​ເລີ່ມ​ການ​ວິ​ໄຈ​ຊະ​ນິດ​ນີ້​ກ່າວ​ວ່າ “ພວກ​ເຮົາ​ພົບ​ວ່າ​ຍິງ​ສາວ​ທັງ​ທີ່​ຜ່ານ​ແລະ​ບໍ່​ເຄີຍ​ຜ່ານ​ການ​ຫລຸດນ້ຳຫນັກມາ​ກ່ອນ​ນັ້ນ​ມີ​ປະຕິ​ກິ​ລິ​ຢາ​ຕອບສະຫນອງ​ຂອງ​ສະຫມອງ​ຕໍ່​ຮູບ​ພາບ​ໂລ​ແມນ​ຕິກ​ໃນ​ພື້ນ​ທີ່​ລະບົບ​ປະສາດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຫ້​ລາງ​ວັນ​ຫລັງ​ຈາກ​ທີ່​ໄດ້​ກິນ​ອາຫານ​ຮຽບຮ້ອຍ​ແລ້ວ​ຫລາຍກວ່າ​ຕອນ​ທີ່​ກຳ​ລັງ​ທ້ອງວ່າງ ”Ely ກ່າວ​ວ່າ​ຜົນ​ລັບ​ທີ່​ໄດ້​ນັ້ນ​ຂັດ​ແຍ້ງ​ກັບ​ງານ​ວິ​ໄຈ​ຊິ້ນ​ກ່ອນໆ​ທີ່​ມີ​ມາ​ທີ່​ໄດ້​ຊີ້​ວ່າ​ຄົນ​ເຮົາ​ນັ້ນ​ມັກ​ຈະ​ສະແດງ​ອອກ​ເຖິງ​ຄວາມ​ອ່ອນ​ໄຫວ​ຕໍ່​ສິ່ງ​​ທີ່​ໜ້າ​ພຶງ​ພໍໃຈ​ເວລາ​ທີ່​ກຳ​ລັງ​ທ້ອງວ່າງ ຊຶ່ງ​ສິ່ງ​​ເຫລົ່າ​ນັ້ນ​ອາດຈະ​ລວມ​ໄປ​ເຖິງ​ອາຫານ ເງີນ ແລະ​ສານ​ເສບ​ຕິດ“ແຕ່​ໃນ​ກໍລະນີ​ນີ້ ​ພວກເຂົາ​ຕອບສະຫນອງ​ຫລາຍ​ຂຶ້ນ​ຫລັງ​ຈາກ​ໄດ້​ກິນ​ອາຫານ​ແລ້ວ”“ຂໍ້​ມູນ​ນີ້​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ການ​ກິນອາຫານ​ນັ້ນ​ອາດຈະ​ເປັນ​ການ​ກຽມ​ພ້ອມ​ຫລື​ເຮັດໃຫ້​ຜູ້ຍິງ​ນັ້ນ​ອ່ອນ​ໄຫວ​ຕໍ່​ສິ່ງ​ທີ່​ໜ້າ​ພຶງພໍ​ໃຈ​ຢ່າງ​ທີ່​ນອກ​ເໜືອ​ຈາກ​ອາຫານ​ໄດ້ ນອກ​ຈາກ​ນັ້ນ​ມັນ​ຍັງ​ສະໜັບສະໜູນ​ເຖິງ​ການ​ມີ​ຢູ່​ຂອງ​ວົງ​ຈົນ​ປະສາດ​ຮ່ວມ​ສຳລັບ​ອາຫານ​ແລະ​ເພດ​ສຳພັນ​ອີກ​ດ້ວຍ”​ພວກເຂົາ​ໄດ້​ທຳການ​ທົດລອງ​ໂດຍ​ການ​ປຽບທຽບ​ປະຕິ​ກິ​ລິ​ຍາ​ຂອງ​ສະຫມອງ​ຈາກ​ພາບ​ຖ່າຍ​ດ້ວຍ​ຄື້ນ​ສະ​ໜາມ​ແມ່​ເຫລັກ​ໄຟ​ຟ້າ (MRI) ໃນ​ລະຫວ່າງ​ເບິ່ງ​ຮູບ​ພາບ​ໂລ​ແມນ​ຕິກ​ຕ່າງໆ​ກັບ​ການ​ເບິ່ງ​ພາບ​ທີ່​ເປັນ​ກາງ​ໃນ​ລະວ່າງ​ຫິວ​ແລະ​ຫລັງ​ຈາກ​ໄດ້​ຮັບປະທານ​ອາຫານ​ແລ້ວ ການ​ທົດລອງ​ນັ້ນ​ມີ​ກຸ່ມ​ຜູ້​ເຂົ້າ​ທົດລອງ​ສອງ​ກຸ່ມ ຊຶ່ງ​ປະກອບ​ໄປ​ດ້ວຍ​ຄົົນທີ່​ເຄີຍ​ຜ່ານ​ການ​ຫລຸດນ້ຳຫນັກ​ມາ​ກ່ອນ​ແລະ​ຄົົນທີ່​ບໍ່​ເຄີຍ​ຫລຸດນ້ຳຫນັກ ໃນ​ຂະນະ​ທີ່​ສູນ​ກາງ​ການ​ໃຫ້​ລາງ​ວັນ​ໃນ​ສະຫມອງ​ຂອງ​ທັງ​ສະຫມອງ​ກຸ່ມ​ນັ້ນ​ຕອບສະຫນອງ​ຕໍ່​ສັນ​ຍານ​ຄວາມ​ໂລ​ແມນ​ຕິກ​ຫລາຍ​ຂຶ້ນ​ຫລັງ​ຈາກ​ໄດ້ກິນ​ອາຫານ​ໄປ ປະຕິ​ກິ​ລິ​ຍາ​ທາງ​ລະບົບ​ປະສາດ​ຂອງ​ກຸ່ມ​ຜູ້​ທີ່​ຜ່ານ​ການ​ຫລຸດນ້ຳຫນັກ​ມາ​ກ່ອນ​ນັ້ນ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ກຸ່ມ​ຜູ້​ທີ່​ບໍ່​ເຄີຍ​ຫລຸດນ້ຳຫນັກ​ຢ່າງ​ສັງເກດ​ໄດ້​ໃນ​ພື້ນ​ທີ່​ສະຫມອງ​ຈຸດ​ໜຶ່ງ​ຊຶ່ງ​ປາກົດ​ໃນ​ງານ​ວິ​ໄຈ​ດ້ານ​ອາຫານ​ອື່ນໆ​ດ້ວຍ“ຮູບ​ແບບ​ຂອງ​ການ​ຕອບສະຫນອງ​ນັ້ນ​ຄ້າຍ​ຄື​ກັບ​ປະຕິ​​ກິ​ລິ​ຍາ​ຂອງ​ຜູ້​ເຄີຍ​ຜ່ານ​ການ​ຫລຸດນ້ຳຫນັກເວລາ​ທີ່​ເຫັນ​ອາຫານ​ທີ່​ເບິ່ງ​ເປັນຕາແຊບຫລາຍ ຊຶ່ງ​ສອດ​ຄ້ອງ​ກັບ​ງານ​ວິ​ໄຈ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ການ​ຕອບສະຫນອງ​ຂອງ​ສະຫມອງ​ທີ່​ທັບ​ຊ້ອນ​ກັນ​ຂອງ​ເພດ​ສຳພັນ ອາຫານ ແລະ​ສານ​ເສບ​ຕິດ” Ely ກ່າວ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...